ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ

ວັນທີ 6 ຕຸລາ 2026 ນີ້ ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີບັນດາທ່ານຮອງຫົວໜ້າຄະນະຄະນະໂຄສະ ນາອົບຮົມແຂວງ; ພະນັກງານບໍານານ ອະດີດຄະນະນໍາຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ນາງ ບຸຜາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານລັດຖະດໍາລັດ ປະທານປະເທດ ສະ ບັບເລກທີ 320/ປປທ, ລົງວັນທີ 1 ທັນວາ 2025 ວ່າດ້ວຍ: ການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ ( 2 ທັນວາ 1975 – 2 ທັນວາ 2025 ) ໃຫ້ແກ່ພະນັກງານ – ລັດຖະກອນ ປະຈໍາການ ແລະ ບໍານານຂອງແຂວງສາລະວັນ ທັງໜົດ 7,790 ທ່ານ, 926 ທ່ານ; ໃນນັ້ນ ພະນັກງານ – ລັດຖະກອນ ປະຈໍາການ ມີ 4,781 ທ່ານ, ຍິງ 497 ທ່ານ; ພະນັກງານ – ລັດຖະກອນ ບໍານານ ມີ 1,689 ທ່ານ, ຍິງ 37 ທ່ານ ແລະ ນັກທຸລະກິດ – ຜູ້ປະກອບການ ມີ 1,320 ທ່ານ, ຍິງ 392 ທ່ານ.

ສໍາລັບ ຄະນະໂຄສະນາອົບຮົມ ແຂວງສາລະວັນ ມີຜູ້ໄດ້ຮັບຫຼຽນກາລະນຶກ ຈຳ ນວນທັງໝົດ 28 ທ່ານ, ຍິງ 8 ທ່ານ ໃນນັ້ນ ພະນັກງານ – ລັດຖະກອນ ປະຈໍາການ ມີ 24 ທ່ານ, ຍິງ 8 ທ່ານ ແລະ ພະນັກງານ – ລັດຖະກອນ ບໍານານ ມີ 4 ທ່ານ.

ຈາກນັ້ນ, ທ່ານ ມະໄລວອນ ສີປະເສີດ ກໍໄດ້ໃຫ້ກຽດຂຶ້ນປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ ໃຫ້ແກ່ພະນັກງານ – ລັດຖະກອນ ປະຈໍາການ-ບໍານານ. ໂອກາດນີ້, ທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາພະນັກງານ-ລັດຖະກອນ ຍົກສູງຈິດໃຈຄວາມຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ ເປັນອັນໜຶ່ງອັນດຽວ ເພື່ອສືບຕໍ່ປະຕິບັດໜ້າທີ່ ສ້າງຜົນງານໃໝ່ ແລະ ປະກອບສ່ວນໃນການສ້າງສາພັດທະນາແຂວງສາລະວັນ ໃຫ້ນັບມື້ມີຄວາມກ້າວໜ້າ.

ພາບ-ຂ່າວ: ສ.ພະຈັນ