ຫ້ອງວ່າການແຂວງສາລະວັນ ສະຫຼຸບວຽກງານຮອບດ້ານໄລຍະ 9 ເດືອນ ແລະ ວາງທິດທາງ 3 ເດືອນທ້າຍປີ 2026

ຫ້ອງວ່າການແຂວງສາລະວັນສະຫຼຸບວຽກງານຮອບດ້ານໄລຍະ 9 ເດືອນ ແລະ ວາງທິດທາງ 3 ເດືອນທ້າຍປີ 2026 ໄດ້ຈັດຂື້ນໃນວັນທີ 2 ຕຸລາ 2026ນີ້, ໂດຍການເປັນປະທານ ຂອງ ທ່ານ ຈັນເພັງ ສາຍທໍາມະວົງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ມີຫົວໜ້າພະແນກການ, ຮອງພະແນກການ ຫົວໜ້າຫ້ອງ ການຄຸ້ມຄອງດ່ານສາກົນລະໄລ, ຫົວໜ້າຫ້ອງການຄຸ້ມຄອງດ່ານສາກົນປາກຕະພານ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ພະນັກງານອາວຸໂສບໍານານ ແລະ ພະນັກງານວິຊາການພາຍໃນຫ້ອງວ່າການແຂວງສາລະວັນເຂົ້າຮ່ວມ.

ທ່ານ ສົມໃຈ ບຸດສະຫານິມິດ ຮອງຫົວໜ້າຫ້ອງວ່າການແຂວງສາລະວັນ ໄດ້ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 9 ເດືອນ ແລະວາງທິດທາງແຜນການ 3 ເດືອນທ້າຍປີ 2026, ໃນໄລຍະຜ່ານມາໄດ້ ເອົາໃຈໃສ່ສຶກ ສາອົບຮົມທາງດ້ານການເມືອງ-ແນວຄິດ ເປັນໜ້າທີ່ສໍາຄັນ ເພື່ອກໍາແໜ້ນ ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ມູນເຊື້ອຂອງພັກ-ຂອງຊາດ, ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ, ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງສູນກາງພັກ, ມະຕິຂອງກອງປະຊຸມຄົບຄະນະບໍລິຫານງານພັກແຂວງ, ມະຕິຂອງອົງການປົກຄອງແຂວງທັງໝົດ 18 ຄັ້ງ, ມີຜູ້ເຂົ້າຮ່ວມ 450 ເທື່ອຄົນ, ຍິງ 200 ເທື່ອຄົນ, ໄດ້ເອົາໃຈໃສ່ ໃນການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ໄປພ້ອມໆກັນ ,ສຳເລັດການກຳນົດພາລະບົດບາດຂອງຫ້ອງວ່າການແຂວງ, ໄດ້ເປັນເຈົ້າການປັບປຸງຍົກລະດັບຄຸນນະພາບການເປັນເສນາທິການ ໃນການກະກຽມດ້ານເນື້ອໃນໃຫ້ແກ່ການນໍາ ເປັນຕົ້ນ: ກະກຽມບົດຄໍາເຫັນເຈາະຈິ້ມໃຫ້ກອງປະຊຸມ, ປະ ກອບຄຳເຫັນ, ບົດຄາດຄະເນຄໍາເຫັນສະຫຼຸບ, ບົດກ່າວເປີດ-ປິດກອງປະຊຸມ, ບົດຄໍາເຫັນໂອ້ລົມຕໍ່ກອງປະຊຸມ ແລະ ພິທີທາງການຕ່າງໆ, ໃນນັ້ນ ກອງປະຊຸມ ອົງການປົກ ຄອງ ແຂວງ 8 ຄັ້ງ, ກອງປະຊຸມຄະນະປະຈຳພັກແຂວງ 9 ຄັ້ງ, ກອງປະຊຸມປະທານ ແລະ ຮອງປະທານ 4 ຄັ້ງ, ກອງປະຊຸມ ສະພາປະຊາຊົນແຂວງ 1 ຄັ້ງ, ກອງປະຊຸມຮ່ວມກັບ ບັນດາແຂວງ ສສ ຫວຽດນາມ 5 ຄັ້ງ, ໄດ້ເປັນເຈົ້າການຮັບຜິດຊອບ ໃນການຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ, ມະຕິຂອງສະພາປະຊາຊົນແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳ ປີ ເຂົ້າໃນວຽກງານຕົວຈິງຂອງແຕ່ລະພາກສ່ວນພະແນກການ ແລະ 8 ເມືອງ, ໄດ້ ຄົ້ນຄ້ວາ ເອກະສານ ທັງໝົດ 5.761 ສະບັບ, ນອກຈາກນີ້, ຍັງໄດ້ກຽມເອກະສານ ລາຍງານ ຂອງ ຄະນະພັກອົງການປົກຄອງແຂວງ, ອາທິດ ແລະ ປະຈຳເດືອນໃຫ້ ລັດຖະບານ ແລະ ຫ້ອງວ່າການສູນກາງພັກຈຳນວນ 9 ຄັ້ງ, ຂະຫຍາຍເປັນທິດຊີ້ນໍາຂັ້ນເທິງ ອອກເປັນຄໍາສັ່ງແຈ້ງການຫລາຍກວ່າ 1.000 ສະບັບ ແລະ ວຽກງານອື່ນໆມີ ຜົນສໍາເລັດ, ພ້ອມນັ້ນກໍ່ໄດ້ຜ່ານທິດທາງແຜນການວຽກງານຈຸດສຸມໃນ 3 ເດືອນ ທ້າຍປີ 2026 ຕື່ມອີກ.

ພາບ-ຂ່າວ : ມະໄລພິນ ເພັດສົມພອນ