ປະຫວັດຄວາມເປັນມາຂອງວັນໄຊຊະສົງຄາມປົກປ້ອງປິຕຸພູມຂອງອະດີດສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ

ປະຫວັດຄວາມເປັນມາຂອງວັນໄຊຊະສົງຄາມປົກປ້ອງປິຕຸພູມຂອງອະດີດສະຫະພາບໂຊວຽດເໜືອຟາດຊິດເຢຍລະມັນ

 

9​ ພຶດສະພາ​ 1945​ ແມ່ນວັນໄຊຊະນະສົງຄາມປົກປ້ອງປິຕຸພູມຂອງອະດີດສະຫະພາບໂຊວຽດ​ ຄົບຮອບ 80 ປີ (9/5/1945-9/5/2025)

ໄລຍະທ້າຍສະຕະວັດທີ XIX ຫາຕົ້ນສະຕະວັດທີ XX ລັດທິທຶນນິຍົມ ໄດ້ຂະຫຍາຍຕົວນັ້ນບໍ່ມີຄວາມດຸ່ນດ່ຽງກັນ (ບໍ່ເທົ່າທຽມກັນ) ຈຶ່ງເກີດມີຂໍ້ຂັດແຍ່ງທາງດ້ານສິດຜົນປະໂຫຍດ ລະຫວ່າງຈັກກະພັດດ້ວຍກັນ, ໂດຍສະເພາະການຍາດຊີງລະບົບຫົວເມືອງຂຶ້ນ ເພື່ອຂຸດຄົ້ນເອົາວັດຖຸດິບ, ຕະຫລາດຈໍາໜ່າຍສິນຄ້າ ແລະ ອື່ນໆ. ການຊ່ວງຊີງ ແລະ ແຂ່ງຂັນກັນ ທາງດ້ານອາວຸດ ຊຶ່ງຂໍ້ຂັດແຍ່ງດັ່ງກ່າວ ບໍ່ສາມາດແກ້ໄຂກັນໄດ້ຢ່າງສັນຕິວິທີ ຈຶ່ງກ້າວໄປເຖິງການໃຊ້ກໍາລັງເປັນເຄື່ອງມືໃນການແກ້ໄຂບັນຫາ​ ດ້ວຍການສ້າງຕັ້ງ 2 ກຸ່ມທາງທະຫານ​ ເຊັ່ນ: ກຸ່ມສໍາພັນທະມິດໄດ້ສ້າງຕັ້ງຂຶ້ນໃນປີ 1882, ປະກອບມີປະເທດເຢຍລະມັນ, ໂອຕຣິດ, ຮົງກາຣີ ແລະ ອີຕາລີ. (ໃນປີ 1915 ອີຕາລີ ຍ້າຍໄປຢູ່ກຸ່ມສົນທິສັນຍາ) ຊຶ່ງກຸ່ມສົນທິສັນຍາໄດ້ສ້າງຕັ້ງຂຶ້ນໃນປີ 1907 ປະກອບມີ ອັງກິດ, ຝຣັ່ງ ແລະ ຣັດເຊຍ​ (ສະຫະພາບໂຊວຽດ). ພາຍຫລັງສ້າງຕັ້ງສໍາເລັດ, ທັງສອງກຸ່ມໄດ້ດໍາເນີນການຕໍ່ສູ້ກັນຢ່າງດຸເດືອດທີ່ສຸດ​ ເພື່ອແບ່ງໂລກຄືນໃໝ່, ຊ່ວງຊີງ ແລະ ແຂ່ງຂັນກັນທາງດ້ານອາວຸດ.

ໃນວັນທີ 28 ກໍລະກົດ ປີ 1914 ໂອຕຣິດ, ຮົງກາຣີ ໄດ້ບຸກໂຈມຕີແຊກບີ ວັນທີ 1 ສິງຫາ ເຢຍລະມັນ ປະກາດສົງຄາມກັບຣັດເຊຍ. ວັນທີ 3 ປະກາດສົງຄາມກັບຝຣັ່ງ ແລະ ວັນທີ 4 ອັງກິດ ປະກາດສົງຄາມກັບ ເຢຍລະມັນ. ໃນເບື້ອງຕົ້ນມີພຽງແຕ່ປະເທດມະຫາອໍານາດເທົ່ານັ້ນເຂົ້າຮ່ວມສົງຄາມ ຕໍ່ມາມີຫລາຍປະເທດ ແລະ ເມືອງຂຶ້ນຕ່າງໆຂອງບັນດາປະເທດຈັກກະພັດເຂົ້າຮ່ວມນໍາ. ສົງຄາມໂລກຄັ້ງທີ I ຂະຫຍາຍອອກໄປຫລາຍທະວີບໃນໂລກ​ ແຕ່ສະໜາມຮົບຕົ້ນຕໍ ແລະ ດຸເດືອດທີ່ສຸດແມ່ນເກີດຢູ່ເອີຣົບ, ສົງຄາມຄັ້ງນີ້ເປັນສົງຄາມຈັກກະພັດຜູ້ຮຸກຮານ ຫລື ສົງຄາມປຸ້ນສະດົມ ເປັນສົງຄາມອະທໍາສໍາລັບຜູ້ທີ່ເຂົ້າຮ່ວມສົງຄາມ, ໃນບັນດາປະເທດຈັກກະພັດທີ່ເຂົ້າຮ່ວມສົງຄາມໂລກຄັ້ງນີ້, ຫົວໜ້າໃນການກໍ່ສົງຄາມໄດ້ແກ່ອັງກິດ ແລະ ເຢຍລະມັນ.

ປີ 1941 ຟາດຊິດເຢຍລະມັນ ໄດ້ເລີ່ມຕົ້ນສົງຄາມກັບ ສະຫະພາບໂຊວຽດ ໂດຍບໍ່ໄດ້ປະກາດ, ຕັ້ງແຕ່ແຄມທະເລບານຕິກ ຮອດທະເລດຳ ເປົ້າໝາຍ ແມ່ນຮຸກຮານ, ຢືດຄອງ, ທຳລາຍລ້າງຜານນະຄອນຫລວງມົດສະກູ ແລະ ທັບມ້າງສະຫະພາບໂຊວຽດ ຕາມແຜນການຍຸດທະສາດ ທາງການທະຫານ ຂອງຟາດຊິດທີ່ມີຊື່ວ່າ: ແຜນບາຣບາໂຣຊາ. ພວກເຂົາໄດ້ວາງແຜນເປີດບັ້ນຮົບ (ສາຍຟ້າແມບ) ຕ້ອງທຳລາຍກອງທັບໂຊວຽດໃຫ້ໄດ້ ແລະ ບັງຄັບໃຫ້ ມົດສະກູ ຕ້ອງຍອມຈຳນົນ. ຕໍ່ໜ້າການບຸກໂຈມຕີ ລ້າງຜານຢ່າງໂຫດຮ້າຍປ່າເຖື່ອນຂອງຟາດຊິດ, ສະຫະພາບໂຊວຽດ-ລັດສັງຄົມນິຍົມ ທີ່ອ່ອນ ນ້ອຍ, ໃຕ້ການນຳພາອັນປີຊາສາມາດ ຂອງພັກກອມມູນິດ ໄດ້ປຸກລະດົມ ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ​ ລຸກຂຶ້ນກຳປືນຕ້ານຟາດຊິດ, ຍອມເສຍສະລະຊີວິດ ແລະ ວັດຖຸຊັບສິນທຸກຢ່າງ ເພື່ອກອບກູ້ເອົາປະເທດຊາດ, ປົກປັກຮັກສາລັດສັງຄົມນິຍົມ ແລະ ກອບກູ້ເອົາມວນມະນຸດອອກຈາກໄພພິບັດແຫ່ງການລົ້ມຕາຍຈາກນ້ຳມືຂອງຟາດຊິດ, ຢັບຢັ້ງການບຸກລຸກ ຂອງກອງທະຫານຟາດຊິດດ້ວຍຫລາຍວິທີ, ຫລາຍກຳລັງຂອງສົງຄາມປະຊາຊົນ.

ການປະລາໄຊຄັ້ງໃຫຍ່ເທື່ອທຳອິດຂອງຟາດຊິດໃນສົງຄາມໂລກຄັ້ງທີ II ແມ່ນຢູ່ຊານເມືອງມົດສະກູ ໃນທ້າຍປີ 1941​ ຫາ​ ຕົ້ນປີ1942. ພວກຟາດຊິດ ໄດ້ວາງແຜນປິດລ້ອມນະຄອນຫລວງມົດສະກູ ບໍ່ໃຫ້ຜູ້ໃດສາມາດລອດອອກໄປໄດ້​ ເພື່ອທຳລາຍເຮືອນທຸກຫລັງ ແລ້ວປ່ອຍນ້ຳເຂົ້າໃຫ້ຖ້ວມອຸມົງລົດໄຟໃຕ້ດິນ ແຕ່ພວກເຂົາກໍ່ບໍ່ສາມາດເຮັດສຳເລັດໄດ້. ກອງທັບແດງໂຊວຽດໄດ້ຕ່າວໂຈມຕີຢ່າງກ້າຫານ ແລະ ເດັດດ່ຽວ, ຂັບໄລ່ພວກຟາດຊິດອອກຈາກນະຄອນຫລວງມົດສະກູ. ພາຍຫລັງທີ່ປ້ອງກັນນະຄອນມົດສະກູໄດ້ແລ້ວ, ກອງທັບແດງໂຊວຽດ ໄດ້ເປີດສາກບຸກໂຈມຕີພວກຟາດຊິດ ຢູ່ທົ່ວທຸກແຫ່ງຫົນຂອງດິນແດນໂຊວຽດ. ເມື່ອສົງຄາມໂລກຄັ້ງທີສອງສິ້ນສຸດລົງ, ຟາດຊິດຮິດເລີ ຖືກດັບສູນ, 13 ປະເທດຢູ່ເອີຣົບ ໄດ້ຮັບການປົດ ປ່ອຍ. ໄຊຊະນະອັນໃຫຍ່ຫລວງຂອງ ສະຫະພາບໂຊວຽດໄດ້ສ້າງກາລະໂອ ກາດພາວະວິໄສ ໃຫ້ແກ່ບັນດາປະເທດຢູ່ເອີຣົບ ແລະ ອາຊີຈຳນວນໜຶ່ງ ໄດ້ຮັບການປົດປ່ອຍ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ.

