ເມືອງຕະໂອ້ຍ ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ I ໃຫ້ພະນັກງານຫຼັກແຫຼ່ງ

ເມືອງຕະໂອ້ຍ ສຳເລັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ I ໃຫ້ພະນັກງານຫຼັກແຫຼ່ງ
ຊຸດຝຶກອົບຮົມວຽກງານກວດກາພັກ ແລະ ກວດກາລັດ ລະບົບ 03 ວັນ ຊຸດທີ I ຂອງເມືອງຕະໂອ້ຍ ໄດ້ສຳເລັດລົງໃນວັນທີ 30 ກັນຍານີ້, ພາຍຫຼັງດຳເນີນການແຕ່ວັນທີ 28 ກັນຍາ 2026 ທີ່ສະໂມສອນຂອງເມືອງ. ໂດຍໃຫ້ກຽດເຂ້ົາຮ່ວມຂອງ ທ່ານ ຄຳສະໄຫວ ວິລະກອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ມີຄະນະປະຈຳພັກເມືອງ, ຄະນະກວດກາພັກ-ລັດເມືອງ, ບັນດາເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງເມືອງ, ຄູຝຶກ ແລະ ສຳມະນາກອນເຂົ້າຮ່ວມ.
ທ່ານ ແກ້ວອຸດອນ ທານິນ ຮອງປະທານກວດກາເມືອງ ໄດ້ລາຍງານການຝຶກອົບຮົມ ຄັ້ງນີ້ເປັນອີກບາດກ້າວໜຶ່ງໃນການຍົກສູງຄວາມຮູ້, ທັກສະ ແລະ ຄວາມຮັບຜິດຊອບໃຫ້ແກ່ບຸກຄະລາກອນວຽກງານກວດກາ ເພື່ອນຳໄປໝູນໃຊ້ໃນການປະຕິບັດວຽກງານຕົວຈິງຢ່າງຖືກຕ້ອງ, ຮັດກຸມ ແລະ ມີປະສິດທິຜົນ, ໂດຍມີເປົ້າໝາຍເຂົ້າ່ຮ່ວມທັງໝົດ 61 ສະຫາຍ, ຍິງ 6 ສະຫາຍ, ເຊີ່ງມີບັນດາຄະນະກວດກາພັກເມືອງ, ປະທານກວດກາຄະນະພັກຕາແສງ, ຜູ້ເຮັດວຽກງານກວດກາໜ່ວຍພັກ, ປະທານ ຫຼື ຮອງປະທານກວດກາຄະນະພັກຮາກຖານຂັ້ນສຳນັກງານ ແລະ ຜູ້ເຮັດວຽກງານກວດກາລັດຂອງຫ້ອງການອ້ອມຂ້າງເມືອງ. ການຝຶກອົບຮົມໄດ້ສຸມໃສ່ຮຽນຮູ້ 5 ບົດຮຽນສຳຄັນ ຄື: ຄວາມຮູ້ພື້ນຖານວຽກງານຕິດຕາມ ແລະ ກວດກາຂອງພັກ; ຄວາມຮູ້ພື້ນຖານວຽກງານກວດກາລັດ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ວຽກງານສືບສວນ-ສອບສວນການສໍ້ລາດບັງຫຼວງ; ແລະ ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ. ເຊີ່ງຊຸດຝຶກອົບຮົມຄັ້ງນີ້, ຄະນະຮັບຜິດຊອບຂັ້ນເມືອງໄດ້ກະກຽມດ້ານນິຕິກຳ, ແຜນວຽກ, ແຜນຄົນ, ແຜນງົບປະມານ ແລະ ເອກະສານຮັບໃຊ້ການຝຶກອົບຮົມຢ່າງຄົບຖ້ວນ.
ຈາກນັ້ນ, ທ່ານ ສົມພານ ພົມມະວົງສ້າຍ ຄະນະປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງ ໄດ້ມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ ທີ່ເຂົ້າຮ່ວມ; ທ່ານ ຄຳສະໄຫວ ວິລະກອນ ໄດ້ມອບຂອງຂວັນ ແລະ ໃບຂອບໃຈໃຫ້ຄູຝຶກຈາກຄະນະກວດກາພັກແຂວງ ທັງໄດ້ມີຄຳເຫັນໂອ້ລົມ, ໄດ້ເນັ້ນໃຫ້ບັນດາສຳມະນາກອນ ນຳເອົາຄວາມຮູ້, ບົດຮຽນ ແລະ ປະສົບການທີ່ໄດ້ຮັບຈາກການຝຶກອົບຮົມ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ເກີດຜົນສຳເລັດ; ເອົາໃຈໃສ່ການກວດກາ, ຕິດຕາມ, ຊີ້ນຳ ແລະ ປ້ອງກັນບັນຫາຂໍ້ບົກພ່ອງຕ່າງໆ ໃຫ້ທັນການ, ຍຶດໝັ້ນລະບຽບ, ນິຕິກຳ, ມີຄວາມໂປ່ງໃສ, ຍຸຕິທຳ, ຮອບຄອບ ແລະ ຮັບຜິດຊອບ; ສືບຕໍ່ຄົ້ນຄວ້າຮ່ຳຮຽນ ແລະ ຍົກສູງຄວາມຮູ້-ຄວາມສາມາດຂອງຕົນ ເພື່ອໃຫ້ວຽກງານກວດກາພັກ-ລັດ ສາມາດປະກອບສ່ວນຮັບໃຊ້ການນຳພາ-ບັນຊາ ແລະ ການປະຕິບັດໜ້າທີ່ຂອງເມືອງ ໃຫ້ມີປະສິດທິຜົນ.
ໂດຍ: ພິມໃຈ ດວງມະລາໄລ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa