ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ
ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມໃນສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມ ໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດ ຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.

ເອື້ອຍເລີດ ສະມາຊິກບ້ານວັດກາງ ເມືອງ ແລະ ແຂວງສາລະວັນ ເປັນບຸກຄົນໜຶ່ງ ທີ່ໄດ້ປັດກວາດ, ເກັບຂີ້ເຫຍື້ອ ໃນຂອບເຂດໜ້າເຮືອນ ແລະ ຕັດຫຍ້າຕາມສອງຂ້າງທາງ ເຮັດເປັນປະຈຳທຸກໆວັນ ຈົນກາຍເປັນຄວາມຊິ້ນເຄີຍ ແລະ ກາຍເປັນແບບຢ່າງໃນບ້ານ ເຮັດໃຫ້ຫຼາຍຄອບຄົວ ໄດ້ປະກອບສ່ວນຮ່ວມກັນຮັກສາຄວາມສະ ອາດບໍລິ ເວນໜ້າເຮືອນຂອງໃຜລາວ ແລະ ປະຊາຊົນໃນເຂດນັ້ນ ກໍໄດ້ມີຄວາມຮັບ ຜິດຊອບຕໍ່ກັບຂີ້ເຫຍື້ອ ປະເພດຕ່າງໆ ເຊັ່ນ: ຖົງຢາງ, ເສດອາຫານ, ໃບໄມ້ ແລະ ອື່ນໆ ເພື່ອຮັກສາສະພາບແວດລ້ອມ ພາຍໃນບ້ານ ກາຍເປັນສ່ວນທີ່ສຳຄັນເຮັດໃຫ້ ບ້ານວັດກາງ ເມືອງສາລະວັນ ເປັນບ້ານທີ່ສາມາດປະຕິບັດຕາມແນວທາງ 6 ສໍ.
ເອື້ອຍເລີດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ແຂວງສາລະວັນ ໃນກາງເດືອນກັນຍາ ນີ້ວ່າ: ການອະນາໄມໜ້າເຮືອນຕາມສາຍທາງຫຼວງ ແມ່ນເປັນວຽກໜຶ່ງ ທີ່ເຮັດເປັນປະຈໍາທຸກໆເຊົ້າ ໃນແຕ່ລະມື້ ເພື່ອໃຫ້ເສັ້ນທາງຫຼວງໜ້າເຮືອນມີຄວາມສະອາດງາມຕາ ແມ່ນໜຶ່ງໃນໜ້າວຽກຂອງແຕ່ລະຄອບຄົວພາຍໃນບ້ານ ທີ່ຕັ້ງໜ້າປະກອບສ່ວນຊ່ວຍກັນ ແລະ ກາຍເປັນກິດຈະກໍາຫຼັກຂອງປະຊາຊົນ ທີ່ໄດ້ເອົາໃຈໃສ່ ພ້ອມທັງໄດ້ແນະນຳ, ປູກຈິດສຳນຶກໃຫ້ລູກຫຼານ ເຂົ້າໃຈຄວາມສຳຄັນໃນການຮັກສາຄວາມສະອາດ ເຮັດໃຫ້ສະພາບແວດລ້ອມໃນບ້ານໜ້າຢູ່, ສົດຊື່ນ ແລະ ປາສະຈາກມົນລະພິດທາງກິ່ນ, ທາງອາກາດ ແລະ ອື່ນໆ.
ທ່ານ ນີພະກອນ ຫຼອຍແພງເຜົ່າ ຮອງນາຍບ້ານວັດກາງ ໃຫ້ຮູ້ວ່າ: ການປັດກວາດໜ້າບ້ານ ແລະ ເກັບຂີ້ເຫຍື້ອຕາມແຄມທາງ ແມ່ນໜຶ່ງໃນວຽກງານທີ່ບ້ານເນັ້ນໃຫ້ປະຊາຊົນມີສ່ວນຮ່ວມ ທັງຍິງ-ຊາຍ, ໄວໜຸ່ມ ແລະ ຜູ້ອາວຸໂສ. ນອກຈາກຊ່ວຍຮັກສາຄວາມສະອາດແລ້ວ ຍັງເປັນການຮ່ວມແຮງຮ່ວມໃຈ, ສ້າງຄວາມສາມັກຄີ ແລະ ໄດ້ອອກກໍາລັງກາຍໄປພ້ອມກັນ; ບ້ານວັດກາງເປັນໜຶ່ງໃນ 5 ບ້ານເຂດເທດສະບານແຂວງສາລະວັນ ທີ່ເຂົ້າຮ່ວມແນວ ທາງ “6 ສໍ” ປະກອບມີ ສໍສະອາດ, ສໍສະຫວ່າງ, ສໍສີຂຽວ, ສໍສະຫງົບ, ສໍສະເໜ່ ແລະ ສໍສີວິໄລ. ໃນນັ້ນ ສໍສະອາດ ເນັ້ນໃຫ້ເລີ່ມຈາກບ່ອນຢູ່ອາໄສ, ຖະໜົນຫົນທາງ ແລະ ສະພາບແວດລ້ອມພາຍໃນບ້ານ.
ເອື້ອຍເລີດ ຈຶ່ງກາຍເປັນແບບຢ່າງ ທີ່ສາມາດສະແດງໃຫ້ທຸກຄົນໃນສັງຄົມ ໄດ້ເຫັນດ້ວຍການລົງມືເຮັດ ດ້ວຍຄວາມຕັ້ງໃຈ, ເອົາໃຈໃສ່ ເພື່ອເຮັດໃຫ້ສະພາບແວດລ້ອມພາຍໃນບ້ານດີ, ມີຄວາມສະອາດ ແລະ ສວຍງາມ.
ພາບ-ຂ່າວ: ສ.ພະຈັນ