ເມືອງຕະໂອ້ຍ ເປີດຂະບວນການຜະລິດລະດູແລ້ງ ແລະ ວັນສັກຢາສັດແຫ່ງຊາດ ປະຈຳປີ 2026 ຢູ່ບ້ານປະຈູດອນ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງຕະໂອ້ຍ, ແຂວງສາລະວັນ ໄດ້ເປີດຂະບວນການຜະລິດລະດູແລ້ງ ແລະ ວັນສັກຢາສັດແຫ່ງຊາດ ປີ 2026 ຂຶ້ນຢ່າງເປັນທາງການ, ໃນວັນທີ 19 ພະຈິກນີ້, ທີ່ບ້ານປະຈູດອນ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ບຸນຖິນ ແກ່ນພົມມາ ປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ; ທ່ານ ວິໄລສັກ ພົມພັກດີ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສາລະວັນ; ທ່ານ ບຸນທາ ຍົມມະລາດ ຫົວໜ້າຫ້ອງການກະສິກຳ ແລະສິ່ງແວດລ້ອມເມືອງ; ພ້ອມດ້ວຍຫົວໜ້າຫ້ອງການ, ໜ່ວຍງານກ່ຽວຂ້ອງ, ຄະນະຕາແສງ, ອົງການຈັດຕັ້ງບ້ານ ແລະ ປະຊາຊົນບ້ານປະຈູດອນ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ດວງພະຈັນ ພົມມີໄຊ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ສະມາຊິກສະພາແຂວງສາລະວັນ ປະຈຳເມືອງຕະໂອ້ຍ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ການປູກເຂົ້ານາແຊງ ປະຕິບັດໄດ້ 352 ເຮັກຕາ ຕາມແຜນການ 373 ເຮັກຕາ, ບັນລຸ 94,36%, ມີ 570 ຄອບຄົວ, ເກັບກ່ຽວຜົນຜະລິດໄດ້ 1,232 ໂຕນ (ສະມັດຕະພາບ 3,5 ໂຕນຕໍ່ເຮັກຕາ). ປູກພືດລະດູແລ້ງ ປະຕິບັດໄດ້ 156 ເຮັກຕາ, ແຜນການ 110 ເຮັກຕາ, ລື່ນແຜນການ 41%, ມີ 1,390 ຄອບຄົວ, ຜົນຜະລິດ 654,20 ໂຕນ (ສະມັດຕະພາບ 4,2 ໂຕນຕໍ່ເຮັກຕາ). ສ່ວນການປູກເຂົ້ານາປີ ປະຕິບັດໄດ້ 1,600 ເຮັກຕາ, ລື່ນແຜນ 7,38%), ເກັບກ່ຽວໄດ້ 1,100 ເຮັກຕາ, ຜົນຜະລິດ 3,950 ໂຕນ, ສະມັດຕະພາບ 3,5 ໂຕນຕໍ່ເຮັກຕາ. ສຳລັບການລ້ຽງສັດ ຂະຫຍາຍສັດລ້ຽງໄດ້ 72,740 ໂຕ, ປະກອບມີ: ຄວາຍ 6,751 ໂຕ, ງົວ 8,396 ໂຕ, ໝູ 5,384 ໂຕ, ແບ້ 5,628 ໂຕ ແລະ ສັດປີກ 46,581 ໂຕ. ສ່ວນວຽກງານສັກຢາປ້ອງກັນພະຍາດສັດ ປະຕິບັດໄດ້ 2,812 ໂຕ, ແຜນ 1,680 ໂຕ, ປະຕິບັດໄດ້ລື່ນຄາດໝາຍ 67%. ທົ່ວເມືອງມີໂຄງການຊົນລະປະທານ 38 ແຫ່ງ, ເນື້ອທີ່ສະໜອງນ້ຳ 178,80 ເຮັກຕາ, ປະຕິບັດໄດ້ 100%. ເຊີ່ງໃນປັດຈຸບັນ ສາມາດເກັບກ່ຽວຜົນຜະລິດໄດ້ແລ້ວ 92,70%.

ສຳລັບ ແຜນການປີ 2027, ເມືອງຕະໂອ້ຍ ສູ້ຊົນປູກເຂົ້າໃຫ້ໄດ້ 2,119 ເຮັກຕາ, ຜົນຜະລິດ 5,903 ໂຕນ, ໃນນັ້ນ ນາປີ 4,470 ໂຕນ, ນາແຊງ 1,131 ໂຕນ ແລະ ເຂົ້າໄຮ່ 302 ໂຕນ; ປູກພືດຕ່າງໆ 7,383 ເຮັກຕາ (ຜົນຜະລິດ 138,142 ໂຕນ); ຂະຫຍາຍສັດລ້ຽງໃຫ້ໄດ້ 184,595 ໂຕ.
ຈາກນັ້ນ, ບັນດາການນຳ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມກັນເປີດຂະບວນການຜະລິດລະດູແລ້ງຢ່າງເປັນທາງການ ພ້ອມທັງ ສັກຢາປ້ອງກັນພະຍາດໃຫ້ສັດລ້ຽງຂອງປະຊາຊົນໃນບ້ານປະຈູດອນ.
ຂ່າວ-ພາບ: ອ່ອນໃຈ
ສື່ມວນຊົນເມືອງຕະໂອ້ຍ