ປະທານຄະນະກໍາມະການປົກຄອງ ແຂວງສາລະວັນ ອວຍພອນໄຊອັນປະເສີດ ເຖິງບັນດາທ່ານຄູ-ອາຈານ, ພະນັກງານການສຶກສາ, ພະນັກງານວິທະຍາສາດ ແລະ ນັກຮຽນ-ນັກສຶກສາທົ່ວແຂວງສາລະວັນ
ທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງສາລະວັນ ໄດ້ສະແດງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄໍາອວຍພອນອັນປະເສີດ ເຖິງບັນດາທ່ານຄູ-ອາຈານ, ພະນັກງານການສຶກສາ, ພະນັກງານວິທະຍາສາດ ແລະ ນັກຮຽນ-ນັກສຶກສາທົ່ວແຂວງສາລະວັນ, ເນື່ອງໃນໂອກາດທີ່ແຂວງສາລະວັນ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026) ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 39 ປີ (12 ຕຸລາ 1987 – 12 ຕຸລາ 2026) . ໃນນາມຕາງໜ້າໃຫ້ຄະນະນຳຂອງແຂວງສາລະວັນ ຂໍສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຕໍ່ຄວາມມານະອົດທົນ, ຄວາມທຸ່ມເທເສຍສະຫຼະ ແລະ ຄວາມຮັບຜິດຊອບສູງຂອງບັນດາຄູ-ອາຈານ ແລະ ພະນັກງານຂະແໜງການສຶກສາ-ວິທະຍາສາດ ທີ່ໄດ້ທຸ່ມເທກຳລັງແຮງ, ສະຕິປັນຍາ ແລະ ຄວາມສາມາດ ເພື່ອອົບຮົມສັ່ງສອນ, ຖ່າຍທອດຄວາມຮູ້ ແລະ ຄຸນສົມບັດໃຫ້ແກ່ລູກຫຼານ ໃຫ້ກາຍເປັນພົນລະເມືອງທີ່ດີ, ມີຄວາມຮູ້ຄວາມສາມາດ ແລະ ມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ. ພ້ອມນີ້, ຂໍອວຍພອນໃຫ້ບັນດາທ່ານຄູ-ອາຈານ, ພະນັກງານການສຶກສາ, ພະນັກງານວິທະຍາສາດ ແລະ ນັກຮຽນ-ນັກສຶກສາທຸກທົ່ວໜ້າ ຈົ່ງມີສຸຂະພາບພະລານາໄມແຂງແຮງ, ມີຄວາມສຸກໃນຊີວິດ, ປະສົບຜົນສຳເລັດໃນໜ້າທີ່ການງານ ແລະ ການຮ່ຳຮຽນ, ພ້ອມທັງສືບຕໍ່ຮ່ວມແຮງຮ່ວມໃຈຍົກສູງຄຸນນະພາບການສຶກສາ ແລະ ວິທະຍາສາດຂອງແຂວງສາລະວັນ ໃຫ້ກ້າວໜ້າຍິ່ງໆຂຶ້ນ.

ພ້ອມນີ້ ໃນນາມ ຕາງໜ້າໃຫ້ການນໍາຂັ້ນສູງ, ກໍຄືໃນນາມສ່ວນຕົວ ທ່ານໄດ້ມີຄໍາເຫັນ ໃນບາງປະເດັນເນື້ອໃນ ສໍາຄັນ ທີ່ທຸກພາກສ່ວນ ຈົ່ງພ້ອມກັນຮ່ວມຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນຕໍ່ໜ້າ:
- ຮຽກຮ້ອງໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ ເພີ່ມທະວີການນໍາພາຊີ້ນໍາ ການພັດທະນາການສຶກສາ, ເອົາໃຈໃສ່ຕໍ່ການຄຸ້ມຄອງ ແລະ ນະໂຍບາຍຕໍ່ຊີວິດ ການເປັນຢູ່ຂອງຄູ ໂດຍສະເພາະ ຄູທີ່ຢູ່ໃນທ້ອງຖິ່ນຂອງຕົນ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ;
- ຄູ-ອາຈານ ຕ້ອງເປັນຜູ້ນໍາໃນການຄົ້ນຄວ້າ ແລະ ປັບປຸງຕົນເອງຢ່າງຕໍ່ເນື່ອງ ສອດຄ່ອງກັບຄໍາເວົ້າ ທີ່ວ່າ: ຄູຕ້ອງບໍ່ຢຸດຮຽນຮູ້, ຕ້ອງຍົກລະດັບຄວາມຮູ້, ຈັນຍາບັນ ແລະ ວິທີການສອນໃໝ່ໆ ໃຫ້ທັນກັບສະພາບການທີ່ປ່ຽນແປງໄປ ຢ່າງຕໍ່ເນື່ອງ;
- ຍົກສູງຄຸນນະພາບການຮຽນ-ການສອນ ຖືເອົານັກຮຽນເປັນໃຈກາງ, ໂຮງຮຽນ ແລະ ສະຖານສຶກສາ ທຸກແຫ່ງຕ້ອງເນັ້ນການສອນໃຫ້ຜູ້ຮຽນມີການຄິດວິເຄາະ, ມີທັກສະການແກ້ໄຂບັນຫາ, ບໍ່ແມ່ນພຽງແຕ່ການຈື່ຈໍາ;
- ນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ດິຈິຕອນ ເຂົ້າໃນການສຶກສາຢ່າງແທ້ຈິງ ສົ່ງເສີມການ ຮຽນ-ການສອນ ICT, ປັນຍາປະດິດ AI ແລະ ການຄົ້ນຄວ້ານະວັດຕະກຳ ເພື່ອຮັບໃຊ້ນັກຮຽນ ແລະ ສັງຄົມ;
- ພໍ່ແມ່ຜູ້ປົກຄອງນັກຮຽນ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫລານ ທີ່ຢູ່ໃນເກນອາຍຸເຂົ້າຮຽນ ໄປເຂົ້າໂຮງຮຽນ ທັງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາ ຊັ້ນສູງ ແລະ ເອົາໃຈໃສ່ ແນະນໍາລູກຫລານ ໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມ ຕັກເຕືອນເຂົາເຈົ້າ ໃຫ້ເຫັນຄວາມສໍາຄັນ ຂອງການສຶກສາ ທັງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ;
- ສໍາລັບລູກຫລານນັກຮຽນ, ນັກສຶກສາ ຈົ່ງຕັ້ງໃຈສຶກສາຮໍ່າຮຽນ ຢູ່ໃນຫ້ອງຮຽນ ແລະ ຮຽນ ດ້ວຍຕົນເອງໃຫ້ ຫລາຍຂຶ້ນ, ມີຄວາມດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນທີ່ຮຽນດີ, ຮຽນເກັ່ງ, ເປັນລູກຫຼານທີ່ດີຂອງພໍ່ແມ່, ຄູອາຈານ ແລະ ເປັນພົນລະເມືອງທີ່ດີ ຂອງປະເທດຊາດ.
ພາບ-ຂ່າວ: ສ.ພະຈັນ