ຄະນະໂຄສະນາອົບຮົມ ແຂວງສາລະວັນ ສໍາເລັດກອງປະຊຸມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງ ຄຸ້ມຄອງ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສໍາເລັດກອງປະຊຸມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງ ຄຸ້ມຄອງ

ໃນວັນທີ 19 ພະຈິກ 2026 ນີ້, ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ສຳເລັດການດໍາເນີນກອງປະຊຸມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງ ຄຸ້ມຄອງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນສີລອນ ສີສົມບູນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ສະຫາຍ ມະໄລວອນ ສີປະເສີດ ກໍາມະການພັກແຂວງ, ຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ຈັນສີລອນ ສີສົມບູນ ໄດ້ມີຄຳເຫັນຊີ້ນຳ ແລະ ແລກ ປ່ຽນທັດສະນະກ່ຽວກັບການສ້າງແຜນກຳນົດພະນັກງານ ໂດຍເນັ້ນວ່າ: ການສ້າງແຜນຕ້ອງມີລັກສະນະວິທະຍາສາດ, ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານໃນຕໍ່ໜ້າ ຄຽງຄູ່ກັບສະພາບຕົວຈິງຂອງຖັນແຖວພະນັກງານທີ່ມີຢູ່, ພ້ອມທັງຕ້ອງປະຕິບັດຕາມຫຼັກການ, ຂັ້ນຕອນ ແລະ ເງື່ອນໄຂທີ່ກຳນົດໄວ້. ພ້ອມນີ້, ການວາງແຜນຕ້ອງຮັບປະກັນລັກສະນະເປີດກວ້າງ ໂດຍບໍ່ຈຳກັດການຄາດຄະເນພະນັກງານໄວ້ສະເພາະຕຳແໜ່ງໃດໜຶ່ງ, ຄວນພິຈາລະນາຄາດຄະເນພະນັກງານໃຫ້ສາມາດຮອງຮັບໄດ້ຫຼາຍຕຳແໜ່ງ, ທັງໃຫ້ເອົາໃຈໃສ່ໃນການມີສ່ວນຮ່ວມຄົ້ນຄວ້າ, ສະເໜີຄຳຄິດເຫັນ ແລະ ນຳສະເໜີບຸກຄົນທີ່ມີມາດຖານ, ເງື່ອນໄຂ. ການສ້າງແຜນກຳນົດພະນັກ ງານ ຕ້ອງມີລັກສະນະເຄື່ອນເໜັງ ແລະ ສາມາດປັບປ່ຽນໄດ້ຕາມສະພາບຕົວຈິງ; ພາຍຫຼັງການຮັບຮອງແຜນແລ້ວ ຕ້ອງມີການປະເມີນ, ກວດກາ ແລະ ຕີລາຄາພະ ນັກງານເປັນປະຈຳທຸກປີ. ສຳລັບການຄັດເລືອກບຸກຄະລາກອນ ຕ້ອງໃຫ້ຄວາມສຳ ຄັນຕໍ່ມາດຖານເງື່ອນໄຂ, ຄວາມຮູ້, ຄວາມສາມາດ, ປະສົບການ ແລະ ຄຸນສົມບັດສິນ ທຳປະຕິວັດ, ຄຳນຶງເຖິງອາຍຸກະສຽນ, ເພດ ແລະ ເຜົ່າ ເພື່ອໃຫ້ມີພະນັກງານຫຼາຍຮຸ່ນ ສາມາດສືບທອດກັນໄດ້ຢ່າງຕໍ່ເນື່ອງ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ເຊື່ອມຊຶມເນື້ອໃນເອກະສານສໍາຄັນ ເປັນຕົ້ນແມ່ນ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 064/ກມສພ, ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍ: ວຽກງານສ້າງແຜນກຳນົດພະນັກງານນໍາພາຄຸ້ມຄອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ, ລົງວັນທີ 21/8/2026 ແລະ ຮັບຟັງການແນະນໍາການສ້າງແຜນກໍານົດພະນັກງານ ຈາກຄະນະຮັບຜິດຊອບ ແລະ ປ່ອນທາບທາມຮອບທີ 3 ຮອບ ເພື່ອຄັດເລືອກແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງ ຄຸ້ມຄອງ.

ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຈຶ່ງບໍ່ແມ່ນພຽງການຄັດເລືອກບຸກຄົນເຂົ້າໃນຕຳແໜ່ງໃດໜຶ່ງເທົ່ານັ້ນ ແຕ່ເປັນການກະກຽມຖັນແຖວບຸກຄະລາກອນໃນໄລຍະຍາວ ເພື່ອຮອງຮັບການປ່ຽນແປງ ແລະ ການພັດທະນາວຽກງານ. ການຄົ້ນຄວ້າ ແລະ ຄັດເລືອກຕ້ອງດຳເນີນດ້ວຍຄວາມຮອບຄອບ, ໂປ່ງໃສ ແລະ ຍຶດຖືມາດຖານເປັນຫຼັກ ເພື່ອສ້າງແຜນພະນັກງານທີ່ມີຄຸນນະພາບ, ສາມາດສືບທອດປ່ຽນແທນໄດ້ຢ່າງໝັ້ນຄົງ ແລະ ຕໍ່ເນື່ອງ.

ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa