ນາຍ ແລະ ພົນທະຫານ 5 ກົມກອງ ເຊື່ອມຊືມຂໍ້ກຳນົດກົດລະບຽບຂອງກອງທັບປະຊາຊົນລາວ
ກອງບັນຊາການທະຫານ ແຂວງສາລະວັນ ໄດ້ເຜີຍແຜ່ເຊື່ອມຊຶມຂໍ້ກຳນົດກົດລະບຽບຂອງກອງທັບປະຊາຊາຊົນລາວ, ຈັດຂຶ້ນໃນວັນທີ 6 ຕຸລານີ້, ທີ່ສະໂມສອນກອງພັນທະຫານຮາບ ງໍ16, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສຸດໃຈ ແສນຄຳບົວທອນ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານກອງບັນຊາການທະຫານແຂວງສາລະວັນ, ສະຫາຍ ພັນໂທ ອຸດ ເຮືອງຫົງສາ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນທະຫານຮາບ ງໍ16, ມີຄະນະພັກ-ຄະນະບັນຊາກອງພັນ, ຕະຫຼອດຮອດພະນັກງານ-ນັກຮົບ ຈາກກົມກອງເພື່ອນ, ກອງບັນຊາການທະຫານເມືອງລະຄອນເພັງ, ກອງຮ້ອຍ 26, ກອງຮ້ອຍທະຫານຊາຍແດນ 515, 512, ແລະ ກອງປະຕິບັດງານ 216 ເຂົ້າຮ່ວມ.

ສະຫາຍ ພັນໂທ ບົວລອຍ ໄຊຍະວົງ ຮອງຫົວໜ້າພະແນກອົບຮົມຫ້ອງເສນາທິການ ກອງບັນຊາການທະຫານແຂວງສາລະວັນ ໄດ້ເຜີຍແຜ່ກົດລະບຽບຂອງກອງທັບປະຊາຊົນລາວ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ໄດ້ເຊື່ອມຊືມກຳແໜ້ນ ຕໍ່ບັນດາຂໍ້ກຳນົດກົດລະບຽບຂອງກອງທັບ ເພື່ອພ້ອມກັນຕັ້ງໜ້າປັງປຸງ, ແກ້ໄຂ ແລະ ປະຕິບັດໃຫ້ຖືກຕອ້ງຕາມຂໍ້ກຳນົດກົດລະບຽບຂອງກອງທັບ ຢ່າງເຂັ້ມງວດ, ໃນນັ້ນ ປະກອບມີ 16 ພາກ, 56 ໝວດ, 299 ມາດຕາ, ການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ກາຍເປັນກຳລັງແຮງສັງລວມໄຫ້ກອງທັບ ສາມາດເຮັດສຳເລັດໜ້າທີ່, ທີ່ໄດ້ຮັບມອບໝາຍ ທັງເປັນເຂັມທິດການປັບປຸງກໍ່ສ້າງ ກອງທັບປະຊາຊົນລາວ ໃຫ້ໜັກແໜ້ນເຂັມແຂງ, ເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝຮັບປະກັນໃຫ້ປະເທດຊາດ ມີຄວາມສະຫງົບ ແລະ ມີບາດກ້າວເຕີບໃຫຍ່ຢ່າງໜັກແໜ້ນ,

ໃນຕອນທ້າຍ, ສະຫາຍ ພັນເອກ ສຸດໃຈ ແສນຄຳບົວທອນ ກໍ່ໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ພາຍກົມກອງ ເອົາໃຈໃສ່ປັບປຸງແບບແຜ່ນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມ-ຫັດແອບ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິຫວັດ, ສືບຕໍ່ປັງປຸງກໍ່ສ້າງກຳລັງທຸກເຫຼົ່າຮົບ, ໃຫ້ມີຄວາມແຂງແຮງ, ໜັກແໜ້ນ, ຍົກສູງສະຕິປັນຍາ ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບເປັນຕົ້ນ: 7 ລະບອບ,18 ວຽກກຳໄດ້ໃຫ້ເຂັ້ມງວດ ເພື່ອນຳພາກົມກອງໃຫ້ຮຸ່ງເຮືອງສີວິໄລ.

ພາບ-ຂ່າວ: ຈອ໋ດ ແສງຄຳອອ່ນ