ໂຮງຮຽນ ມສ ພຣະສົງ ສາລະວັນ ສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ

ໂຮງຮຽນມັດທະຍົມສົມບູນພຣະສົງ ສາລະວັນ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ ( 7 ຕຸລາ 1994 – 7 ຕຸລາ 2025 ), ໃນວັນທີ 22 ຕຸລານີ້, ຢູ່ທີ່ວັດກາງ ເມືອງ ແລະ ແຂວງສາລະວັນ, ດ້ວຍຄວາມເມດຕາເຂົ້າຮ່ວມຂອງ ພຣະອາຈານ ປອ ສີປະເສີດ ໄຊຍະປັນຍາ ປະທານອົງການພຸດທະສາດສະໜາສັມພັນລາວ (ອພສ) ແຂວງສາລະວັນ, ມີບັນດາພຣະເຖລານຸເຖລະ, ຜູ້ອຳນວຍການໂຮງຮຽນ ມຕ ພຣະສົງ ທົ່ວແຂວງ, ມີຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດຄູອາຈານພາຍໃນໂຮງຮຽນ ແລະ ນັກຮຽນເຂົ້າຮ່ວມ.

ໃນພິທີ, ພຣະອາຈານ ອາທິດ ພອນນິຕາ ຜູ້ອຳນວຍການໂຮງຮຽນ ມສ ພຣະສົງ ສາລະວັນ ໄດ້ກ່າວວ່າ: ວັນທີ 7 ຕຸລາ ແມ່ນເປັນວັນທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານປະຫວັດສາດຂອງຊາດລາວ. ພັກ-ລັດຖະບານ ໄດ້ຖືເອົາວັນດັ່ງກ່າວນີ້ ເປັນການລະນຶກເຖິງບຸນຄຸນ, ຜົນງານຂອງຄູ ທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ມັນສະໝອງ, ສະຕິປັນຍາ ເຂົ້າໃນການບົ່ມສອນຖ່າຍທອດຄວາມຮູ້-ຄວາມສາມາດໃຫ້ແກ່ລູກສິດ, ລູກຫຼານຂອງພໍ່ແມ່ປະຊາຊົນ, ຜູ້ເກີດໃໝ່ໃຫຍ່ລຸນທີ່ ເປັນໜໍ່ແໜງຂອງປະເທດຊາດ. ‘’ຄູ’’ ແມ່ນຄໍາເວົ້າສືບທອດກັນມາຫລາຍເຊັ່ນຄົນແລ້ວ, ຄູ ໝາຍເຖິງຜູ້ທີ່ມີຄວາມຮູ້, ປະສົບການໃນລະດັບທີ່ແນ່ນອນ ສາມາດຖ່າຍທອດຄວາມຮູ້, ປະສົບການນັ້ນໄປສູ່ຜູ້ອື່ນໆໄດ້ ດ້ວຍຮູບການຖ່າຍທອດ ຄວາມຮູ້ຈາກຜູ້ຮູ້ ເອີ້ນວ່າການສອນ ແລະ ການຮຽນ; ຍົກໃຫ້ເຫັນປະຫວັດການເຄື່ອນໄຫວຂອງ ນາຍຄູຄໍາ ເຊິ່ງເປັນຄູສອນຂອງຄົນລາວ ຜູ້ທໍາອິດ, ນາຍຄູຄໍາ ໄດ້ຮັບເປັນຄູສອນ ເລີ່ມແຕ່ວັນທີ 7 ຕຸລາ 1907, ຕະຫລອດຊີວິດການເປັນຄູ ຂອງນາຍຄູຄໍາ ນອກຈາກເຮັດໜ້າທີ່ ການສິດສອນແລ້ວ ຍັງໄດ້ເຂົ້າຮ່ວມຂະບວນການປຸກລະດົມ ນໍາພາປະຊາຊົນລາວ ບັນດາເຜົ່າມີນໍ້າໃຈຮັັັກຊາດ, ຄຽດແຄ້ນ ສັດຕູ, ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ, ຜ່ານໄລຍະເວລາອັນຍືດເຍື້ອຍາວນານ, ລະອິດລະອ້ຽວ, ນໍາພາປະຊາຊົນລຸກຮືຂຶ້ນຕໍ່ສູ້, ຈົນສຸດທ້າຍຕົນເອງ ຖືກຈັບກຸມຄຸມຂັງ ແຕ່ສາມາດໂຕນອອກຈາກຄຸກ ແລະ ເສຍຊີວິດໃນເວລາຕໍ່ມາ. ເພື່ອລະນຶກເຖິງຜົນງານ ຄຸນງາມຄວາມດີຂອງ ນາຍຄູຄໍາ ທີ່ໄດ້ອຸທິດຕົນເພື່ອຊາດ, ເພື່ອການສຶກສາໃນເມື່ອກ່ອນ ແລະ ສັນລະເສີນຜົນງານ ຂອງນາຍຄູຄໍາ, ມາໃນປີ 1994, ພັກ ແລະ ລັດຖະບານ ກໍານົດເອົາວັນທີ 7 ຕຸລາ ເປັນຄູແຫ່ງຊາດ.

ຜ່ານມາໂຮງຮຽນ ມສ ພຣະສົງ ມີຜົນສໍາເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດໜ້າທີ່ ໂດຍສະເພາະການຈັດສົ່ງນັກຮຽນ ໄປສອບເສັງນັກຮຽນເກັ່ງ ໄດ້ອັນດັບທີ 1 ຂັ້ນເມືອງ, ເອົາໃຈໃສ່ໃນການຜະລິດສື່ການຮຽນ-ການສອນ ແລະ ໄດ້ປັບປຸງ, ພັດທະນາພື້ນຖານໂຄງລ່າງຕ່າງໆຂອງໂຮງຮຽນ ແລະ ອື່ນໆ. ສົກຮຽນ 2024-2025 ຈໍານວນ 18 ທ່ານ, ຄູບັນພະຊິດ 9 ອົງ, ຄູອາສາ 1 ອົງ. ຈໍານວນນັກຮຽນ 134 ອົງ, ຄາລະວາດ (ພໍ່ອອກ) 10 ທ່ານ. ຈາກນັ້ນ, ກໍໄດ້ມີພິທີມອບໃບຍ້ອງຍໍ, ໃບກິດຕິຄຸນ ແລະ ໃບນາມມະບັດພັດທະນາດີເດັ່ນ ໃຫ້ຄູອາຈານ. ທັງໄດ້ມີການອ່ານບົດອວຍພອນ, ສູດສາລະພັນ ຈາກນັກຮຽນ.
ໃນໂອກາດດັ່ງກ່າວ, ພຣະອາຈານ ປອ ສີປະເສີດ ໄຊຍະປັນຍາ ປະທານອົງການພຸດທະສາດສະໜາສັມພັນລາວ ແຂວງສາລະວັນ ກໍໄດ້ໃຫ້ໂອວາດຕໍ່ຄູອາຈານ ຜູ້ສິດສອນ ແລະ ນັກຮຽນ ຕື່ມອີກ.
————————–
ຂ່າວ-ພາບ: ວິໄລວອນ ສິດທິໄຊ