ກົມຈັດຕັ້ງ-ພະນັກງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ເຄື່ອນໄຫວເຮັດວຽກ ຮ່ວມກັບສະຫະພັນນັກຮົບເກົ່າແຂວງສາລະວັນ

ກົມຈັດຕັ້ງ-ພະນັກງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ເຄື່ອນໄຫວເຮັດວຽກ

ຮ່ວມກັບສະຫະພັນນັກຮົບເກົ່າແຂວງສາລະວັນ

ໃນວັນທີ 30 ກັນຍາ 2026 ນີ້ ທ່ານ ພັອ ບົວຄໍາ ຄຸນມີສຸກ ຄະນະບໍລິຫານງານແຫ່ງຊາດລາວຫົວໜ້າກົມຈັດຕັ້ງ-ພະນັກງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມຄະນະ ເຄື່ອນໄຫວເຮັດວຽກຮ່ວມກັບສະຫະພັນນັກຮົບເກົ່າແຂວງສາລະວັນ ໂດຍການຕອ້ນຮັບຂອງ ທ່ານ ພັທ ສໍາລີ ໂພທິສານ ຄະນະບໍລິຫານງານ, ປະທານສະຫະພັນນັກຮົບເກົ່າແຂວງສາລະວັນ ພ້ອມດ້ວຍຄະນະປະທານ ສະຫະພັນນັກຮົບເກົ່າແຂວງ, ຄະນະປະທານສະຫະພັນນັກຮົບເກົ່າ 5 ຕົວເມືອງ ຄືເມືອງສາລະວັນ ເລົ່າງາມ, ວາປີ, ຕຸ້ມລານ ແລະ ເມືອງຕະໂອ້ຍ, ມີຫົວໜ້າຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮວ່ມ

ທ່ານ ພັທ ສໍາລີ ໂທທິສານ ປະທານສະຫະພັນນັກຮົບເກົ່າແຂວງສາລະວັນ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານໂດຍຫຍໍ້ ກ່ຽວກັບການເຄື່່ອນໄຫວວຽກງານຂອງສະຫະພັນນັກຮົບເກົ່າແຂວງ ໃນ 1 ປີທີ່ຜ່ານມາ, ເຊີ່ງໄດ້ຍົກໃຫ້ເຫັນຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ: ດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ໃນໂອກາດດັ່ງກ່າວ ທ່ານ ພັອ ບົວຄໍາ ຄຸນມີສຸກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ກໍ່ໄດ້ຜ່ານຄໍາແນະນໍາ ກ່ຽວກັບການຈັດຕັ້ງສະຫະພັນນນັກຮົບເກົ່າຕາແສງ ສະບັບເລກທີ 140/ສນຫລ, ລົງວັນທີ 23 ກັນຍາ 2026 ແລະ ຂໍ້ກໍານົດໂຄງປະກອບການຈັດຕັ້ງ ແລະ ໂຄງປະກອບບຸກຄະລາກອນຂອງສະຫະພັນນັກຮົບເກົ່າ 5 ຂັ້ນ ສະບັບເລກທີ 139/ສນຫລ, ລົງວັນທີ 23 ກັນຍາ 2026 ແລະ ໄດ້ຮັບຟັງການຜ່ານເອກະສານເກັບກໍາຂໍ້ມູນ, ຄໍາຄິດຄໍາເຫັນໃສ່ ຮ່າງກົດໝາຍ ວ່າດວ້ຍ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ( ສະບັບປັບປຸງ ) ພ້ອມທັງອະທິບາຍແນະນໍາແຕ່ລະມາດຕາ, ຈາກນັ້ນ ທັງສອງຝ່າຍກໍ່ໄດ້ປະກອບຄໍາຄິດຄໍາເຫັນ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃສ່ຮ່າງກົດໝາຍ, ເພີ່ມເຕີມບາງບັນຫາໃນແຕ່ລະມາດຕາ.

ໂອກາດດັ່ງກ່າວ ທ່ານ ພັອ ບົວຄໍາ ຄຸນມີສຸກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ກໍ່ມີຄໍາເຫັນຊີ້ນໍາ, ພ້ອມທັງອະທິບາຍໃນບາງບັນຫາ ຕໍ່ຜູ້ເຂົ້າຮວ່ມກອງປະຊຸມ ເພື່ອເຮັດໃຫ້ການປັບປຸງກົດໝາຍ ສະບັບດັ່ງກ່າວຖືກຕ້ອງ, ສອດຄອງ ແລະ ຍຸດຕິທໍາຕາມທີ່ກໍານົດໄວ້ ແລະ ໄດ້ເນັ້ນໜັກມາຍັງພະນັກງານ-ວິຊາການທີ່ກ່ຽວຂ້ອງທຸກຂັ້ນ ຂອງສະຫະພັນນັຮົບເກົ່າແຂວງ ເມືອງ, ຈົ່ງພ້ອມກັນເປັນເຈົ້າການ ຄົ້ນຄວ້າ ເພື່ອປະກອບຄໍາຄິດຄໍາເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖວ້ນ ແລະ ສົມບູນ ພ້ອມກັນນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານ ວິຊາສະເພາະຂອງຕົນ ທີ່ໄດ້ຮັບການມອບໝາຍໃຫ້ໄດ້ຮັບຜົນດີ.

ພາບ-ຂ່າວ: ພັນມະຫາ ເຮືອງຫົງສາ ຈາກສະຫະພັນນັກຮົບເກົ່າແຂວງສາລະວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa