ໜຶ່ງໝວດຕີພິເສດ ກອງພັນ 459 ແລະ ກອງຮ້ອຍ 24 ສຳເລັດຊຸດອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈໍາປີ 2026.

ໜຶ່ງໝວດຕີພິເສດ ກອງພັນ 459 ແລະ ກອງຮ້ອຍ 24 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສາລະວັນໄດ້ຈັດຕັ້ງພິທິປິດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ຍິງລູກປືນແທ້ ປະຈໍາປີ 2026 ໃຫ້ພະນັກງານ-ນັກຮົບ. ຜ່ານການອົບຮົມ ແລະ ຍິງລູກປືນແທ້ໃນຄັ້ງນີ້ ໃຫ້ພະນັກງານ-ນັກຮົບ ກຳໄດ້ທິດສະດີ-ຫຼັກການ ຫັດແອບຮໍ່າຮຽນ ສາມາດດັບສູນເປົ້າໝາຍໄດ້ຕາມລະດັບຄາດໝາຍ, ເພື່ອຍົກສູງຄວາມສາມາດຂອງພະນັກງານ-ນັກຮົບ ກໍຄືການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ປະຊາຊົນລາວ ໃຫ້ມີຄວາມຊໍານິຊໍານານ ດ້ານສີລະປະຍຸດ, ຍຸດທະວິທີໃຫ້ມີພິກໄຫວ, ຄ່ອງແຄ້ວ ຮັບປະກັນການກຽມ ພ້ອມສູ້ຮົບໃນຕໍ່ໜ້າ ແລະ ຍາວນານ ການຍິງລູກປືນແທ້ໃນຄັ້ງນີ້ໄດ້ມີ ຄວາມປອດໄພ 100%.

ຈາກນັ້ນ, ສະຫາຍ ພັນເອກ ສຸດໃຈ ແສນຄໍາບົວທອນ ໄດ້ມີຄໍາເຫັນໂອ້ລົມ ຕໍ່ບັນດາຄູອາຈານ ແລະ ພະນັກງານ-ນັກຮົບໂດຍ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານ-ນັກຮົບ ທີ່ມີຄວາມຫ້າວຫັນ ຕໍ່ໜ້າທີ່ວຽກງານ, ສາມາດເກັບກຳ ນໍາເອົາຄວາມຮູ້ ທິດສະດີ-ຫຼັກການນໍາໄປໝູນໃຊ້ໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີປະສິດທິພາບສູງ.

ພິທີປິດຊຸດຝຶກອົບຮົມໃນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ສຸດໃຈ ແສນຄໍາບົວທອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ໂດຍ: ສຸຂາວພອນ ສອນນາລີ
ຂ່າວທະຫານແຂວງສາລະວັນ