ໄຊຊະນະຟາດຊິດ ທີ່ ສະຫະພາບໂຊວຽດ ແລະ ພັນທະມິດຍາດມາໄດ້ນັ້ນ ມັນເປັນໄຊຊະນະອັນຍິ່ງໃຫຍ່ພາຍໃຕ້ການຊີ້ນຳ ນຳພາຂອງພັກກອມມູນິດ ໂຊວຽດ, ປະຊາຊົນໂຊວຽດ ກໍຄືປະເທດພັນທະມິດ ແລະ ປະຊາຊາດທົ່ວໂລກ ໄດ້ສາມັກຄີກັນ, ອູ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນເສຍສະຫລະທັງຊີວິດເລືອດເນື້ອ ແລະ ຊັບສິນຕໍ່ສູ້ຕ້ານການຮຸກຮານຂອງຟາດຊິດ ຢ່າງດຸເດືອດພິລະອາດຫານ ແລະ ເດັດຂາດບໍ່ຍອມຈຳນົນ, ໄຊຊະນະຟາດຊິດ ບໍ່ພຽງແຕ່ສ້າງບາດລ້ຽວປະຫວັດສາດ ຕັດສິນໂຊກຊາຕາກຳຂອງ ປະຊາຊົນໂຊວຽດເທົ່ານັ້ນ ຍັງປົດປ່ອຍບັນດາປະຊາຊາດອອກຈາກການປົກຄອງຂອງຟາດຊິດ ມັນຍັງເປັນການຕັດສິນໂຊກຊາຕາກຳຂອງປະຊາຊົນຫລາຍປະເທດອີກດ້ວຍ, ພາຍຫລັງສົງຄາມ ມັນໄດ້ສ້າງໃຫ້ມີບັນດາປະເທດສັງຄົມນິຍົມ ຊຶ່ງເປັນລະບົບເກີດຂຶ້ນໃນໂລກ. ໄຊຊະນະຟາດຊິດ ໄດ້ສົ່ງຜົນສະທ້ອນອັນດີໃຫ້ແກ່ການປະຕິວັດໂລກ ທັງຢູ່ເອີຣົບ ແລະ ອາຊີ, ມັນໄດ້ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ຂະບວນການປົດປ່ອຍຊາດ ຢູ່ບັນດາປະເທດຫົວເມືອງຂຶ້ນ ລຸກຂຶ້ນຕໍ່ສູ້ຍາດເອົາຄວາມເປັນເອກະລາດມາ ໃຫ້ຊາດຕົນ.

ສຳລັບຢູ່ອິນດູຈີນ, ໄຊຊະນະຟາດຊິດ ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫລວງໃຫ້ແກ່ການປະຕິວັດຢູ່ອິນດູຈີນ ມັນໄດ້ເຮັດໃຫ້ການປະຕິວັດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກ້າວຂຶ້ນຕີເອົາຊະນະກັບພວກລ່າເມືອງຂຶ້ນຕ່າງດ້າວ. ໄຊຊະນະຟາດຊິດ ຍັງສະແດງໃຫ້ເຫັນເຖິງນ້ຳໃຈສາກົນກຳມະຊີບອັນຜ່ອງໃສຂອງກອງທັບ ແລະ ປະຊາຊົນໂຊວຽດ, ມວນມະນຸດຜູ້ກ້າວໜ້າ ແລະ ຮັກຫອມສັນຕິພາບ​ ໃນໂລກລ້ວນແຕ່ຮັບຮູ້​ ຊາບຊຶ້ງ ເຖິງວິລະກຳອັນລ້ຳເລີດ, ຄວາມອົງອາດກ້າຫານ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ຄວາມ ຈົງຮັກພັກດີຕໍ່ຊາດ ກໍຄືພັນທະຕໍ່ສາກົນຂອງກອງທັບແດງ ແລະ ປະຊາຊົນໂຊວຽດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa