ສະມາຊິກ ສສຊ – ສສຂ ແຂວງສາລະວັນ 47 ທ່ານ ເຂົ້າຮ່ວມປະຖົມນິເທດ ກ່ອນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຈາກແຂວງສາລະວັນ ຈໍານວນ 47 ທ່ານ, ຍິງ 16 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມປະຖົມນິເທດ ເພື່ອກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V, ໂດຍເນັ້ນໃສ່ການຊີ້ແຈງລະບຽບການເຂົ້າຮ່ວມ, ການກໍານົດເວລາ ແລະ ການນຸ່ງຖືຂອງຄະນະຜູ້ແທນ ເພື່ອໃຫ້ການດໍາເນີນກອງປະຊຸມເປັນໄປຢ່າງມີລະບຽບການ.

ກອງປະຊຸມ ຈັດຂຶ້ນໃນວັນທີ 24 ພະຈິກ 2026 ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງສາລະວັນ; ມີສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນຂັ້ນແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.ໃນນັ້ນ, ໄດ້ເນັ້ນໃຫ້ຄະນະຜູ້ແທນປະຕິບັດລະບຽບການເຂົ້າຫ້ອງປະຊຸມຢ່າງເຄັ່ງຄັດ, ໃຫ້ຄວາມສໍາຄັນຕໍ່ການຮັກສາເວລາ, ເຂົ້າຮ່ວມຕາມກໍານົດການ ແລະ ນຸ່ງຖືໃຫ້ຖືກຕ້ອງຕາມລະບຽບແບບແຜນທີ່ກໍານົດໄວ້, ເພື່ອສະແດງເຖິງຄວາມມີວິໄນ, ຄວາມຮັບຜິດຊອບ ແລະ ຄວາມສົມກຽດຂອງຜູ້ແທນປະຊາຊົນ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການແນະນໍາການນໍາໃຊ້ລະບົບອອນລາຍ G-Chat ເພື່ອອໍານວຍຄວາມສະດວກໃນການປະສານງານ, ຕິດຕໍ່ສື່ສານ ແລະ ຮັບສົ່ງຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບກອງປະຊຸມ ໃຫ້ມີຄວາມວ່ອງໄວ ແລະ ທັນເວລາ.

ພ້ອມກັນນີ້, ຍັງໄດ້ຮັບຟັງການລາຍງານກ່ຽວກັບການກະກຽມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ໂດຍສະເພາະການສ້າງແຜນປະຕິບັດງານ ແລະ ກໍານົດໂຄງການຕ່າງໆຢູ່ພາຍໃນແຂວງສາລະວັນ. ພາຍຫຼັງການລາຍງານ, ສະມາຊິກສະພາໄດ້ຮ່ວມປະກອບຄໍາເຫັນ ເພື່ອພິຈາລະນາ ແລະ ເພີ່ມທັດສະນະຕໍ່ການກະກຽມແຜນງານ ແລະ ໂຄງການ.
ພາບ-ຂ່າວ: ສ.ພະຈັນ