ລາວ – ຫວຽດນາມ, ຫວຽດນາມ – ລາວ ສືບຕໍ່ເພີ່ມທະວີສາຍພົວພັນພິເສດ ເພື່ອເປີດກວ້າງພື້ນທີ່ການພັດທະນາ

ລາວ – ຫວຽດນາມ, ຫວຽດນາມ – ລາວ ສືບຕໍ່ເພີ່ມທະວີສາຍພົວພັນພິເສດ ເພື່ອເປີດກວ້າງພື້ນທີ່ການພັດທະນາ

 (ເພື່ອຂໍ່ານັບຮັບຕ້ອນ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນ ວັນທີ 8 – 9 ຕຸລາ 2026)

#ລາວ – ຫວຽດນາມ, ຫວຽດນາມ – ລາວ ກຳລັງເຂົ້າສູ່ໄລຍະພັດທະນາໃໝ່ ເຊິ່ງພື້ນຖານມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຍັງຄົງໄດ້ຮັບການເສີມສ້າງ, ຂະນະທີ່ການຮ່ວມມືດ້ານເສດຖະກິດ, ພື້ນຖານໂຄງລ່າງ, ວຽກງານປ້ອງກັນຊາດ – ປ້ອງຄວາມສະຫງົບ ແລະ ການແລກປ່ຽນການຢ້ຽມຢາມຂອງປະຊາຊົນ ນັບມື້ນັບມີຄວາມເລິກເຊິ່ງ ກາຍເປັນສາຍພົວພັນທີ່ຖືກຫຼ່ໍຫຼອມຜ່ານປະຫວັດສາດ, ຄວາມທ້າທາຍ ແລະ ການແບ່ງປັນລະຫວ່າງປະຊາຊາດ. ສາຍພົວພັນ ລາວ – ຫວຽດນາມ, ຫວຽດນາມ – ລາວ ແມ່ນສາຍພົວພັນພິເສດ, ຈາກໄລຍະເວລາທີ່ສອງຊາດເຄີຍຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ເພື່ອເອກະລາດ, ສອງປະເທດໄດ້ສ້າງສາຍພົວພັນທີ່ຮູ້ຈັກໃນນາມ “ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ການເຊື່ອມໂຍງທາງດ້ານຍຸດທະສາດ ”. ລາວ – ຫວຽດນາມ, ໄດ້ສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນ ໃນວັນທີ 5 ກັນຍາ 1962, ຄວາມຮັກແພງ ແລະ ຄວາມໄວ້ວາງໃຈລະຫວ່າງສອງຊາດ ໄດ້ຮັບການສືບທອດ ແລະຖະນຸຖະໜອມຈາກຫຼາຍຮຸ່ນຄົນ. ພື້ນຖານການເມືອງມີຄວາມໝັ້ນຄົງ. ຕໍ່ມາໃນປີ 1977, ສອງປະເທດໄດ້ລົງນາມສົນທິສັນຍາມິດຕະພາບ ແລະ ຮ່ວມມື, ວາງພື້ນຖານທາງນິຕິກຳທີ່ສຳຄັນໃຫ້ແກ່ການຮ່ວມມືໃນໄລຍະໃໝ່.

#ຈຸດພິເສດຂອງສາຍພົວພັນລາວ – ຫວຽດນາມ, ຫວຽດນາມ – ລາວ ບໍ່ພຽງແຕ່ເປັນຄວາມສຳພັນລະຫວ່າງສອງພັກ ແຕ່ຍັງຄວບຄຸມເຖິງສາຍພົວພັນລະຫວ່າງສອງລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ພິເສດແມ່ນປະຊາຊົນຂອງສອງປະເທດ.ໃນຊຸມປີຜ່ານມາ, ການຢ້ຽມຢາມ ແລະ ການພົບປະຂອງການນໍາລະດັບສູງ ໄດ້ດຳເນີນຢ່າງສະໝ່ຳສະເໝີ, ກົນໄກຮ່ວມມືລະຫວ່າງສອງພັກ, ສອງລັດຖະບານ, ສະພາ ແລະ ທ້ອງຖິ່ນ ກໍໄດ້ຮັບການເສີມສ້າງ. ໃນທ້າຍປີ 2025, ຜູ້ນຳຂັ້ນສູງຂອງສອງພັກໄດ້ເຫັນດີຍົກລະດັບສາຍພົວພັນເປັນ “ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ການເຊື່ອມໂຍງທາງດ້ານຍຸດທະສາດ ”. ນີ້ເປັນບາດກ້າວພັດທະນາສຳຄັນ ທີ່ສະທ້ອນໃຫ້ເຫັນວ່າ ສອງປະເທດບໍ່ພຽງແຕ່ຮັກສາມູນເຊື້ອອັນດີງາມໃນອະດີດ ແຕ່ຍັງຊອກຫາຮູບແບບການເຊື່ອມໂຍງໃໝ່ໃຫ້ເໝາະສົມກັບຍຸກສະໄໝ.

#ການຮ່ວມມືເສດຖະກິດ ໄດ້ມີຄວາມເລິກເຊິ່ງຂຶ້ນ, ໜຶ່ງໃນການປ່ຽນແປງທີ່ໂດດເດັ່ນຄື ການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ປີ 2025, ມູນຄ່າການຄ້າສອງຝ່າຍບັນລຸເກືອບ 3 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 30% ຈາກປີກ່ອນ ແລະ ເປັນລະດັບສູງສຸດຂອງການຮ່ວມມືດ້ານນີ້ ໃນໄລຍະໃໝ່. ພ້ອມນີ້, ຫວຽດນາມຍັງຈັດເປັນຜູ້ລົງທຶນລາຍໃຫຍ່ໃນລາວ ເຊິ່ງມີການລົງທຶນໃນຫຼາຍຂະແໜງການ ເຊັ່ນ: ພະລັງງານ, ກະສິກຳ, ແຮ່ທາດ, ໂທລະຄົມມະນາຄົມ, ທະນາຄານ ແລະ ການປຸງແຕ່ງສິນຄ້າ. ການລົງທຶນຫຼາຍໂຄງການຍັງຊ່ວຍສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ງົບປະມານ ແລະ ສະໜັບສະໜູນພື້ນຖານໂຄງລ່າງໃນລາວ.

#ແນວໃດກໍດີ, ການຄ້າ ແລະ ການລົງທຶນຍັງມີຫຼາຍ, ມີຄວາມເປັນໄປໄດ້ທີ່ຈະຍົກລະດັບມູນຄ່າການຄ້າໃຫ້ເຖິງ 5 – 10 ຕື້ໂດລາສະຫະລັດ ໃນໄລຍະຍາວ. ສິ່ງດັ່ງກ່າວ ຮຽກຮ້ອງໃຫ້ສອງຝ່າຍພັດທະນາຮູບແບບຮ່ວມມືໃໝ່ ໂດຍເນັ້ນໜັກໃສ່ການຜະລິດ, ການຄ້າຊາຍແດນ, ໂລຈິສຕິກ ແລະ ການເຊື່ອມໂຍງທຸລະກິດ. ລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ໃນຂະນະທີ່ຫວຽດນາມມີລະບົບທ່າເຮືອ ແລະ ຕັ້ງຢູ່ໃນເສັ້ນທາງ ທາງທະເລສຳຄັນຂອງພາກພື້ນ. ການເຊື່ອມຕໍ່ຈາກລາວ ຫາ ທ່າເຮືອຫວຽດນາມ ເປັນການເປີດພື້ນທີ່ໃໝ່ໃຫ້ແກ່ສອງເສດຖະກິດ. ຖ້າວ່າຖະໜົນຫົນທາງ, ລົດໄຟ, ດ່ານຊາຍແດນ, ສູນໂລຈິສຕິກ ແລະ ລະບົບສາງສິນຄ້າ ສາມາດເຊື່ອມໂຍງຢ່າງສອດຄ່ອງ ຈະຊ່ວຍຫຼຸດຕົ້ນທຶນ, ຂະຫຍາຍຕະຫຼາດ ແລະ ເພີ່ມປະສິດທິພາບໃນການຕອບສະໜອງສິນຄ້າໃຫ້ແກ່ຄວາມຕ້ອງການຂອງພາກພື້ນ. ນອກຈາກການຮ່ວມມືເສດຖະກິດແລ້ວ, ວຽກງານປ້ອງກັນຊາດ – ປ້ອງຄວາມສະຫງົບ ແລະ ການພັດທະນາຄົນ ຍັງເປັນເສົາຄ້ຳສຳຄັນ ເຊິ່ງສອງຝ່າຍຮ່ວມກັນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ; ພ້ອມທັງປະສານງານຕໍ່ຕ້ານອາຊະຍາກຳຂ້າມຊາດ, ຢາເສບຕິດ, ການຄ້າມະນຸດ ແລະ ການກະທຳຜິດຂ້າມແດນ; ການຮ່ວມມືດ້ານການສຶກສາ ແລະພັດທະນາບຸກຄະລາກອນ ກໍເປັນປັດໄຈໜຶ່ງທີ່ຮັບປະກັນຄວາມຍືນຍົງ, ນັກຮຽນ ແລະ ນັກສຶກສາລາວຈຳນວນຫຼາຍໄດ້ສຶກສາຢູ່ຫວຽດນາມ, ຫຼັງຈາກກັບຄືນປະເທດ ໄດ້ກາຍເປັນກຳລັງສຳຄັນໃນພາກລັດ, ທຸລະກິດ ແລະວຽກງານວິຊາການ.

#ໃນຕໍ່ໜ້າ, ການຮ່ວມມືຕ້ອງຂະຫຍາຍໄປສູ່ຂະແໜງທີ່ຕອບໂຈດອະນາຄົດ ເຊັ່ນ: ເຕັກໂນໂລຊີດິຈິຕອນ, ພະລັງງານ, ກະສິກຳເຕັກໂນໂລຊີ, ສາທາລະນະສຸກ, ໂລຈິສຕິກ ແລະ ການເງິນ. ຈາກສາຍພົວພັນສອງຝ່າຍສູ່ການເຊື່ອມໂຍງພາກພື້ນ, ອະນາຄົດຂອງສາຍພົວພັນ ລາວ – ຫວຽດນາມ, ຫວຽດນາມ – ລາວ ຍັງຢູ່ໃນການຮ່ວມມືຜ່ານກົນໄກອາຊຽນ ແລະອະນຸພາກພື້ນແມ່ນ້ຳຂອງ ເພາະວ່າສອງປະເທດຢູ່ໃນພື້ນທີ່ແມ່ນ້ຳຂອງ ແລະ ມີຜົນປະໂຫຍດຮ່ວມກັນດ້ານການຄົມມະນາຄົມ, ການຄ້າ, ພະລັງງານ, ຊັບພະຍາກອນນ້ຳ, ສິ່ງແວດລ້ອມ ແລະ ການພັດທະນາຢ່າງຍືນຍົງ. ຍ້ອນແນວນັ້ນ, ການເຊື່ອມໂຍງເຊີງຍຸດທະສາດ ບໍ່ຄວນຈຳກັດຢູ່ພຽງຂອບເຂດສອງຝ່າຍ, ແຕ່ສາມາດຂະຫຍາຍໄປສູ່ການສ້າງຫຼັກສູດເສດຖະກິດ, ເພີ່ມການເຊື່ອມຕໍ່ຈາກພາກພື້ນລຸ່ມແມ່ນ້ຳຂອງໄປສູ່ທະເລ ແລະ ປະສານງານແກ້ໄຂບັນຫາຮ່ວມຂອງພາກພື້ນ.

ສາຍພົວພັນ ລາວ – ຫວຽດນາມ, ຫວຽດນາມ – ລາວ ເຂົ້າສູ່ໄລຍະໃໝ່ດ້ວຍພື້ນຖານທາງການເມືອງ ແລະ ຄວາມໄວ້ວາງໃຈທີ່ແຂງແກ່ນ. ສິ່ງທ້າທາຍສຳຄັນຄື ຈະເຮັດແນວໃດ ເພື່ອໃຫ້ປະສິດທິພາບດັ່ງກ່າວ ກາຍເປັນຜົນງານທີ່ເປັນຮູບປະທຳຫຼາຍຂຶ້ນ ໃນດ້ານການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ, ເຕັກໂນໂລຊີ ແລະ ຊີວິດຂອງປະຊາຊົນ. ປີ 2027 ຈະເປັນເປົ້າໝາຍສຳຄັນ ເພາະວ່າເປັນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສອງປະເທດ ຄົບຮອບ 65 ປີ ແລະ ການລົງນາມສົນທິສັນຍາມິດຕະພາບ ແລະ ຮ່ວມມື ໝູນວຽນມາຄົບຮອບ 50 ປີ ເຊິ່ງຈະເປັນໂອກາດສຳຄັນໃຫ້ສອງປະເທດທົບທວນບົດຮຽນ, ກຳນົດທິດທາງ ແລະ ວາງພື້ນຖານໃໝ່ສຳລັບອະນາຄົດ. ຈາກມິດຕະພາບທີ່ຖືກຫຼ່ໍຫຼອມຜ່ານປະຫວັດສາດ, ຫວຽດນາມ ແລະ ລາວ ກຳລັງມີໂອກາດສ້າງພື້ນທີ່ຮ່ວມມືທີ່ກວ້າງຂວາງກວ່າເກົ່າ. ການຮັກສາຄວາມເລິກເຊິ່ງຂອງຄວາມສາມັກຄີພິເສດ ຄວບຄູ່ກັບການສ້າງແຮງຂັບເຄື່ອນໃໝ່ຂອງການເຊື່ອມໂຍງທາງດ້ານຍຸດທະສາດ ຈະເປັນທິດທາງສຳຄັນຂອງສາຍພົວພັນ ລາວ – ຫວຽດນາມ, ຫວຽດນາມ – ລາວ ໃນອະນາຄົດ.

* ຮຽບຮຽງໂດຍ: ສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa