ຄູໄຂ່ແກ້ວ ແກ້ວດວງດີ ພູມໃຈທີ່ໄດ້ອຸທິດຕົນເພື່ອການສຶກສາ ແລະ ກຳລັງແຮງໜຶ່ງສ້າງເຍົາວະຊົນ

ຄູໄຂ່ແກ້ວ ແກ້ວດວງດີ ພູມໃຈທີ່ໄດ້ອຸທິດຕົນເພື່ອການສຶກສາ ແລະ ກຳລັງແຮງໜຶ່ງສ້າງເຍົາວະຊົນ

ຄູໄຂ່ແກ້ວ ແກ້ວດວງດີ ເປັນຄູສອນຢູ່ໂຮງຮຽນປະຖົມ ບ້ານໂນນຄຳ ເມືອງເລົ່າງາມ ແຂວງສາລະວັນ ໃຫ້ສຳພາດວ່າ: ຕະຫຼອດໄລຍະເວລາໃນການປະຕິບັດໜ້າທີ່ ອາຊີບຄູ ເປັນເວລາ 12 ປີ, ມີຄວາມຮູ້ສຶກພາກພູມໃຈທີ່ສຸດ ເພາະເປັນອາຊີບທີ່ຮັກ ແລະ ມັກ, ພ້ອມທັງຢາກໃຫ້ເດັກທຸກຄົນ ໄດ້ຮັບການສຶກສາຮ່ຳຮຽນ, ເຂົ້າໃຈເຖີງຄວາມສຳຄັນຂອງການສຶກສາ ເພາະເປັນຂະບວນການຫຼໍ່ຫຼອມສະຕິປັນຍາ, ແນວຄິດ, ຄຸນສົມບັດ ແລະ ທັກສະການດຳລົງຊີວິດ ໃຫ້ຄົນເຮົາ ສາມາດປັບຕົວເຂົ້າກັບທຸກການປ່ຽນແປງໄດ້ຢ່າງມີປະສິດທິພາບ. ການສຶກສາປຽບເໝືອນກຸນແຈດອກສຳຄັນ ທີ່ບໍ່ພຽງແຕ່ໄຂປະຕູສູ່ໂອກາດ ແລະ ຄວາມສຳເລັດສ່ວນບຸກຄົນເທົ່ານັ້ນ, ແຕ່ຍັງເປັນກຳລັງແຮງຫຼັກໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຢ່າງຍືນຍົງ.

ເບື້ອງຫຼັງການປະຕິບັດໜ້າທີ່ ຄູສອນ ຫຼື “ແມ່ພິມຂອງຊາດ” ຂອງຄູ ໄຂ່ແກ້ວ ແກ້ວດວງດີ ໄດ້ກ້າວເຂົ້າສູ່ເສັ້ນທາງການເປັນຄູສອນ ນັບແຕ່ປີ 2014, ເປັນຄູສອນອາສາສະໝັກ, ເຊີ່ງຜ່ານຜ່າທຸກອຸປະສັກ, ຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະຕ້ອງຫ່າງໄກຈາກຄອບຄົວ, ພໍ່ແມ່ ແລະ ບ້ານເກີດເມືອງນອນ ເພື່ອເດີນທາງໄປປະຕິບັດໜ້າທີ່ສິດສອນເດັກນ້ອຍ ໃນເຂດຫ່າງໄກສອກຫຼີກ ດ້ວຍຄວາມມຸ່ງໝັ້ນອັນດຽວຄື: ຢາກເຫັນລູກຫຼານ ຄົນຮຸ່ນຫຼັງມີອະນາຄົດທີ່ສົດໃສ ແລະ ເປັນຄົນທີ່ມີຄວາມຮູ້ຄວາມສາມາດ, ເປັນຄົນດີຂອງພໍ່ແມ່, ຂອງສັງຄົມ ກໍຄືຂອງຊາດ. ດ້ວຍຄວາມພະຍາຍາມ, ດ້ວຍອຸດົມການ, ມາຮອດປີ 2022 ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນຄູ ຕາມຄວາມຄາດຫວັງໄວ້ ແລະ ໄດ້ກ້າວເດີນສູ່ເສັ້ນທາງອາຊີບນີ້. ນອກຈາກການສິດສອນ ຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ. ອາຈານ ໄຂ່ແກ້ວ ຍັງໄດ້ອຸທິດເວລາ ແລະ ຄວາມສາມາດ ເປັນຄູສອນສິລະປະການສະແດງ ປະຈຳຢູ່ສູນວັດທະນະທຳເດັກ ແຂວງສາລະວັນ. ພ້ອມກັນນັ້ນ ຍັງໄດ້ສ້າງຕັ້ງ ແລະ ຝຶກຊ້ອມທີມງານຟ້ອນເຍົາວະຊົນ ເພື່ອປູກຈິດສຳນຶກຄ່ານິຍົມ ແລະ ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ເດັກນ້ອຍໄດ້ຮຽນຮູ້ຄຸນຄ່າຂອງວັດທະນະທຳລາວ ຜ່ານການນຸ່ງຖື, ການຟ້ອນ ແລະ ສຽງດົນຕີພື້ນບ້ານ ສາມາດເຮັດໃຫ້ເດັກກ້າສະແດງອອກ.

ເນື່ອງໃນໂອກາດ, ວັນຄູແຫ່ງຊາດ 7 ຕຸລາ ທີ່ຈະວຽນມາຄົບຮອບອີກວາລະໜຶ່ງນີ້, ຄູ ໄຂ່ແກ້ວ ແກ້ວດວງດີ ໄດ້ສະແດງຄວາມຮູ້ສຶກພູມໃຈ ທີ່ໄດ້ຮັບໃຊ້ຊາດ, ຮັບໃຊ້ສັງຄົມ ແລະ ໄດ້ມີໂອກາດໃຫ້ຄວາມຮູ້ແກ່ຫຼານນ້ອຍ ເພື່ອສ້າງໃຫ້ເຂົາເຈົ້າເປັນຄົນທີ່ມີຄວາມຮູ້, ຄວາມສາມາດ. ທັງໄດ້ສະແດງຄວາມຮູ້ບຸນຄຸນມາຍັງການນຳພັກ-ລັດ ທີ່ໄດ້ໃຫ້ໂອກາດໃນການປະຕິບັດໜ້າທີ່ເປັນຄູສອນ ແລະ ໄດ້ເອື້ອອຳນວຍຄວາມສະດວກຫຼາຍດ້ານ. ໂອກາດນີ້, ຂໍອວຍພອນໄຊ ໃຫ້ແດ່ຄູ-ອາຈານ ທຸກທ່ານ ຈົ່ງປະສົບແຕ່ຜົນສຳເລັດ, ມີຄວາມຈະເລີນກ້າວໜ້າ ແລະ ຊ່ວຍສະໜັບສະໜູນ, ສົ່ງເສີມວຽກງານການສຶກສາ ໃຫ້ນັບມື້ນັບເຕີບໃຫຍ່, ເຂັ້ມແຂງ ແລະ ມີຄຸນນະພາບ. ອວຍພອນແດ່ວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ.

ໂດຍ: ວິໄລວອນ ສິດທິໄຊ

#ວັນຄູແຫ່ງຊາດ 7 ຕຸລາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa