ແຂວງສາລະວັນ ເກັບກ່ຽວເຂົ້ານາປີ ສໍາເລັດ 90 ກວ່າສ່ວນຮ້ອຍ.

#ມາຮອດປັດຈຸບັນ ແຂວງສາລະວັນ ເກັບກ່ຽວເຂົ້ານາປີ ສໍາເລັດ 90 ກວ່າສ່ວນຮ້ອຍ.
#ຊາວກະສີກອນໃນທົ່ວແຂວງສາລະວັນຂຸ້ນຂ້ຽວໃນການ ເກັບກ່ຽວເຂົ້ານາປີຂອງຕົນຢ່າງເປັນຂະບວນຟົດຟື້ນມາຮອດປັດຈຸບັນ ສໍາເລັດ 90 ກວ່າສ່ວນຮ້ອຍ, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ :
          ການຜະລິດເຂົ້ານາປີ ປີນີ້ທົ່ວແຂວງມີເນື້້ອທີ່ ທັງ ໝົດ 8 ໜື່ນ 1 ພັນກວ່າເຮັກຕາ, ປະຈຸບັນເກັບກູ້ໄດ້ທັງໝົດເກືອບ 7 ໜື່ນເຮັກຕາ, ຜົນຜະລິດ 2 ແສນກວ່າໂຕນ, ສະມັດຕະພາບສະເລ່ຍ ເກືອບ 4 ໂຕນຕໍ່ເຕັກຕາ, ຖ້າທຽມໃສ່ປີຜ່ານມາການເກັບກ່ຽວເຂົ້ານາປີເຫັນວ່າຊັກຊ້າກວ່າປີຜ່ານມາ ເນື່ອງຈາກວ່າໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມແຕ່ຫົວປີ,ນອກນັ້ນໃນໄລຍະເກັບກ່ຽວມີພະຍຸເກີດມີຝົນຕົກຕິດຕໍ່ກັນຫຼາຍວັນ ຈຶ່ງເຮັດໃຫ້ການປັກດຳຊັກຊ້າ, ເຂົ້າຖືກຝົນ ບາງບ່ອນເຂົ້າເປື່ອຍ ການເກັບກູ້ມີຄວາມຫຍຸ້ງຍາກ ດັ່ງນັ້ນຈຶ່ງໃຫ້ເຮັດຜົນຜະລິດບໍ່ໄດ້ຕາມຄາດໝາຍ.
#ທ່ານສິນໄຊ ເພັດແພງລາສີຍັງໃຫ້ຮູ້ຕື່ມວ່າ:ສຳລັບການຜະລິດພືດໃນລະດູຝົນມີເນື້ອທີ່ ທັງໝົດ 4 ໜື່ນ 8 ພັນກວ່າເຮັກຕາ, ມາຮອດປະຈຸບັນເກັບກູ້ພືດໄດ້ 8 ພັນກວ່າເຮັກຕາ, ຜົນຜະລິດໄດ້ 8 ໜື່ນ 5 ພັນກວ່າໂຕນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa