ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງສາລະວັນ ປາຖະກະຖາ 3 ວັນປະຫວັດສາດສຳຄັນຂອງພັກ, ຂອງຊາດ ຕິດພັນກັບການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງສາລະວັນ ປາຖະກະຖາ 3 ວັນປະຫວັດສາດສຳຄັນຂອງພັກ, ຂອງຊາດ ຕິດພັນກັບການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ໃນວັນທີ 6 ຕຸລາ 2026 ນີ້ ໂຮງຮຽນການເມືອງ-ການປົກຄອງ ແຂວງສາລະວັນ ປາຖະກະຖາ 3 ວັນສໍາຄັນຂອງພັກ, ຂອງຊາດ ຄື: ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ ( 12 ຕຸລາ 1945 – 12 ຕຸລາ 2026), ວັນປະກາດເອກະລາດ ຄົບຮອບ 81 ປີ ແລະ ວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026 ) ຢູ່ທີ່ເດີ່ນກິລາຂອງໂຮງຮຽນ ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ຈັນທະວອນ ສີຫາຈັກ ຜູ້ອໍານວຍການໂຮງຮຽນການເມືອງ ແລະ ການປົກຄອງ ແຂວງສາລະວັນ ພ້ອມດ້ວຍຄະນະອໍານວຍການ; ມີບັນດາຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ການເຜີຍແຜ່ເນື້ອໃນຄວາມໝາຍສໍາຄັນ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ, ວັນປະກາດເອກະລາດ ຄົບຮອບ 81 ປີ ແລະ ວັນຄູແຫ່ງຊາດ 7 ຕຸລາ ຄົບ ຮອບ 32 ປີ, ເຊິ່ງໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງວັນຄູແຫ່ງຊາດ ເພື່ອໃຫ້ພະນັກ ງານ ຄູ-ອາຈານ, ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດຄວາມເປັນມາ ຂອງວັນຄູແຫ່ງຊາດ ເຊິ່ງຕະຫຼອດໄລຍະ 32 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ຄູ-ອາຈານ ໄດ້ມີບົດບາດອັນສຳຄັນ ແລະ ໄດ້ປະກອບ ສ່ວນຢ່າງຕັ້ງໜ້າ ເຊິ່ງບໍ່ມີໃຜ ແລະ ສັງຄົມໃດ ຈະປະຕິເສດໄດ້, ຄູ-ອາຈານ ໄດ້ເຮັດໜ້າທີ່ໃນການພັດທະນາຊັບພະຍາ ກອນມະນຸດ, ຊ່ວຍໃຫ້ປະເທດຊາດຍືນຍົງ ແລະ ໝັ້ນຄົງ, ທັງໄດ້ຍົກໃຫ້ເຫັນ 2 ມູນເຊື້ອສຳຄັນ ຄື: ລະນຶກ ເຖິງນາຍຄູຄຳ ນາຍຄູສອນ ຄົນທໍາອິດ ຜູ້ທີ່ມີຄວາມຮັກ ຊາດອັນດູດດື່ມ ແລະ ມີນໍ້າໃຈເສຍສະຫະອັນສູງສົ່ງ ໃນສະໄໝປະເທດຊາດຕົກເປັນຫົວເມືອງຂຶ້ນ ຊຶ່ງເປັນແບບຢ່າງອັນລ້ຳຄ່າໃຫ້ແກ່ຄູ-ອາຈານຮຸ່ນຫຼັງ; ເຊີດຊູບົດບາດ ແລະ ກຽດສັກສີຂອງຄູ ສູນກາງພັກ-ລັດຖະບານ ໄດ້ຕົກລົງເອົາວັນທີ 7 ຕຸລາ ຂອງທຸກປີ ເປັນວັນຄູແຫ່ງ ຊາດ ນັບແຕ່ປີ 1994 ເປັນຕົ້ນມາ. ດັ່ງຄຳເວົ້າຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ຄູແມ່ນຄົນຂອງພັກ” ແລະ “ຄູແມ່ນກຳລັງຫຼັກແຫຼ່ງແກ່ນສານ ຂອງການສຶກສາ, ແມ່ນຜູ້ຕາງໜ້າສັງຄົມ, ຕາງໜ້າລັດ ເພື່ອສຶກສາອົບຮົມຜູ້ໜຸ່ມນ້ອຍ ແລະ ຄົນຮຸ່ນໃໝ່.” ພ້ອມກັນນັ້ນ, ທ່ານຍັງໄດ້ວາງ 5 ທັດສະນະຊີ້ນຳ ເພື່ອເປັນເຂັມຊີ້ທິດ ໃນການປັບປຸງລະບົບການສ້າງຄູ ໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ເປັນຕົ້ນ: ສືບຕໍ່ຍົກບົດບາດຄວາມສຳຄັນຂອງຄູ ໃຫ້ສົມກັບຄຳວ່າ “ຄູແມ່ນແມ່ພິມຂອງຊາດ” ເພາະຄູແມ່ນປັດໄຈຕັດ ສິນຄຸນນະພາບການສຶກສາ; ສ້າງຖັນແຖວຄູໃຫ້ໄດ້ມາດຕະຖານ ມີຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ພ້ອມທັງມີທັກສະດ້ານເຕັກໂນໂລຊີ ແລະ ນະວັດຕະກຳໃໝ່; ສົມທົບແໜ້ນລະຫວ່າງທິດສະດີ ແລະ ພຶດຕິກຳ; ນຳເອົາສະພາບຕົວຈິງຂອງຍຸກສະໄໝມາສິດສອນຢ່າງມີຊີວິດຊີວາ; ຮັບປະກັນການສະໜອງຄູໃຫ້ພຽງພໍ; ເອົາໃຈໃສ່ດຶງດູດນັກຮຽນເກັ່ງເຂົ້າສາຍສ້າງຄູ ແລະ ບຸລິມະສິດສະໜອງຄູ ໃຫ້ເຂດຫ່າງໄກຊອກຫຼີກ; ປັບປຸງກົງຈັກການຈັດຕັ້ງ ໃຫ້ມີປະສິດທິພາບ, ປະຢັດ ແລະ ຕ້ານການຟຸມເຟືອຍ.

ໃນພິທີ ຕາງໜ້ານັກສຶກສາໄດ້ຂຶ້ນກ່າວສານອວຍພອນ ແລະ ມອບຂອງຂວັນແກ່ຄູ-ອາຈານ ເພື່ອສະແດງນໍ້າໃຈ ແລະ ຄວາມເຄົາລົບຕໍ່ຄູ-ອາຈານ ທີ່ໃຫ້ຄວາມຮູ້ ແລະ ອົບຮົມບອກສອນ.

ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa