ແຂວງສາລະວັນ ຝຶກອົບຮົມສ້າງຄວາມອາດສາມາດການນໍາໃຊ້ເຕັກໂນໂລຊີອັດສະລິຍະ

ວັນທີ 1 ຕຸລາ 2026 ນີ້, ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ສາລະວັນ,ໄດ້ຝຶກອົບຮົມສ້າງຄວາມອາດສາມາດການນໍາໃຊ້ເຕັກໂນໂລຊີອັດສະລິຍະ, ໂດຍເປັນປະທານຂອງ ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ກັດສະປະ ວຸດທິຈັນທະເດດ ຮອງຫົວຫນ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງສາລະວັນ, ມີວິທະຍາກອນ ແລະ ສໍາມະນາກອນທີ່ມາຈາກພະແນກການກ່ຽວຂ້ອງອ້ອມຂ້າງແຂວງ ແລະ ພະນັກງານພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານເຂົ້າຮ່ວມ.

ທ່ານ ໄຊສົງຄາມ ພານຸວົງ ໄດ້ໃຫ້ຮູ້ເຖິງຈຸດປະສົງການຝຶກອົບຮົມໃນຄັ້ງນີ້ວ່າ: ປັນຍາປະດິດ ຫຼື AI ໄດ້ກາຍເປັນເຕັກໂນໂລຊີສຳຄັນ ທີ່ມີບົດບາດໃນການຍົກສູງ ປະສິດທິ ພາບຂອງການເຮັດວຽກ, ການວິເຄາະຂໍ້ມູນ, ການຕັດສິນໃຈ, ການບໍລິຫານຈັດການ ແລະ ການໃຫ້ບໍລິການ ສາທາລະນະ, ສຳລັບພາກລັດ AI ບໍ່ແມ່ນພຽງແຕ່ເຄື່ອງມືທາງເຕັກນິກເທົ່ານັ້ນ, ເປັນປັດໄຈສຳຄັນໃນການປັບປຸງຮູບແບບການເຮັດວຽກ, ຫຼຸດຜ່ອນການເຮັດວຽກໃນປະຈຳວັນ, ເພີ່ມຄວາມຖືກຕ້ອງໃນການຈັດການຂໍ້ມູນ ແລະ ການບໍລິຫານລັດ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.

ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ: ນໍາສະເໜີຄວາມຮູ້ພື້ນຖານການນໍາໃຊ້ປັນຍາປະດິດ (AI) ແລະ ເຕັກນິກການປ້ອນຄໍາສັ່ງ ໃຫ້ AI ເຮັດວຽກໄດ້ຢ່າງຖຶກຕ້ອງ, ການນໍາໃຊ້ປັນຍາປະດິດສ້າງສັນ ເພື່ອການວິເຄາະຂໍ້ມູນ ແລະ ການສ້າງສື່ຕ່າງໆ ເຂົ້າໃນວຽກງານຫ້ອງການ, ຄວາມຮູ້ພື້ນຖານການນໍາໃຊ້ອິນເຕີເນັດແຫ່ງສັບພະສິ່ງ ( IOT )ການນໍາໃຊ້ AI ຢ່າງມີຈັນຍາບັນ ແລະ ຄວາມ ຮັບຜິດຊອບ.

ພາບ- ຂ່າວ: ວຽງລະຄອນ ລາຊະເກສີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa