ແຂວງສາລະວັນ ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ທີ່ເມືອງຕະໂອ້ຍ.
ວັນທີ 2 ກັນຍາ 2025, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງຕະໂອ້ຍ, ຄະນະໂຄສະນາອົບຮົມແຂວງສາລະວັນ ໃນນາມຜູ້ຮັບຜິດຊອບເຜີຍແຜ່ຜົນສຳເລັດມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ໄດ້ລົງເຄື່ອນໄຫວເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ໂດຍການເປັນປະທານ ຂອງສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ຄໍາສະໄຫວ ວິລະກອນ ກໍາມະການພັກແຂວງ, ເລຂາພັກເມືອງ, ມີບັນດາສະຫາຍ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການທຽບເທົ່າອ້ອມຂ້າງ, ເລຂາໜ່ວຍພັກບ້ານອ້ອມຂ້າງເມືອງ ແລະ ກອງເລຂາເຜີຍແຜ່ມະຕິຂັ້ນແຂວງ ເຂົ້າຮ່ວມທັງໝົດ 80 ທ່ານ, ຍິງ 16 ທ່ານ.
ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ເຊິ່ງສະຫາຍໄດ້ຍົກໃຫ້ເຫັນມະຕິກອງປະຊຸມໃຫຍ່ຄັ້ງທີ x ຂອງອົງຄະນະພັກແຂວງດັ່ງນີ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ໄດ້ໄຂຂຶ້ນຢ່າງເປັນທາງການ ໃນລະ ຫວ່າງວັນທີ 6-7 ສິງຫາ 2025 ທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ປະລິນຍາເອກ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສາລະວັນ, ກອງປະຊຸມຮູ້ສຶກເປັນກຽດ ແລະ ມີຄວາມປິຕິຊົມຊື່ນເປັນ ຢ່າງຍິ່ງ ທີ່ໄດ້ຂໍ່ານັບຮັບຕ້ອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ໄດ້ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມຈົນສໍາເລັດ. ກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງ ໝົດ 447 ສະຫາຍ, ຍິງ 58 ສະຫາຍ, ໃນນັ້ນ, ຜູ້ແທນສົມບູນ ເຂົ້າຮ່ວມ 363 ສະຫາຍ, ຍິງ 54 ສະຫາຍ; ມາຈາກຂະແໜງການ, ກົມກອງອ້ອມຂ້າງແຂວງ ແລະ 8 ຕົວເມືອງ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ໃນທົ່ວແຂວງສາລະວັນ ຈໍານວນ 16,839 ສະຫາຍ, ຍິງ 4,051 ສະຫາຍ, ມີແຂກຖືກເຊີນເຂົ້າຮ່ວມທັງໝົດ 84 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ໄດ້ດໍາເນີນໄປພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາຂອງພັກ, ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງຂອງລັດ, ເສີມຂະຫຍາຍມູນເຊື້ອສາມັກຄີ ດຸໝັ່ນ ອາດຫານ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ພັດທະນາກ້າວຂຶ້ນ ຕາມທິດສີຂຽວ ແລະ ຢືນຍົງ ’’
ໃນກອງປະຊຸມເປັນເອກະພາບຮັບຮອງເອົາບັນຫາພື້ນຖານທີ່ສໍາຄັນ ຂອງອົງຄະນະພັກແຂວງສາລະວັນ ດັ່ງນີ້:
- ກອງປະຊຸມໃຫຍ່ໄດ້ເປັນເອກະສັນຮັບຮອງເອົາ ລາຍງານການເມືອງທີ່ສະເໜີຕໍ່ກອງປະຊຸມ ໃຫຍ່ຜູ້ແທນຂອງອົງຄະນະພັກແຂວງ ຄັ້ງທີ X ເຊິ່ງໄດ້ຕີລາຄາຜົນການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ໃນ 5 ປີ ຜ່ານມາ ຢ່າງຮອບດ້ານ ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ( 2026-2030 );
- ກອງປະຊຸມ ໄດ້ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ ໃນ 5 ປີ 2021 – 2025 ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ( 2026-2030 )
- ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ແຂວງສະໄໝທີ IX.
- 4. ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ຈໍານວນ 35 ສະຫາຍ, ຍິງ 4 ສະຫາຍ.
- 5. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ແຂວງສາລະວັນ ຄັ້ງທີ X ໄດ້ເປັນເອກະສັນ ເລືອກຕັ້ງເອົາຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ, ຍິງ 1 ສະຫາຍ, ປະຊາມະຕິເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ເລືອກຕັ້ງເອົາປະທານ, ຮອງປະທານຄະນະກວດກາພັກແຂວງ.
- 6. ກອງປະຊຸມໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງມີຜູ້ສະໝັກທັງໝົດຈໍານວນ 31 ສະຫາຍ, ຍິງ 3 ສະຫາຍ ເລືອກໄດ້ຈໍານວນ 26 ສະຫາຍ, ຍິງ 3 ສະຫາຍ, ອີກ 5 ສະຫາຍເປັນຜູ້ແທນສໍາຮອງ.
ໃນຕອນທ້າຍ ສະຫາຍ ຈັນສະໝອນ ພົມມະແສງ ກໍ່ໄດ້ໃຫ້ກຽດໂອ້ລົມຕື່ມອີກ.