ທ່ານ ຮອງປະທານຄະນະກໍາປົກຄອງ ແຂວງສາລະວັນ ຢ້ຽມຢາມ ແລະ ຊຸກຍູ້ ວຽກງານ ຢູ່ອົງການກາແດງແຂວງ

ທ່ານ ຮອງປະທານຄະນະກໍາປົກຄອງ ແຂວງສາລະວັນ ຢ້ຽມຢາມ ແລະ ຊຸກຍູ້ ວຽກງານ ຢູ່ອົງການກາແດງແຂວງ

ໃນວັນທີ 1 ຕຸລາ 2026 ນີ້ ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກໍາປົກຄອງແຂວງສາລະວັນ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ເຄື່ອນໄຫວຢ້ຽມຢາມ ຕິດຕາມກວດກາ ແລະ ຊຸກຍູ້ວຽກງານ, ຢູ່ອົງການກາແດງແຂວງ, ໂດຍໃຫ້ການຕ້ອນຮັບຂອງ ທ່ານ ດາວັນ ພວງຈໍາປາ ຫົວໜ້າອົງການກາແດງແຂວງ, ພ້ອມດ້ວຍພ້ອມຄະນະ ແລະ ພະນັກງານລັດຖະກອນ ໃຫ້ການຕ້ອນຮັບ, ພ້ອມທັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງອົງການກາແດງແຂວງ ໃນໄລຍະ 9 ເດືອນ, ເຊີ່ງໄດ້ມີຜົນສໍາເລັດຫຼາຍດ້ານ, ໂດຍໄດ້ສຸມໃສ່ 9 ວຽກຈຸດສຸມ ແລະ 10 ແຜນງານ, ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງ ການກາແດງ ເປັນຕົ້ນ:ວຽກງານການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ, ການສົ່ງເສີມສຸຂະພາບຂັ້ນພື້ນຖານ ການປະຖົມພະຍາ ບານ, ການກູ້ໄພສຸກເສີນ, ການໂຄສະນາ ແລະ ຂົນຂວາຍແຫຼ່ງທຶນ, ການສ້າງສະມາ ຊິກ ແລະ ອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ, ການພົວພັນ ແລະ ຮ່ວມມືສາກົນ ແລະ ການສ້າງຄວາມເຂັ້ມແຂງໃຫ້ອົງການ.

ກ່ອນອື່ນທ່ານຮອງປະທານຄະນະກໍາປົກຄອງແຂວງ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນໍາ ແລະ ພະນັກງານລັດຖະກອນພາຍໃນອົງການກາແດງແຂວງ, ທີ່ມີຄວາມບຸກບືນຫ້າວຫັນ, ເຮັດສໍາເລັດໜ້າທີ່ຕາມການມອບໝາຍຈາກຄະນະພັກຂັ້ນເທິງ, ທ່ານໄດ້ໂອ້ລົມ ແລະ ເນັ້ນໃຫ້ເອົາໃຈໃສ່ຫຼາຍບັນຫາສໍາຄັນ ເປັນຕົ້ນ: ອົງການກາແດງ ແມ່ນອົງການຈັດຕັ້ງສັງຄົມໜຶ່ງ, ມີພາລະບົດບາດເປັນເສນາທິການຊ່ວຍຄະນະພັກ, ອົງການປົກຄອງແຂວງ ໃນການປະຕິບັດວຽກງານບັນເທົາທຸກໃຫ້ແກ່ປະຊາຊົນຜູ້ ຜູ້ປະສົບໄພພິບັດຕ່າງໆ, ເອົາໃຈໃສ່ປົກປັກຮັກສາສົ່ງເສີມສຸຂະພາບຂັ້ນພື້ນຖານ, ຈັດຕັ້ງປະຕິບັດວຽກງານການບໍລິຈາກເລືອດແບບສະໝັກໃຈໂດຍບໍ່ຮຽກ ຮ້ອງສິ່ງຕອບແທນ, ສະໜອງເລືອດທີ່ປອດໄພ ພຽງພໍ ແລະ ທັນເວລາ, ຍົກສູງຄຸນຄ່າດ້ານມະນຸດສະທຳ ຂົນຂວາຍແຫຼ່ງທຶນ ແລະ ອາສາສະໝັກກາແດງ ເພື່ອປະກອບສ່ວນເຂົ້າໃນວຽກງານມະນຸດສະທຳໃຫ້ຫຼາຍຂື້ນ.

ນອກນັ້ນ: ທ່ານຮອງປະທານຄະນະກໍາປົກຄອງແຂວງ, ຍັງໄດ້ເນັ້ນໃຫ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຫຼາຍຂື້ນ, ໃຫ້ມີຄວາມໜັກແໜ້ນດ້ານຄຸນທາດການເມືອງແນວຄິດ, ຄຸນສົມບັດສິນທໍາປະຕິວັດຍົກສູງຄວາມຮູ້ຄວາມສາມາດ, ມີຄວາມສາມັກ ຄີເປັນປຶກແຜ່ນແໜ້ນໜາ, ທັງມີແບບແຜນວິທີເຮັດວຽກ ແລະ ແບບແຜນການນໍາພາ, ເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງມອບໝາຍ, ໃຫ້ມີຄວາມຖືກຕ້ອງ, ວ່ອງ ໄວ, ປະຕິບັດພາລະບົດບາດ, ໜ້າທີ່ວຽກງານວິຊາສະເພາະ, ມີການຕິດຕາມ, ກວດກາ, ຄຸ້ມຄອງ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ, ນອກນັ້ນ: ຍັງຈະຕ້ອງໄດ້ເອົາໃຈໃສ່ເຊື່ອມຊືມແນວທາງຂອງພັກໃຫ້ໜັກແໜ້ນ, ຖືເອົາວຽກສຶກສາອົບຮົມການເມືອງແນວຄິດ, ເປັນວຽກແຖວໜ້າ, ວຽກກໍ່ສ້າງພະນັກງານ ແລະ ຂະ ຫຍາຍສະມາຊິກພັກ, ສໍາຄັນແມ່ນວຽກງານວິຊາສະເພາະ ຄືການປຸກລະດົມຂົນ ຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ ໃຫ້ພຽງພໍ ແລະ ທັນເວລາ ແລະ ວຽກງານອື່ນໆຕ້ອງໄດ້ເອົາໃຈໃສ່ໃຫ້ມີຜົນສໍາເລັດຫຼາຍກ່ວາເກົ່າ.

ພາບ-ຂ່າວ: ວຽງລະຄອນ ລາຊະເກສີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa