ປະຈຸບັນ ກຸ່ມຜະລິດກາເຟຄຸນນະພາບ ຕາແສງດົງກະເຟຄໍາ ເມືອງເລົ່າງາມ ມີ ສະມາຊິກເພີ່ມຂື້ນເຖິງ 510 ຄອບຄົວ ໃນເນື້ອທີ່ 490 ເຮັກຕາ

ປະຈຸບັນ ກຸ່ມຜະລິດກາເຟຄຸນນະພາບ ຕາແສງດົງກະເຟຄໍາ ເມືອງເລົ່າງາມ ມີ ສະມາຊິກເພີ່ມຂື້ນເຖິງ 510 ຄອບຄົວ

ໃນເນື້ອທີ່ 490 ເຮັກຕາ

ທ່ານ ໄຊຍະເດດ ແກ້ວພູຫົງ ປະທານ ຄະນະກໍາມະການປົກຄອງ ຕາແສງດົງກະເຟຄໍາ, ຕາງໜ້າໃຫ້ສະມາຊິກກຸ່ມຜະລິດກາເຟຄຸນນະພາບ, ເມືອງເລົ່າງາມ, ໄດ້ມີຄໍາເຫັນໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມສະຫຼຸບຜົນງານການຈັດຕັ້ງປະຕິບັດໂຄງ ການສົ່ງເສີມການປູກກາເຟສະມັດຕະພາບສູງ ຄຸນນະພາບດີ ຕິດພັນກັບຕະຫຼາດທີ່ໜັ້ນຄົງ ໃນເຂດພູພຽງບໍລະເວນ ຄົບຮອບ 5 ປີ, ຂອງບໍລິສັດ ສົມໄຊຈະເລີນ ສົ່ງເສີມການກະເສດ ຈຳກັດຜູ້ດຽວ ທີ່ໄດ້ຈັດຂື້ນໃນຫ່ວາງບໍ່ດົນມານີ້, ທ່ານໄດ້ຍົກໃຫ້ເຫັນວ່າ: ໃນເມື່ອກ່ອນຊາວສວນປູກກາເຟ ເມືອງເລົ່າງາມ, ແມ່ນໄດ້ປະ ເຊີນກັບສິ່ງທ້າທາຍ ແລະ ອຸປະສັກຄວາມຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນ: ສະມັດຕະພາບການຜະລິດຕ່ຳ, ຂາດທຶນຮອນ, ເຕັກນິກວິຊາການ ແລະ ດ້ານການຕະຫຼາດແລະອື່ນໆ.ນັບແຕ່ປີ 2021 ເປັນຕົ້ນມາ, ທາງ ບໍລິສັດ ສົມໄຊ ຈະເລີນ ໄດ້ເຂົ້າມາຈັດຕັ້ງປະຕິບັດໂຄງການ, ສົ່ງເສີມປະຊາຊົນໃນການປູກກາເຟຄຸນນະພາບ, ດ້ວຍການສະໜອງທຶນ, ຝຸ່ນຊີວະພາບ, ຝຶກອົບຮົມເຕັກນິກການປູກ, ການບົວລະບັດຮັກສາ, ການໃສ່ຝຸ່ນ, ການຕິດຕາມ ຈົນຮອດຂັ້ນຕອນການເກັບກູ້ຜົນຜະລິດ, ການຈັດຫາຕະຫຼາດທີ່ໝັ້ນຄົງ, ເກັບຊື້ກາເຟໃນລາຄາທີ່ຍຸຕິທໍາ, ນັບແຕ່ນັ້ນມາໄດ້ເຮັດໃຫ້ປະຊາຊົນ ເມືອງເລົ່າງາມ ຜູ້ທີ່ເຂົ້າຮ່ວມໂຄງການ, ໄດ້ມີຊີວິດການເປັນຢູ່ດີຂື້ນ, ມີລາຍຮັບສູງກ່ວາເກົ່າ, ຈາກຜົນຜະລິດໃນເມື່ອກ່ອນ 3,000-5,000 ກິໂລ ຕໍ່ 1 ເຮັກຕາ, ມາເປັນ 15 ຫາ 20 ໂຕນ ຕໍ່ 1 ເຮັກຕາ.

ຍ້ອນຜົນໄດ້ຮັບດັ່ງກ່າວ: ຈິ່ງເຮັດໃຫ້ສະມາຊິກກຸ່ມຜະລິດກະເຟ, ພາຍໃນຕາແສງດົງກາເຟຄໍາ ເມືອງເລົ່າງາມ, ຈິ່ງມີສະມາຊິກເພີ່ມຂື້ນກວມເຖິງ 9 ບ້ານ, ຈາກ 83 ຄອບຄົວ 113 ເຮັກຕາ ໃນປີ 2021, ມາເປັນ 510 ຄອບຄົວ 490 ເຮັກຕາ, ສໍາລັບບ້ານໜອງຈົວ ປີ 2021 ມີສະມາຊິກພຽງແຕ່ 12 ຄອບຄົວ ເນື້ອທີ່ 15 ເຮັກຕາ, ມາຮອດປີ 2026 ເພີ່ມຂຶ້ນເປັນ 181 ຄອບຄົວ ແລະ ມີເນື້ອທີ່ 184 ເຮັກຕາ, ໃນໂອກາດດັ່ງກ່າວ ທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິກພາຍໃນກຸ່ມ, ຈົ່ງມີນໍ້າໃຈ, ມີຄວາມບໍລິສຸດສັດຊື່ໃນການດຳເນີນທຸລະກິດຮ່ວມກັນ, ປະຕິບັດລະບຽບທີ່ທາງບໍລິສັດວາງອອກຢ່າງເຂັ້ມງວດ, ຮ່ວມກັນສ້າງກອງທຶນພັດທະນາ ເພື່ອຊ່ວຍ ເຫຼືອສະມາຊິກຂອງກຸ່ມໃນຍາມຈໍາເປັນ ແລະ ຊ່ວຍເຫຼືອສັງຄົມ, ນອກນັ້ນ: ຍັງໄດ້ຮຽກຮ້ອງໃຫ້ພາກສ່ວນບໍລິສັດ ຂະຫຍາຍສະມາຊິກກຸ່ມ ແລະ ເນື້ອທີ່ປູກກາເຟກາງໃຫ້ຫຼາຍຂື້ນ ໃນເຂດພື້ນທີ່ບ້ານທີ່ເໝາະສົມ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ, ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງເມືອງ, ຕາແສງ ແລະ ບ້ານໃຫ້ດີຂື້ນ, ກ້າວໄປສູ່ການພັດທະນາກະສິກຳເປັນສິນຄ້າ, ທັນສະ ໄໝ ແລະ ເປັນມິດກັບສິ່ງແວດລ້ອມ ຊຸມຊົນມີສ່ວນຮ່ວມ.

ພາບ – ຂ່າວ: ຄຳສອນ ແກ້ວບຸນທະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa