ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການສ້າງຕັ້ງຕາແສງ ຢູ່ແຂວງສາລະວັນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການສ້າງຕັ້ງຕາແສງ ຢູ່ແຂວງສາລະວັນ

ທ່ານ ປອ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ, ເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານການສ້າງຕັ້ງຕາແສງ ຢູ່ແຂວງສາລະວັນ, ໃນວັນທີ 17 ພະຈິກ 2026, ຊຶ່ງກ່ອນອື່ນທ່ານກໍໄດ້ເຂົ້າພົບ ທ່ານ ດາວວົງ ພອນແກ້ວ ເລຂາພັກແຂວງສາລະວັນ, ເພື່ອສະເໜີຈຸດປະສົງໃນການລົງມາເຄື່ອນໄຫວໃນຄັ້ງນີ້. ຈາກນັ້ນ, ທ່ານກໍໄດ້ເຂົ້າພົບປະໂອ້ລົມພະນັກງານການນໍາຂອງແຂວງ, ການນໍາຂອງເມືອງ, ປະທານຄະນະກໍາມະການປົກຄອງຕາແສງ, ພະນັກງານຄະນະຈັດຕັ້ງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໃນໂອກາດນີ້, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງສາລະວັນ, ໄດ້ກ່າວສະແດງຄວາມຕ້ອນຮັບ ພ້ອມທັງລາຍງານໃຫ້ຮູ້ກ່ຽວກັບສະພາບລວມ ແລະ ຜົນສໍາເລັດໃນເບື້ອງຕົ້ນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການສ້າງຕັ້ງຕາແສງ, ແຂວງສາລະວັນ ມີ 8 ຕົວເມືອງ, 38 ຕາແສງ, 578 ບ້ານ, ມີພົນລະເມືອງທັງໝົດ 4 ແສນກ່ວາຄົນ, ປະຈຸບັນການປະກາດສ້າງຕັ້ງຕາແສງສໍາເລັດ 100%, ພ້ອມທັງຄົ້ນຄວ້າຄັດເລືອກເອົາພະນັກງານ ໄປບັນຈຸສັບຊ້ອນຢູ່ຂັ້ນຕາແສງ ມີທັງໝົດ 403 ທ່ານ, ຍິງ 56 ທ່ານ, ມີໜ່ວຍພັກທີ່ຂື້ນກັບຕາແສງ 673 ໜ່ວຍພັກ, ໄດ້ຈັດສັນງົບປະມານບ້ວງເງິນບໍລິຫານ ປະຈໍາປີ 2026 ໃຫ້ຕາແສງ, ຕາແສງລະ 91 ລ້ານກີບ, ພ້ອມທັງຈັດສັນອຸປະກອນຮັບໃຊ້, ຝຶກອົບຮົບວຽກງານຕາແສງ, ເຜີຍແຜ່ນິຕິກໍາຕ່າງໆຂອງສູນກາງພັກ, ມອບຕາປະທັບໃຫ້ກັບຕາແສງ, ນອກນັ້ນ: ຍັງໄດ້ສົ່ງພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ລົງຊ່ວຍຕາແສງຕື່ມອີກ.

ໃນໂອກາດດັ່ງກ່າວ: ທ່ານ ປອ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານການສ້າງຕັ້ງຕາຢູ່ແຂວງສາລະວັນ, ທ່ານໄດ້ຍົກໃຫ້ເຫັນເຖີງ ວຽກງານຕາແສງ ເປັນວຽກງານທີ່ມີຄວາມສຳຄັນ ເປັນການຈັດຕັ້ງຂັ້ນລຸ່ມສຸດ ຂອງລະບົບການບໍລິຫານລັດ, ໃນໄລຍະຜ່ານມາ ຍາມໃດສູນກາງພັກ ໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມ ແລະ ຊ່ວຍເຫຼືອ ເພື່ອເຮັດໃຫ້ວຽກງານຕາແສງ ດໍາເນີນໄປຕາມທິດທາງ ຂອງກົມການເມືອງສູນກາງພັກ ດ້ວຍຜົນສຳເລັດ ແນໃສ່ຄວາມເປັນເອກະພາບກັນໃນທົ່ວປະເທດ, ເວົ້າສະເພາະໃນທົ່ວແຂວງສາລະວັນ, ໂດຍເນັ້ນໃຫ້ຄະນະກໍາມະການປົກຄອງຕາແສງ ປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ, ກໍາແໜ້ນແນວທາງຂອງພັກ ແລະ ລັດ ຢ່າງເລິກເຊີ່ງ, ຖືເອົາວຽກສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, ເຮັດວຽກມີການລວມສູນປະຊາທິປະໄຕ, ຍົກສູງປະສິດທິພາບການບໍລິການຮັບໃຊ້ປະຊາຊົນ, ຫັນເປັນມືອາຊີບ, ຖືເອົາວຽກໂຄສະນາ ປຸກລະດົມປະຊາຊົນໃຫ້ມີນໍ້າໃຈຮັກຊາດ, ປະຕິບັດພັນທະ, ລະບຽບກົດໝາຍຢ່າງເຂັ້ມງວດ ຕະຫຼອດຮອດການແກ້ໄຂບັນຫາຕ່າງໆຂອງປະຊາຊົນ, ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ເປັນທໍາ ຖືກຕ້ອງຕາມຄວາມເປັນຈິງ ແລະ ວຽກງານດ້ານອື່ນໆ ຢ່າງຮອບດ້ານ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa