ຄະນະການນໍາ ແຂວງດັກລັກ ອວຍພອນການນໍາ ແຂວງສາລະວັນ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569

ໃນວັນທີ 1 ເມສານີ້ ຄະນະການນໍາ ແຂວງດັກລັກ ສສ ຫວຽດນາມ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນການນໍາແຂວງສາລະວັນ ສປປ ລາວ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569, ເຊີ່ງນໍາໂດຍ ສະຫາຍ ອີ ຢາງ ເກີ່ ຣີ ເກີ ເນິງ ຮອງເລຂາພັກແຂວງ, ປະທານແນວໂຮມປະເທດຊາດຫວຽດນາມ ແຂວງດັກລັກ ພ້ອມດ້ວຍຄະນະ, ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງສາລະວັນ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຢູ່ທີ່ຫ້ອງຮັບຮອງງາຊ້າງ ສະໂມສອນແຂວງສາລະວັນ.
ໃນໂອກາດນີ້, ທັງສອງຝ່າຍໄດ້ສະແດງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດ ເຊີ່ງກັນ ແລະ ກັນ ພ້ອມທັງອວຍພອນໄຊ ໃຫ້ປະຊາຊົນທັງ 2 ແຂວງ ມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງ. ພ້ອມກັນນັ້ນ, ຍັງໄດ້ລາຍງານ, ແລກປ່ຽນຂໍ້ມູນ ກ່ຽວກັບການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ–ສັງຄົມ ໃນໄລຍະ 3 ເດືອນຕົ້ນປີ 2026 ຂອງແຕ່ລະແຂວງ ໃນໄລຍະຜ່ານມາ ທັງສອງແຂວງ ກໍາລັງປະເຊີນໜ້າ ກັບຄວາມທ້າທາຍ ແລະ ອຸປະສັກຫຼາຍປະການ ເຊັ່ນ: ບັນຫາການຂາດແຄນນ້ຳມັນ ແລະ ລາຄານ້ຳມັນເຊື້ອໄຟເໜັງຕີງສູງ ເຮັດໃຫ້ຕົ້ນທຶນການຜະລິດ ແລະ ການບໍລິການເພີ່ມຂຶ້ນ, ບັນຫາເງິນເຟີ້, ຄ່າຄອງຊີບທີ່ສູງຂຶ້ນ ພ້ອມທັງບັນຫາສັງຄົມອື່ນໆ ທີ່ສົ່ງຜົນກະທົບ ທັງທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາໂດຍລວມ ທັງນີ້ເພື່ອຮ່ວມຈິດຮ່ວມໃຈ, ຮ່ວມມື ແລະ ຄວາມພະຍາຍາມຂອງຄະນະການນໍາ ແລະ ປະຊາຊົນ, ທັງສອງແຂວງ ຍັງຄົງສາມາດຮັກສາສະຖຽນພາບ ແລະ ຊຸກຍູ້ການພັດທະນາ ໃຫ້ກ້າວໜ້າໄປໄດ້ຕາມແຜນ.

ການຢ້ຽມຢາມ ແລະ ອວຍພອນໃນຄັ້ງນີ້ ສະແດງໃຫ້ເຫັນເຖີງສາຍພົວພັນອັນສະໜິດແໜ້ນ ລະຫວ່າງແຂວງສາລະວັນ ແລະ ແຂວງດັກລັກ ບໍ່ພຽງແຕ່ເປັນຄວາມຮ່ວມມື ທາງດ້ານການເມືອງ ແລະ ເສດຖະກິດເທົ່ານັ້ນ, ເປັນມິດຕະພາບ ອັນແໜ້ນແຟ້ນ ທີ່ມີຄວາມຈິງໃຈ ແລະ ໜັ້ນຄົງ, ເປັນປັດໃຈສໍາຄັນ ທີ່ຊ່ວຍເສີມສ້າງ ແລະ ພັດທະນາ ສາຍສໍາພັນພິເສດອ້າຍນ້ອງ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມື້ຍິ່ງແໜ້ນແຟ້ນຍິ່ງໆຂຶ້ນໄປ.

ພາບ-ຂ່າວ: ສ.ພະຈັນ
—————————————