ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງສາລະວັນ
ຈັດກອງປະຊຸມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງ ຄຸ້ມຄອງ

ໃນວັນທີ 24 ພະຈິກ 2026 ນີ້, ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງສາລະວັນ ໄດ້ຈັດກອງປະຊຸມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງ ຄຸ້ມຄອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນສີລອນ ສີສົມບູນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ສະຫາຍ ແສງພະຈັນ ທອງພະໄຕສັກ ຮອງຫົວໜ້າກົມຈັດຕັ້ງ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ; ສະຫາຍ ນາງ ສູນໄຖ ໄຊຍະແສງ ກໍາມະການພັກແຂວງ, ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ ພ້ອມດ້ວຍຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ຈັນສີລອນ ສີສົມບູນ ໄດ້ມີຄຳເຫັນຊີ້ນຳ ແລະ ແລກປ່ຽນທັດສະນະກ່ຽວກັບການສ້າງແຜນກຳນົດພະນັກງານ ໂດຍເນັ້ນວ່າ: ການສ້າງແຜນຕ້ອງມີລັກສະນະວິທະຍາສາດ, ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນຕໍ່ໜ້າ ຄຽງຄູ່ກັບສະພາບຕົວຈິງຂອງຖັນແຖວພະນັກງານທີ່ມີຢູ່, ພ້ອມທັງປະຕິບັດຕາມຫຼັກການ, ຂັ້ນຕອນ ແລະ ເງື່ອນໄຂທີ່ກຳນົດໄວ້. ພ້ອມນີ້, ການວາງແຜນຕ້ອງຮັບ ປະກັນລັກສະນະເປີດກວ້າງ ໂດຍບໍ່ຈຳກັດການຄາດຄະເນພະນັກງານໄວ້ສະເພາະຕຳແໜ່ງໃດໜຶ່ງ, ຄວນພິຈາລະນາຄາດຄະເນພະນັກງານໃຫ້ສາມາດຮອງຮັບໄດ້ຫຼາຍຕຳແໜ່ງ, ທັງໃຫ້ເອົາໃຈໃສ່ໃນການມີສ່ວນຮ່ວມຄົ້ນຄວ້າ, ສະເໜີຄຳຄິດເຫັນ ແລະ ນຳສະເໜີບຸກຄົນທີ່ມີມາດຖານ, ເງື່ອນໄຂ. ການສ້າງແຜນກຳນົດພະນັກງານ ຕ້ອງມີລັກສະນະເຄື່ອນເໜັງ ແລະ ສາມາດປັບປ່ຽນໄດ້ຕາມສະພາບຕົວຈິງ; ພາຍຫຼັງການຮັບຮອງແຜນແລ້ວ ຕ້ອງມີການປະເມີນ, ກວດກາ ແລະ ຕີລາຄາພະນັກງານເປັນປະຈຳທຸກປີ. ສຳລັບການຄັດເລືອກບຸກຄະລາກອນ ຕ້ອງໃຫ້ຄວາມສຳຄັນຕໍ່ມາດຖານເງື່ອນໄຂ, ຄວາມຮູ້, ຄວາມສາມາດ, ປະສົບການ ແລະ ຄຸນສົມບັດສິນທຳປະຕິວັດ, ຄຳນຶງເຖິງອາຍຸກະສຽນ, ເພດ ແລະ ເຜົ່າ ເພື່ອໃຫ້ມີພະນັກງານຫຼາຍຮຸ່ນ ສາມາດສືບທອດກັນໄດ້ຢ່າງຕໍ່ເນື່ອງ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ເຊື່ອມຊຶມເນື້ອໃນເອກະສານສໍາຄັນ ເປັນຕົ້ນແມ່ນ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 064/ກມສພ, ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍ: ວຽກງານສ້າງແຜນກຳນົດພະນັກງານນໍາພາຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ, ລົງວັນທີ 21/8/2026 ແລະ ຮັບຟັງການແນະນໍາການສ້າງແຜນກໍານົດພະນັກງານ ຈາກຄະນະຮັບຜິດຊອບ ພ້ອມທັງປ່ອນທາບທາມຮອບທີ 1, ຮອບ 2 ແລະ ຮອບທີ 3.

ທັງນີ້, ເພື່ອຄວາມໂປ່ງໃສ ແລະ ຍຶດຖືມາດຖານເປັນຫຼັກ ຈະເປັນພື້ນຖານໃນການສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ມີຄວາມພ້ອມຮັບຜິດ ຊອບວຽກງານ, ສາມາດສືບທອດການນໍາພາ-ຄຸ້ມຄອງ ແລະ ນໍາພາຂະແໜງການໃຫ້ບັນລຸເປົ້າໝາຍການພັດທະນາໃນອະນາຄົດ.
ພາບ-ຂ່າວ: ສ.ພະຈັນ