ໜ່ວຍພັກ ຄະນະໂຄສະນາອົບຮົມແຂວງສາລະວັນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ V ພ້ອມທັງເລືອກຄະນະຊຸດໃໝ່

ໜ່ວຍພັກ ຄະນະໂຄສະນາອົບຮົມແຂວງສາລະວັນ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ V ພ້ອມທັງເລືອກຄະນະຊຸດໃໝ່

ໜ່ວຍພັກ ຄະນະໂຄສະນາອົບຮົມແຂວງສາລະວັນ ສໍາເລັດກອງປະຊຸມໃຫຍ່ ສະມາ ຊິກພັກ ຄັ້ງທີ V ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 27 ມີນາ 2025, ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍຮອງເລຂາໜ່ວຍພັກ, ຄະນະພັກ ພ້ອມດ້ວຍສະມາຊິກພັກສົມບູນ ພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ ໄລຍະ 5 ປີຜ່ານມາ ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ໄດ້ເອົາໃຈໃສ່ຢ່າງແຂງແຮງ ໃນການນຳພາ- ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄຳສັ່ງ ເອກະສານທີ່ສຳຄັນຂອງພັກຂອງຊາດ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ, ກຳມະກອນ ເຂົ້າໃຈ ກຳໄດ້ແນວທາງນະໂຍບາຍຂອງພັກ, ຍຶດໝັ້ນ ແລ ະປະຕິບັດຢ່າງເຂັ້ມງວດໃນ 05 ຫຼັກການ, 03 ທິດນໍາໃນການກໍ່ສ້າງ ແລະປັບປຸງພັກ, ຖືເອົາການຮ່ວມດຳເນີນຊີວິດປະຈຳເດືອນເປັນປົກກະຕິ, ຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຮືອເຊິ່ງກັນ ແລະກັນ ຮັບປະກັນໄດ້ 3 ລັກສະນະຂອງການດຳເນີນຊິວິດການເມືອງ, ຕີລາຄາແບ່ງປະເພດສະມາຊິກພັກຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ເຊິ່ງມັນສະແດງອອກດັ່ງນີ້: ດ້ານການເມືອງ: ໄດ້ນຳເອົາແນວທາງແຜນນະໂຍບາຍຂອງພັກ, ກົດລະບຽບພັກ,ກົດໝາຍຂອງລັດ, ບັນດາມະຕິ,ຄຳສັງ ແລະ ເອກະສານມູນເຊື້ອສໍາຄັນຂອງພັກ, ຂອງຊາດ ແລະ ເອກະສານສໍາຄັນແຕ່ລະໄລຍະ ໃຫ້ແກ່ສະມາຊິກພັກ-ພະນັກງານລັດຖະກອນພາຍໃນໄດ້ 28 ຄັ້ງ ມີຈໍານວນພົນເຂົ້າຮ່ວມ 756 ເທື່ອຄົນ,ຍິງ 354ເທື່ອຄົນ,ສະມາຊິກພັກ 670 ເທື່ອສະຫາຍ,ຍິງ 216 ເທື່ອສະຫາຍ, ຊຸກຍູ້ນຳພາສະມາຊິກພັກເຂົ້າຮ່ວມເຊື່ອມຊືມໄດ້ 85 ຄັ້ງ ມີຈໍານວນ 935 ເທື່ອສະຫາຍ ຍິງ 340 ເທື່ອສະຫາຍ,ພ້ອມນັ້ນ ກໍ່ໄດ້ເອົາໃຈໃສ່ຊຸກຍູ້ບັນດາເມືອງ, ໜ່ວຍພັກອ້ອມຂ້າງເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 288,624 ເທື່ອຄົນ, ຍິງ 103,707 ເທື່ອຄົນ ສະມາຊິກພັກ 55,975 ເທື່ອສະຫາຍ,ຍິງ 28,641 ສະຫາຍ. ດ້ານແນວຄິດ: ໄດ້ເອົາໃຈໃສ່ສຶກສາອົບຮົມນຳພາແນວຄິດ ໃຫ້ສະມາຊິກພັກມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງແຜນນະໂຍບາຍຂອງພັກວາງອອກແຕ່ລະໄລຍະ,ອັນເຮັດໃຫ້ສະມາຊິກພັກມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ,ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ຂອງພັກກໍ່ຄຶຈຸດໝາຍສັງຄົມນິຍົມ,ຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ,ບໍ່ມີແນວຄິດຫວັນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ເກີດຂື້ນ,ເປັນເຈົ້າການປົກປ້ອງແນວທາງ,ອຸດົມການຂອງພັກ,ຕ້ານໄດ້ສິ່ງຫຍໍ້ທໍ້ຕ່າງໆພາຍໃນໜ່ວຍພັກ,ຮັກສາໄດ້ຄວາມສາມັກຄີເປັນເອກະພາບພາຍໃນພັກຢ່າງໜັກແໜ້ນ ດ້ານການຈັດຕັ້ງ: ໄດ້ນໍາພາປະຕິບັດຫຼັກການຂອງພັກຢ່າງເຂັ້ມງວດ, ດໍາເນີນຊີວິດການເມືອງພາຍໃນໜ່ວຍພັກປະຈຳເດືອນຢ່າງເປັນປົກກະຕິ, ຄົ້ນຄວ້າສະເໜີແຕ່ງຕັ້ງເລຂາໜ່ວຍພັກໄດ້ 2 ຄັ້ງ, ຜ່ານມາໄດ້ກໍ່ສ້າງຂະຫຍາຍສະມາຊິກພັກສໍາຮອງໄດ້ 1 ສະຫາຍ, ເລື່ອນຂຶ້ນເປັນສະມາຊິກພັກສົມບູນ 8 ສະຫາຍ,ການຈັດຕັ້ງເປັນເຈົ້າການຄົ້ນຄວ້າຮໍ່າຮຽນຮຽນສະໜັບສະໜູນ ແລະ ກົດລະບຽບພັກແລ້ວ 4 ສະຫາຍ ແລະ ດ້ານອື່ນໆ ກໍ່ມີຜົນສໍາເລັດ.

ພ້ອມນັ້ນ ຍັງໄດ້ຜ່ານຮ່າງແຜນພັດທະນາ, ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະພັກຮາກຖານ, ຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່, ເຊີ່ງມີຜູ້ສະໝັກທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເລືອກເອົາ 3 ສະຫາຍ, ຍິງ 1 ສະຫາຍ ເລືອກເອົາ ສະຫາຍ ຈັນທະວອນ ສີຫາຈັກ ເປັນເລຂາໜ່ວຍພັກ, ສະຫາຍ ເປັງ ລາດຄໍາພູມີ ເປັນຮອງເລຂາໜ່ວຍພັກ ພ້ອມທັງເປັນຜູ້ກວດກາໜ່ວຍພັກ ແລະ ສະຫາຍ ນາງ ບຸຜາ ສຸດທິຈັກ ເປັນຄະນະຫນ່ວຍພັກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa