ສິລະປະ ລາວ-ຫວຽດນາມ ຮ່ວມບົດເພງດຽວກັນ ຮັດແໜ້ນມິດຕະພາບສອງກອງທັບ

ບົດເພງທີ່ຮ້ອງຂັບລໍາຮ່ວມກັນ ແລະ ສຽງດົນຕີທີ່ສອດປະສານກັນຢ່າງກົມກຽວ ໄດ້ກາຍເປັນສື່ສຳຄັນໃນການຖ່າຍທອດຄວາມຮັກແພງ ແລະ ຄວາມຜູກພັນອັນແໜ້ນແຟ້ນລະຫວ່າງສອງຊາດລາວ-ຫວຽດນາມ. ບັນຍາກາດດັ່ງກ່າວໄດ້ປະກົດຂຶ້ນໃນລາຍການສະແດງສິລະປະ “ລາວ-ຫວຽດນາມ ຮ່ວມບົດເພງດຽວກັນ” ເຊິ່ງຄະນະສິລະປະກອງທັບປະຊາຊົນລາວ ແຂວງສາລະວັນ ແລະ ຄະນະສິລະປະກອງທັບເຂດ 5 ກອງທັບປະຊາຊົນຫວຽດນາມ ໄດ້ຮ່ວມກັນສະແດງໃນຄ່ຳຄືນວັນທີ 13 ພະຈິກ 2026 ທີ່ສະໂມສອນແຂວງສາລະວັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອບໍລິສັດມິດຕະພາບ ພາກໃຕ້ລາວ ຈຳກັດຜູ້ດຽວ ຄົບຮອບ 20 ປີ. ໃຫ້ກຽດເຂົ້າຮ່ວມຮັບຊົມຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງສາລະວັນ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ; ທ່ານ ພົຈ.ວ ໂສພາ ໂພໄຊຍະວົງ ກຳມະການພັກແຂວງ ຮອງປະທານປ້ອງກັນຄວາມສະຫງົບ ຜູ້ປະຈຳການ; ທ່ານ ພັທ ດິງ ວັນເດ ຫົວໜ້າຄະນະສິລະປະກອນ ເຂດ 5 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍການນຳແຂວງ, ການນຳເມືອງ, ຫົວໜ້າພະແນກການ, ນາຍ-ພົນທະຫານ, ນາຍ-ພົນຕຳຫຼວດ ແລະ ປະຊາຊົນພາຍໃນແຂວງເຂົ້າຮ່ວມຊົມຢ່າງພ້ອມພຽງ.

ໃນໂອກາດກ່າວເປີດງານ ທ່ານ ພົຈ.ວ ໂສພາ ໂພໄຊຍະວົງ ໄດ້ສະແດງຄວາມຍິນດີ ແລະ ຕ້ອນຮັບຄະນະສິລະປະກອນເຂດ 5 ກອງທັບປະຊາຊົນຫວຽດນາມ ທີ່ໄດ້ນຳເອົາບົດເພງ, ສຽງດົນຕີ ແລະ ການສະແດງອັນມີຄວາມໝາຍມາສ້າງບັນຍາກາດແຫ່ງຄວາມອົບອຸ່ນ, ມ່ວນຊື່ນ ແລະ ຄວາມປະທັບໃຈໃຫ້ແກ່ການນຳ, ກອງກຳລັງປະກອບອາວຸດ ແລະ ປະຊາຊົນແຂວງສາລະວັນ. ທ່ານເນັ້ນວ່າ ການມາສະແດງສິລະປະໃນຄັ້ງນີ້ ເປັນກິດຈະກຳແລກປ່ຽນສິລະປະ-ວັດທະນະທຳ ແລະ ສ້າງຄວາມບັນເທີງໃຫ້ແກ່ປະຊາຊົນເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນສຳຄັນໃນການສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ຍືນຍົງຍິ່ງຂຶ້ນ.ໂດຍສະເພາະ ສາຍສຳພັນລະຫວ່າງກຳລັງປະກອບອາວຸດທ້ອງຖິ່ນຂອງແຂວງສາລະວັນ ກັບກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ແມ່ນມີຄວາມສຳຄັນຢ່າງຍິ່ງ ໃນການສ້າງຄວາມໄວ້ວາງໃຈ, ຄວາມເຂົ້າໃຈ ແລະ ການຮ່ວມມືທີ່ດີຕໍ່ກັນ. ການແລກປ່ຽນຜ່ານກິດຈະກຳສິລະປະໃນຄັ້ງນີ້ ຈຶ່ງເປັນອີກໜຶ່ງກົນໄກທາງວັດທະນະທຳທີ່ຊ່ວຍສົ່ງເສີມຄວາມຜູກພັນລະຫວ່າງນາຍ ແລະ ພົນທະຫານຂອງສອງຝ່າຍ ພ້ອມທັງປູກຝັງຈິດສຳນຶກໃນການສືບຕໍ່ຮັກສາມູນເຊື້ອອັນດີງາມຂອງສອງຊາດ.

ສຳລັບລາຍການສະແດງໃນຄ່ຳຄືນດັ່ງກ່າວ ມີທັງໝົດ 15 ລາຍການ ປະກອບດ້ວຍບົດເພງດ່ຽວ, ຮ້ອງຄູ່, ຮ້ອງໝູ່ ແລະ ການຟ້ອນປະກອບດົນຕີ ທີ່ສະແດງໃຫ້ເຫັນເຖິງປະຫວັດສາດ, ມູນເຊື້ອການຕໍ່ສູ້, ຄວາມຮັກແພງ ແລະ ຄວາມສາມັກຄີລະຫວ່າງສອງຊາດ. ບົດເພງທີ່ນຳມາສະແດງມີຫຼາຍບົດທີ່ມີເນື້ອໃນເຊີດຊູສາຍສຳພັນລາວ-ຫວຽດນາມ ເຊັ່ນ: “ສາຍສຳພັນທີ່ຍິ່ງໃຫຍ່ ລາວ-ຫວຽດນາມ”, “ລຸງໄກສອນໃນດວງໃຈ”, “ສາຍໃຈລາວ-ຫວຽດນາມ”, “ໄຊຊະນະນ້ຳບາກ”, “ລຸງໂຮ່ຈິມິນກັບຄວາມຮັກອັນຍິ່ງໃຫຍ່” ແລະ “ຄວາມຮັກທີ່ພູພຽງບໍລິເວນ”. ນອກນັ້ນ ຍັງມີບົດເພງທີ່ສະແດງເຖິງຄວາມງົດງາມຂອງບ້ານເກີດເມືອງນອນ ແລະ ອັດຕະລັກທາງວັດທະນະທຳຂອງແຕ່ລະຊາດ ລວມທັງບົດຟ້ອນສາມັກຄີລາວ-ຫວຽດນາມ ຮ່ວມຟ້ອນລໍາວົງສາມັກຄີ ທີ່ເປັນການປິດທ້າຍລາຍການ.

ການສະແດງສິລະປະຮ່ວມກັນຂອງສອງຄະນະໃນຄັ້ງນີ້ ນັບເປັນອີກໜຶ່ງກິດຈະກຳທີ່ມີຄວາມໝາຍ ໃນການສົ່ງເສີມການແລກປ່ຽນດ້ານສິລະປະ-ວັດທະນະທຳ ແລະ ຮັດແໜ້ນສາຍສຳພັນມິດຕະພາບລະຫວ່າງສອງກອງທັບ, ສອງຊາດລາວ-ຫວຽດນາມ. ພ້ອມນີ້ ຍັງເປັນການສືບຕໍ່ປູກຝັງມູນເຊື້ອຄວາມສາມັກຄີພິເສດ, ຄວາມຜູກພັນ ແລະ ການຮ່ວມມືອັນດີງາມໃຫ້ແກ່ຄົນຮຸ່ນໃໝ່ ເພື່ອຮ່ວມກັນສືບສານສາຍສຳພັນອັນລ້ຳຄ່ານີ້ໃຫ້ຄົງຢູ່ຢ່າງໝັ້ນຄົງ ແລະ ຍືນຍົງຕະຫຼອດໄປ.
ພາບ-ຂ່າວ: ສ.ພະຈັນ