ສະຫະພັນແມ່ຍິງແຂວງສາລະວັນ ຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານການຕັດຫຍິບ ໃຫ້ສະມາຊິກສະຫະພັນແມ່ຍິງອ້ອມຂ້າງແຂວງ.

ສະຫະພັນແມ່ຍິງແຂວງສາລະວັນ ຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານການຕັດຫຍິບ ໃຫ້ສະມາຊິກສະຫະພັນແມ່ຍິງອ້ອມຂ້າງແຂວງ.

ໃນຕອນເຊົ້າວັນທີ 6 ຕຸລາ 2026, ທີ່ສູນຝຶກອົບຮົມວິຊາຊີບ ສະຫະພັນແມ່ຍິງແຂວງສາລະວັນ, ຝຶກອົບຮົມການສ້າງຄວາມເຂັ້ມແຂງທາງດ້ານການຕັດຫຍິບໄລຍະສັ້ນ, ໂດຍການເປັນປະທານຂອງ ທ່ານ ນາງ ເກສອນ ນວນວິໄລທອງ ຮອງປະທານສະຫະພັນແມ່ຍິງແຂວງສາລະວັນ, ພ້ອມດ້ວຍວິທະຍາກອນ, ສໍາມະນາກອນຈາກສະຫະພັນແມ່ຍິງອ້ອມຂ້າງແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ເກສອນ ນວນວິໄລທອງ ໄດ້ໃຫ້ຮູ້ວ່າ: ຈຸດປະສົ່ງຂອງການຝຶກອົບຮົມຄັ້ງນີ້ກໍ່ເພື່ອເປັນການສົ່ງເສີມເອື້ອຍນ້ອງແມ່ຍິງ ໂດຍສະເພາະຜູ້ທີ່ຍັງບໍ່ມີວຽກເຮັດງານທໍາ ໃຫ້ໄດ້ຮັບໂອກາດໃນການຮຽນຮູ້ ແລະ ພັດທະນາສີມື, ສ້າງຄວາມເຂັ້ມແຂງ ແລະ ວິຊາຊີບ, ຍົກລະດັບຄວາມຮູ້ ຄວາມສາມາດ ໃນດ້ານການຕັດຫຍິບ ເພື່ອນໍາໄປປະກອບເປັນອາຊີບຫຼັກ ຫຼື ອາຊີບເສີມ, ເພີ່ມຊ່ອງທາງໃນການສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ, ກ້າວໄປສູ່ການຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ບັ້ນຝຶກອົບຮົມຄັ້ງນີ້: ສຳມະນາກອນໄດ້ຮຽນຮູ້ກ່ຽວກັບ ການນໍາໄຊ້ຈັກ ແລະ ກຽມຄວາມພ້ອມຂອງເຄື່ອງຈັກ, ແຍ່ດ້າຍ, ປັບຄວາມຖີ່ຫ່າງຂອງເສັ້ນດ້າຍ, ແນະນໍາອຸປະກອນທີ່ຈະໄຊ້ໃນການຕັດຫຍິບສິ້ນເປັນຕົ້ນ: ມີດຕັດ, ໄມ້ບັນທັດຊື່, ໄມ້ບັນທັດກົ່ງ, ເຊືອກວັດ, ສໍແຕ້ມ, ຂັ້ນຕອນ ແລະ ວິທີການວັດແທກສິ້ນພື້ນຖານເຊັ່ນ:ແທກຮອບແອວ, ສະໂພກ, ຄວາມຍາວສີ້ນ,ການຄິດໄລ່ຄວາມກ້ວາງສິ້ນ, ແຕ້ມເກັດສິ້້ນ ແລະ ເກັບລາຍລະອຽດຕ່າງໆ, ບັ້ນຝຶກອົບຮົມຄັ້ງນີ້ແມ່ນຈະໄດ້ດຳເນີນເປັນເວລາ 5 ວັນຈຶ່ງສຳເລັດ.

ພາບ- ຂ່າວ: ວຽງລະຄອນ ລາຊະເກສີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa