ຫ້ອງວ່າການແຂວງສາລະວັນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
ຫ້ອງວ່າການແຂວງສາລະວັນ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນວັນທີ 16 ພະຈິກ 2026 ທີ່ຫ້ອງປະຊຸມສະໂມສອນແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ຈັນສີລອນ ສີສົມບູນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ສະຫາຍ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງ, ພ້ອມດ້ວຍຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ຈັນສີລອນ ສີສົມບູນ ໄດ້ມີຄຳເຫັນຊີ້ນຳ ແລະ ໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານ-ສະມາຊິກພັກ ກຳແໜ້ນແນວທາງ, ຫຼັກການໃນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃຫ້ເລີກເຊີີ່ງ, ຖືເປັນວຽກໜຶ່ງທີ່ສຳຄັນ ເພື່ອສ້າງແຜນ ແລະ ຈັດວາງບຸກຄະລາກອນເຂົ້າຕຳແໜ່ງງານ ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ, ເລືອກເຟັ້ນເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຜົນງານການປະຕິບັດໜ້າທີ່ຕົວຈິງ, ຕ້ອງຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ຮັບປະກັນຄວາມໂປ່ງໃສ, ຄວາມເປັນເອກະພາບ ແລະ ປະຕິບັດຕາມມາດຕະຖານ ແລະ ເງື່ອນໄຂທີ່ກຳນົດໄວ້. ພ້ອມທັງເອົາໃຈໃສ່ຕິດຕາມ, ກວດກາ ແລະ ປະເມີນຜົນການປະຕິບັດໜ້າທີ່ຂອງພະນັກງານ ແລະ ສະມາຊິກພັກຢ່າງເປັນປະຈຳ ເພື່ອຄັດເລືອກບຸກຄະລາກອນ ທີ່ຈະມາເປັນກຳລັງຫຼັກໃນການນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ.

ໃນໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມບັນດາເນື້ອໃນເອກະສານສຳຄັນ ໂດຍສະເພາະມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 64/ກມສພ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ບັນດານິຕິກຳ, ເອກະສານທີ່ກ່ຽວຂ້ອງ ລວມທັງແຈ້ງການແນະນຳຂອງຄະນະປະຈຳພັກແຂວງສາລະວັນ ເລກທີ 03. ເພື່ອໃຫ້ພະນັກງານກຳແໜ້ນເນື້ອໃນ, ຫຼັກການ ແລະ ຂັ້ນຕອນການສ້າງແຜນກຳນົດພະນັກງານຢ່າງລະອຽດ, ເປັນພື້ນຖານໃນການຄັດເລືອກບຸກຄະລາກອນທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ ມາຮັບໜ້າທີ່ນຳພາ-ຄຸ້ມຄອງ ພ້ອມທັງກະກຽມພະນັກງານສືບທອດປ່ຽນແທນ ໃຫ້ມີຄວາມຕໍ່ເນື່ອງໃນແຕ່ລະສະໄໝກອງປະຊຸມໃຫຍ່ຂອງພັກ ໂດຍເນັ້ນການຫັນເປັນໜຸ່ມ ແລະ ການພັດທະນາທີ່ຍືນຍົງ. ໄລຍະຜ່ານມາ ຫ້ອງວ່າການແຂວງສາລະວັນ ໄດ້ເອົາໃຈໃສ່ວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຢ່າງຕໍ່ເນື່ອງ ໂດຍພະນັກງານຈຳນວນໜຶ່ງທີ່ຢູ່ໃນແຜນໄດ້ຮັບການບຳລຸງສ້າງ, ຍົກລະດັບຄວາມຮູ້ທັງພາຍໃນ ແລະ ຕ່າງປະເທດ, ໄດ້ຮັບການບັນຈຸ, ສັບຊ້ອນ ແລະ ຈັດວາງເຂົ້າຕຳແໜ່ງຕ່າງໆຢ່າງເໝາະສົມ.

#ຈາກນັ້ນ; ຄະນະພັກ-ຄະນະນຳ ແລະ ພະນັກງານ-ສະມາຊິກພັກພາຍໃນຫ້ອງວ່າການແຂວງ ໄດ້ຮ່ວມກັນປ່ອນບັດທາບທາມຮອບທີ 1, ຮອບທີ 2 ແລະ ຮອບທີ 3 ຕາມຂັ້ນຕອນທີ່ກຳນົດ ເພື່ອຄັດເລືອກ ພະນັກງານຜູ້ທີ່ມີຄຸນສົມບັດ ເໝາະສົມເຂົ້າໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ແຜນກຳນົດພະນັກງານສືບທອດປ່ຽນແທນ ໃນແຕ່ລະປະເພດຕຳແໜ່ງບໍລິຫານ ໃຫ້ຄົບຖ້ວນຕາມມາດຕະຖານ ແລະ ເງື່ອນໄຂ. ກອງປະຊຸມດັ່ງກ່າວຈະໄດ້ດຳເນີນເປັນເວລາ 2 ວັນ ແຕ່ວັນທີ 16-17 ພະຈິກນີ້ ຈິ່ງສຳເລັດ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