ຫ້ອງວ່າການແຂວງສາລະວັນ ປະກາດກົງຈັກການຈັດຕັ້ງ ໃນພິທີສະຫຼູບວຽກງານຮອບດ້ານ ໃນໄລຍະ 9 ເດືອນ ປີ 2026.

ຫ້ອງວ່າການແຂວງສາລະວັນ ປະກາດກົງຈັກການຈັດຕັ້ງ ໃນພິທີ ໄດ້ຈັດຂື້ນໃນທ້າຍອາທິດທີ່ຜ່ານມານີ້, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງສາລະວັນ, ພ້ອມດ້ວຍບັນດາທ່ານຮອງພະແນກການອອ້ມຂ້າງແຂວງ, ບັນດາທ່ານຫົວໜ້າຂະແໜງ,ຮອງຂະແໜງ,ພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງເຂົ້າຮ່ວມ.

ທ່ານ ຄຳກຽນ ສຸວັນນະແດງ ຮອງຫົວໜ້າຄະນະຈັດຕັ້ງແຂວງສາລະວັນ ໄດ້ຜ່ານຂໍ້ຕົກລົງຄະນະກຳມະການປົກຄອງແຂວງ ເລກທີ 1059 ວ່າດ້ວຍ: ການແຕ່ງ ຕັ້ງຮອງຫົວໜ້າຫ້ອງວ່າການແຂວງສາລະວັນຄົນໃໝ່. ຄື: ຕົກລົງເຫັນດີ ແຕ່ງຕັ້ງ ທ່ານ ຈັນທະຄາດ ສີສຸພັນ ເປັນຮອງຫົວໜ້າຫ້ອງວ່າການແຂວງ, ຂໍ້ຕົກລົງ ເລກທີ 1058 ວ່າດ້ວຍ: ການແຕ່ງຕັ້ງ ຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນ ປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ, ໃນນັ້ນ ຄະນະກໍາມະການປົກຄອງແຂວງ ຕົກ ລົງ ເຫັນດີ ແຕ່ງຕັ້ງ ທ່ານ ນາງ ເທວາ ສີລາດວງໃຈ ເປັນຮອງຫົວໜ້າຄະນະຄຸ້ມຄອງດ່ານສາກົນ ປາກຕະພານ ເມືອງລະຄອນເພັງ, ຂໍ້ຕົກລົງ ເລກທີ 1109 ວ່າດ້ວຍ: ການຍົກຍ້າຍ, ແຕ່ງຕັ້ງຮອງຫົວໜ້າຫ້ອງການບໍລິຫານດ່ານສາກົນລະໄລ, ຄະນະກຳ ມະການປົກຄອງແຂວງ ເຫັນດີ ແຕ່ງຕັ້ງ ທ່ານ ຊຽງຕັນ ວົງເກົ່າດີ ພະນັກງານສັງ ກັດຢູ່ຫ້ອງວ່າການແຂວງສາລະວັນ ໄປປະຈຳການຢູ່ຄະນະຄຸ້ມຄອງດ່ານສາກົນລະໄລ, ແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການບໍລິຫານດ່ານສາກົນລະໄລ, ຂໍ້ຕົກລົງ ເລກທີ 1108 ວ່າດ້ວຍ: ການຍົກຍ້າຍພະນັກງານລັດຖະກອນ ໄປປະຈຳການຢູ່ບ່ອນໄຫມ່ ຄະນະກຳມະການປົກຄອງແຂວງ ເຫັນດີ ຍົກຍ້າຍ ທ່ານ ກົງທອງ ຈະເລີນລັດ ພະນັກງານສັງກັດຢູ່ຄະນະຄຸ້ມຄອງດ່ານສາກົນລະໄລ ໄປປະຈຳການຢູ່ຫ້ອງວ່າການປົກຄອງແຂວງສາລະວັນ.

ຈຸດປະສົງ ກໍ່ເພື່ອເປັນການຈັດຕັ້ງປະຕິບັດແນວທາງ ແລະ ນະໂຍບາຍຂອງ ພັກ-ລັດ, ວ່າດ້ວຍວຽກງານປັບປຸງ, ກໍ່ສ້າງພະນັກງານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີຄວາມສາມາດຮອບດ້ານ, ເປັນການໝູນວຽນ ແລະ ພັດທະນາພະນັກ ງານເພື່ອໃຫ້ພະນັກງານການນຳໄດ້ຮຽນຮູ້, ສະສົມບົດຮຽນ ແລະ ປະສົບການໃໝ່ ຈາກການປະຕິບັດວຽກງານຕົວຈິງຢູ່ຫຼາຍທ້ອງຖິ່ນ, ຫຼາຍຂະແໜງການ, ເພື່ອກາຍ ເປັນພະນັກງານທີ່ມີຄວາມຮູ້-ຄວາມສາມາດຮອບດ້ານ, ໃຫ້ຖືກກັບຄວາມຮູ້ຄວາມສາມາດ ແລະ ຄວາມຕ້ອງການຂອງວຽກງານໃນໄລຍະໄໝ່.

ພາບ-ຂ່າວ: ມະໄລພິນ ເພັດສົມພອນ