ແຂວງສາລະວັນ ເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ພ້ອມວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ກອງປະຊຸມເຜີຍແຜ່ ເອກະສານ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງສາລະວັນ ໄດ້ຈັດຂື້ນໃນວັນທີ 18 ພະຈິກ 2026 ຢູ່ທີ່ຫ້ອງປະຊຸມຊັ້ນສອງ ສະໂມສອນແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ; ມີທ່ານຮອງເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14; ຄະນະຮັບຜິດຊອບຊີ້ນໍາ ພ້ອມດ້ວຍກອງເລຂາ ແລະ ປະທານຄະນະກໍາມະການປົກຄອງ 8 ເມືອງ ເຂົ້າຮ່ວມ.
ທ່ານ ປະເດີມພອນ ສົນທະນີ ໄດ້ກ່າວເປີດກອງປະຊຸມ ໂດຍມີເນື້ອໃນວ່າ: ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນວຽກງານຍຸດທະສາດ ແລະ ບູລິມະສິດສຳຄັນຂອງພັກ-ລັດ, ມີເປົ້າໝາຍຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ກັບ ຊົນນະບົດ, ສ້າງຄວາມເຂັ້ມແຂງໃຫ້ຮາກຖານ ແລະ ຍົກລະດັບຄຸນນະພາບຊີວິດປະຊາຊົນ ໂດຍສອດຄ່ອງກັບທິດນຳ 3 ສ້າງ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ທ່ານ ໄດ້ກ່າວໃຫ້ຮູ້ວ່າ: ອີງຕາມການປະເມີນທ້າຍປີ 2025 ທົ່ວປະເທດ ຍັງມີຄອບຄົວບໍ່ທັນພົ້ນທຸກ 189.792 ຄອບຄົວ, ກວມ 14,78%, ມີບ້ານບໍ່ພົ້ນທຸກ 2.173 ບ້ານ ແລະ ເມືອງບໍ່ພົ້ນທຸກ 66 ເມືອງ. ຕົວເລກເຫຼົ່ານີ້ ມັນຮຽກຮ້ອງໃຫ້ການຈັດຕັ້ງ ພັກ-ລັດ ຕ້ອງໄດ້ຍົກລະດັບການແກ້ໄຂບັນຫາດັ່ງກ່າວ ຂຶ້ນເປັນ “ວາລະແຫ່ງຊາດ” ທີ່ຈຳເປັນຮີບດ່ວນ ເພື່ອລະດົມກຳລັງແຮງລວມຂອງສັງຄົມ, ມີກຳນົດໄລຍະປະຕິບັດ ແຕ່ປີ 2027-2030 ໂດຍມີຄາດໝາຍສ້າງຄອບຄົວພົ້ນທຸກຫຼາຍກວ່າ 100,000 ຄອບຄົວ, ບ້ານພົ້ນທຸກຫຼາຍກວ່າ 1.000 ບ້ານ ແລະ ເມືອງພົ້ນທຸກຫຼາຍກວ່າ 25 ເມືອງ.

ສຳລັບແຂວງສາລະວັນ ມີຄອບຄົວບໍ່ພົ້ນທຸກ 6,065 ຄອບຄົວ, ກວມເອົາ 7,88%, ບ້ານບໍ່ພົ້ນທຸກ 123 ບ້ານ ແລະ ເມືອງບໍ່ພົ້ນທຸກ 3 ເມືອງ. ຄາດໝາຍສ້າງຄອບຄົວພົ້ນທຸກຫຼາຍກວ່າ 5,016 ຄອບຄົວ, ບ້ານພົ້ນທຸກຫຼາຍກວ່າ 100 ບ້ານ ແລະ ເມືອງພົ້ນທຸກຫຼາຍກວ່າ 2 ເມືອງ. ເຊິ່ງໄດ້ກຳນົດເອົາ 5 ຈຸດສຸມສຳຄັນ ປະກອບມີ: ການສ້າງອາຊີບ ແລະ ແຫຼ່ງລາຍຮັບໝັ້ນຄົງ ໂດຍຊຸກຍູ້ການຜະລິດກະສິກຳເປັນສິນຄ້າ; ການພັດທະນາໂຄງລ່າງຊົນນະບົດ ເຊັ່ນ: ເສັ້ນທາງ, ໄຟຟ້າ, ນ້ຳສະອາດ, ການສຶກສາ ແລະ ສາທາລະນະສຸກ; ການເສີມສ້າງການປົກຄອງທ້ອງຖິ່ນ; ການລະດົມແຫຼ່ງທຶນຈາກພາກລັດ, ທຸລະກິດ, ສັງຄົມ ແລະ ສາກົນ; ພ້ອມທັງປັບປຸງນິຕິກຳ, ກົນໄກຄຸ້ມຄອງ ແລະ ຖານຂໍ້ມູນຄວາມທຸກຍາກໃຫ້ທັນສະໄໝ.
ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບຈັດຕັ້ງປະຕິບັດ ວາລະແຫ່ງຊາດ; ແຜນປະຕິບັດງານ; ຄູ່ມືແນະນໍາ ການຈັດຕັ້ງປະຕິບັດແຜນປະຕິບັດງານ ວາລະແຫ່ງຊາດ ວ່າດ້ວຍ: ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສະບັບເລກທີ 4901/ກສ, ລົງວັນທີ 20/10/2026; ການຈັດການແຫຼ່ງທຶນໃນການປະຕິບັດ ວາລະແຫ່ງຊາດ; ການສ້າງແຜນງົບປະມານແຫ່ງລັດ ປີ 2027-2030 ແຜນປະຕິບັດງານ ວາລະແຫ່ງຊາດ. ຖືໄດ້ວ່ານັບເປັນກ້າວສຳຄັນໃນການສ້າງຄວາມເຂົ້າໃຈຮ່ວມ ແລະ ກໍານົດທິດທາງການປະຕິບັດຢ່າງເປັນລະບົບ ເພື່ອໃຫ້ທຸກພາກສ່ວນຮ່ວມກັນປະຕິບັດວຽກງານວາລະແຫ່ງຊາດໃຫ້ບັນລຸຄາດໝາຍ ແລະ ເກີດຜົນເປັນຮູບປະທຳ ໃນການພັດທະນາຊົນນະບົດ ແລະ ຍົກລະດັບຊີວິດປະຊາຊົນໃຫ້ດີຂຶ້ນ.
ພາບ-ຂ່າວ: ສ.ພະຈັນ