ໜ່ວຍພັກຮາກຖານຄະນະກວດກາແຂວງ ສາລະວັນ ດໍາເນີນຊີວິດການເມືອງ ທ້າຍສະໄໝ ທີ VII ຕິດພັນກັບການທາບທາມບຸກຄະລາກອນ ເຂົ້າໂຄງປະກອບ ຮອບ II

ໜ່ວຍພັກຮາກຖານຄະນະກວດກາແຂວງ ສາລະວັນ ດໍາເນີນຊີວິດການເມືອງ ທ້າຍສະໄໝ ທີ VII ຕິດພັນກັບການທາບທາມບຸກຄະລາກອນ

ເຂົ້າໂຄງປະກອບ ຮອບ II

 

ໃນຕອນເຊົ້າວັນທີ 25 ເມສາ 2025 ນີ້, ທີ່ຫ້ອງປະຊຸມ ຄະນະກວດກາແຂວງສາລະວັນ ໜ່ວຍພັກຮາກຖານຄະນະກວດກາແຂວງສາລະວັນ ໄດ້ດໍາເນີນຊີວິດການເມືອງ ທ້າຍສະໄໝ ທີ VII ຕິດພັນກັບການທາບທາມຮ່າງລາຍງານການເມືອງ, ຮ່າງແຜນພັດທະນາ ແລະ ຮ່າງບົດສໍາຫຼວດການນໍາພາລວມ ແລະ ທາບທາມບຸກຄະລາກອນ ເຂົ້າໂຄງປະກອບ ສະໃໝທີ VIII ຮອບທີ II ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ໃນນາມຕ່າງໜ້າຄະນະພັກຂັ້ນເທິງ ໃຫ້ກຽດເປັນປະທານ ຂອງສະຫາຍ ສົມສັກ ທົງຄໍາຫານ ກໍາມະການພັກແຂວງ, ປະທານກວດກາແຂວງສາລະວັນ, ສະຫາຍ ແສງທອງ ສີອ່ອນສາ ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍພັກຮາກຖານ ຄະນະກວດກາແຂວງ, ແຂກທີ່ຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຄໍາແນະນໍາ ເລກ ທີ 225 ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຈຸດປະສົງລະດັບຄາດໝາຍ ກໍເພື່ອຕີລາຄາລວມຜົນຂອງຄະນະພັກ ກໍຄືການປະຕິບັດໜ້າທີ່ການເມືອງ, ຝຶກຝົນຫຼໍ່ຫຼອມຕົນເອງ, ບຸກຄົນໃນຄະນະພັກ, ສະມາຊິກພັກ ເພື່ອໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສາມາດຖອດຖອນບົດຮຽນໄດ້, ສືບຕໍ່ຜັນຂະຫຍາຍຜົນຂອງການດໍາເນີນຊີວິດການເມືອງກາງສະໄໝຜ່ານມາ ໂດຍສຸມໃສ່ແກ້ ໄຂຈຸດອ່ອນຂໍ້ຄົງຄ້າງ ຂອງການຈັດຕັ້ງພັກ, ບຸກຄົນໃນຄະນະພັກ, ສ້າງການຫັນປ່ຽນຢ່າງເລິກເຊິ່ງໃນການຕີລາຄາແບ່ງ ປະເພດ, ຄຸນນະພາບຂອງການຈັດຕັ້ງພັກ, ບຸກຄົນຄະນະພັກ, ບຸກຄົນສະມາຊິກພັກ ໂດຍສ່ອງແສງຖືກຕ້ອງ, ສອດຄ່ອງ ກັບການຫັນປ່ຽນວຽກງານຕົວຈິງ, ສາມາດສ້າງພື້ນຖານ ແລະ ປັດໄຈອັນໃໝ່ໃຫ້ແກ່ການຈັດຕັ້ງພັກ, ຄະນະພັກ, ບຸກຄົນສະມາຊິກພັກ ມີການຫັນປ່ຽນຢ່າງຕັ້ງໜ້າ ໃນດ້ານແບບແຜນການນໍາພາ, ແບບແຜນວິທີເຮັດວຽກ, ມີຄວາມສາມັກຄີເປັນເອກະພາບ, ຄວາມເປັນເຈົ້າບຸກບືນເຮັດແທ້ທຳຈິງ.

ຈາກນັ້ນສະຫາຍ ຈັນສະໝອນ ພົມມະແສງ ໄດ້ເຊື່ອມຊຶມເອກະສານ 3 ບົດ ຂອງຄະນະໂຄສະນາອົບຮົມແຂວງ ເປັນຕົ້ນ: ເອກະສານຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະຄຸນສົມບັດສິນທໍາປະຕິວັດ ຂອງປະທານໄກສອນ ພົມວິຫານ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານສະມາຊິກພັກ ແລະ ເອກະສານມາດຖານເງື່ອນໄຂຂອງພະນັກງານ, ສະມາຊິກພັກໃນເງື່ອນໄຂໃໝ່. ຫຼັງຈາກນັ້ນ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມ, ຜ່ານຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາຂະແໜງ, ດໍາເນີນຊີວິດ ການເມືອງທ້າຍສະໄໝ ພ້ອມທັງ ຜ່ານມາດຖານເງື່ອນໄຂຜູ້ທີ່ຈະອອກສະໝັກຮັບເລືອກຕັ້ງ ຄະນະພັກຊຸດໃໝ່; ເລຂາ, ຮອງເລຂາ, ຄະນະໜ່ວຍພັກ ແລະ ພ້ອມທັງດໍາເນີນການປ່ອນບັດທາບທາມບຸກຄະລາກອນ ເຂົ້າໂຄງປະກອບ ສະໃໝທີ VIII ຮອບທີ II ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa