ແຂວງສາລະວັນ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 39 ປີ ຕິດພັນກັບການບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ແຂວງສາລະວັນ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 39 ປີ ຕິດພັນກັບການບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ແຂວງສາລະວັນ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026) ແລະ ວັນວິທະຍາສາດແຫ່ງຊາດ ຄົບຮອບ 39 ປີ (12 ຕຸລາ 1987 – 12 ຕຸລາ 2026) ຕິດພັນກັບກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງ ຄົມ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2026 ທີ່ສະໂມສອນແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ; ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນຳວຽກງານວັດທະນະ ທຳ-ສັງຄົມ. ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ; ມີພະເຖລານຸເຖລະ, ບັນດາຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຜູ້ບໍລິຫານການສຶກສາຂັ້ນແຂວງ-ຂັ້ນເມືອງ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ພາຍໃນງານ, ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ອັນສວຍ ງາມ ຈາກນ້ອງນັກຮຽນໂຮງຮຽນແກ້ວປັນຍາ, ປະຖົມນາເຫຼັກ, ມສ ສາລະວັນ ແລະ ມສ ອົງແກ້ວ; ພ້ອມທັງຮັບຊົມວິດີໂອສາລະຄະດີ ສ່ອງແສງເຖິງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງການສຶກສາລາວ. ຈາກນັ້ນ, ຕາງໜ້ານັກຮຽນ ແລະ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງສາລະວັນ ໄດ້ຂຶ້ນອ່ານສານອວຍພອນ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງພະຄຸນອັນສູງສົ່ງຂອງຄູ-ອາຈານ ຜູ້ທີ່ທຸ່ມເທແຮງກາຍ, ແຮງໃຈ ແລະ ສະຕິປັນຍາ ເຂົ້າໃນການອົບຮົມສັ່ງສອນ, ຖ່າຍທອດຄວາມ ໃຫ້ແກ່ລູກສິດ.

ງານສະເຫຼີມສະຫຼອງຄັ້ງນີ້ ຖືເປັນໂອກາດສຳຄັນໃນການຍົກສູງບົດບາດ, ກຽດສັກສີ ແລະ ຄຸນຄ່າຂອງອາຊີບຄູ ຜູ້ເປັນກຳລັງຫຼັກໃນການສ້າງຄົນ ແລະ ພັດທະນາຊັບພະຍາກອນມະນຸດ ເພື່ອເປັນກຳລັງແຮງໃນການສ້າງສາປະເທດຊາດ. ພ້ອມກັນນັ້ນ, ການຈັດກິດຈະກຳບໍລິຈາກເລືອດ ກໍເປັນການສ້າງຂະບວນການມະນຸດສະທຳອັນປະເສີດ ທີ່ສະແດງເຖິງຄວາມສາມັກຄີ, ການເສຍສະຫຼະ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງຊາວແຂວງສາລະວັນ ຢ່າງແທ້ຈິງ.

ໃນໂອກາດນີ້, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ ໄດ້ໃຫ້ກຽດໂອ້ລົມ ແລະ ກ່າວຄຳອວຍພອນໄຊອັນປະເສີດ ມາຍັງຄູ-ອາຈານ ທົ່ວແຂວງສາລະວັນ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນ ສຳເລັດໃນໜ້າທີ່ອັນມີກຽດຂອງຕົນ; ພ້ອມທັງໄດ້ມອບເງິນສົດ ຈຳນວນ 5 ລ້ານກີບ ໃຫ້ແກ່ພະແນກສຶກ ສາທິການ ແລະ ກິລາແຂວງ ເພື່ອຊຸກຍູ້ສະໜັບສະໜູນວຽກງານການສຶກສາພາຍໃນແຂວງ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໄປ.

ພາບ-ຂ່າວ: ສ.ພະຈັນ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa