ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບວຽກງານ ຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ປະຈຳ 3 ເດືອນຜ່ານມາ ແລະ ວາງທິດທາງແຜນການປະຈຳ 3 ເດືອນຕໍ່ໜ້າ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບວຽກງານ ຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ປະຈຳ 3 ເດືອນຜ່ານມາ ແລະ ວາງທິດທາງແຜນການປະຈຳ 3 ເດືອນຕໍ່ໜ້າ

ຄະນະໂຄສະນາອົບຮົມແຂວງສາລະວັນ ສະຫຼຸບວຽກງານ ຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ປະຈຳ 3 ເດືອນ ແລະ ວາງທິດທາງແຜນການ ປະຈຳ 3 ເດືອນຕໍ່ໜ້າ ໂດຍການເປັນປະທານ ຂອງສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍໃນຄະນະຊີ້ນໍາ ແລະ ຕາໜ່າງເພື່ອນຮ່ວມງານຂັ້ນແຂວງ ພ້ອມດ້ວຍ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ນາງ ບົວໄທ ຄຸນທະບົວໄຂ ຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມແຂວງ ໄດ້ຕີລາຄາຜົນສໍາເລັດ ຂອງການເຄື່ອນໄຫວວຽກງານ 3 ເດືອນຜ່ານມາ, ຄະນະຮັບຜິດຊອບຊີ້ນຳ, ຕາໜ່າງເພື່ອນຮ່ວມງານ ໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມເກັບກຳຫາງສຽງສັງຄົມ, ສະພາບແນວຄິດຫາງສຽງສັງຄົມທີ່ເກີດຂຶ້ນ ນັບທັງອັນຕັ້ງໜ້າ ແລະ ອັນຫຍໍ້ທໍ້ ເຫັນວ່າ: ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ສ່ວນໃຫຍ່ຍັງມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ແນວຄິດເພິ່ງຕົນເອງ, ກຸ້ມຕົນເອງ, ມີຄວາມຮັບຜິດຊອບ, ສະແດງອອກ ໃນການຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງ ຂອງພັກ-ລັດ ວາງອອກໃນແຕ່ລະໄລຍະ, ການພັດທະນາເສດຖະກິດ-ສັງຄົມ, ຄຽງຄູ່ກັນນັ້ນ ກະແສຫາງສຽງສັງຄົມ ຈາກການໂຄສະນາໃສ່ຮ້າຍປ້າຍສີ, ບິດເບືອນ ຂອງກຸ່ມຄົນບໍ່ຫວັງດີ ເຮັດໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫລວດ ແລະ ປະຊາຊົນຈໍານວນໜຶ່ງ ເກີດມີແນວຄວາມຄິດຂາດຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ເກີດມີແນວຄິດຄອນແຄນ, ບໍ່ທັນຮັບຮູ້ແຈ້ງ ຕໍ່ກົນອຸບາຍຂອງສັດຕູ ແລະ ກຸ່ມຄົນບໍ່ດີ ເກີດມີການລະເມີດລະບຽບກົດ ໝາຍ, ປະລະໜ້າທີ່ຄວາມຮັບຜິດຊອບ. ນອກນັ້ນ ຍັງມີຫາງສຽງຊົມເຊີຍຕໍ່ການແກ້ໄຂບັນຫາສຳຄັນຕ່າງໆ ເຊັ່ນ ການແກ້ໄຂບັນຫາຂາດແຄນນ້ຳມັນ, ການປາບປາມການຫຼອກລວງອອນລາຍ, ການພັດທະນາອາຊີບ ແລະ ການລະດົມປະຊາຊົນເຂົ້າຮ່ວມແຜນພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ໃນຕອນທ້າຍ ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄໍາເຫັນໂອ້ລົມ ເນັ້ນໃຫ້ຄະນະຮັບຜິດຊອບໃຫ້ເອົາໃຈໃສ່ ສືບຕໍ່ເພີ່ມທະວີວຽກງານຕິດຕາມ, ເກັບກຳສະພາບແນວຄິດຫາງສຽງສັງຄົມທີ່ເກີດຂື້ນໃນສັງຄົມ ຢ່າງແຂງແຮງ, ໜັກແຫນ້ນ, ເລິກເຊິ່ງ, ເປັນປົກກະຕິຕໍ່ເນື່ອງ ນັບທັງຫາງສຽງດ້ານຕັ້ງໜ້າ ແລະ ຫາງສຽງຫຍໍ້ທໍ້ ບົນພື້ນຖານຮັບປະກັນຄວາມຖືກຕ້ອງສອດຄ່ອງ, ວອງໄວ, ທັນການ ເພື່ອສັງລວມເອົາບັນຫາຕ່າງໆລາຍງານຕໍ່ຄະນະພັກຂັ້ນເທິງເປັນບ່ອນອີງໃນການຄົ້ນຄວ້າ, ກຳນົດທິດທາງ, ມາດຕະການແກ້ໄຂຢ່າງທັນການ ແລະ ບັນຫາອື່ນໆ ເພື່ອເຮັດໃຫ້ວຽກງານຕິດຕາມ, ເກັບກໍາ ສະພາບແນວຄິດຫາງສຽງສັງຄົມ ມີຄວາມກ້າວໜ້າ, ມີຄຸນະພາບ ແລະ ເປັນມືອາຊີບຫຼາຍຂຶ້ນ.

ພາບ-ຂ່າວ: ອ່ອນ ມະນີສອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa