ຕາແສງກະຊະຈູດທຳລາຍອາວຸດລ່າເນື້ອ ປືນແກັບ 441 ກະບອກ ແລະ ເຄື່ອງມືຫາປາ

ຕາແສງກະຊະ ເມືອງສາລະວັນ, ແຂວງສາລະວັນ ໄດ້ທຳລາຍອາວຸດລ່າເນື້ອ ປະເພດປືນແກັບ 441 ກະບອກແລະ ໝໍ້ຊ໋ອດປາ ຈຳນວນ 23 ໜ່ວຍ, ເຊີ່ງໄດ້ຈັດຂຶ້ນໃນວັນທີ 6 ພະຈິກນີ້, ຢູ່ທີ່ຕາແສງກະຊະ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ສະໄຫມ ໂພທິສານ ເລຂາຄະນະບໍລີຫານງານພັກເມືອງ, ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບເມືອງ, ທ່ານ ພັທ ບົວຄຳ ພັນອາມາດ ຮອງຫ້ອງຄຸ້ມຄອງສຳມະໂນຄົວ – ກໍ່ສ້າງຮາກຖານ ປກສແຂວງ, ທ່ານ ສະເຫຼີມໄຊ ສຸລິຍະວົງສັກ ຫົວຫນ້າຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ, ມີຄະນະກຳມະການປົກຄອງຕາແສງ ແລະ ປະຊາຊົນເຂົ້າຮ່ວມ.
ທ່ານ ພັຕ ແອມະລີ ສີສຸພົນ ຫົວໜ້າຫ້ອງການ ປກສ ຕະແສງກະຊະ ໄດ້ລາຍງານວ່າ: ໂດຍປະຕິບັດຕາມຂໍ້ຕົກລົງເລກທີ 30/ປຊ,ປສ, ວ່າດ້ວຍ: ການແຕ່ງຕັ້ງຄະນະເກັບກູ້ອາວຸດປືນ ແລະ ວັດຖຸລະເບີດຢູ່ແຂວງສາລະວັນ, ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງການເຄື່ອນໄຫວຂອງຄະນະກຳມະການປົກຄອງຕາແສງ ສະບັບເລກທີ 15/ຄປມ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ ເຮັດໃຫ້ການຈັດຕັ້ງປະຕິບັດໃນການເກັບກູ້ອາວຸດລ່າເນື້ອ ແລະ ໝໍ້ຊ໋ອດປາ ໄດ້ຢ່າງມີປະສິດທິຜົນ. ເຊີ່ງໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ບັນດານິຕິກຳຕ່າງໆ, ລົງຊຸກຍູ້, ປຸກລະດົມໃນທົ່ວສັງຄົມ ໃຫ້ມີຄວາມຕື່ນຕົວ ແລະ ເປັນເຈົ້າການສະໝັກໃຈ ນຳເອົາເຄື່ອງມືລ່າເນື້ອ ນຳມາມອບໃຫ້ເຈົ້າໜ້າທີ່. ເຊີ່ງສາມາດເກັບກູ້ໄດ້ທັງໝົດ, ມີປືນແກັບ 441 ກະບອກ, ໝໍ້ຊ໋ອດປາ 23 ໜ່ວຍ. ທັງນີ້ເພື່ອສ້າງສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ທັງເປັນການອະນຸລັກສັດປ່າ ແລະ ການດຳລົງຊິວິດຂອງປະຊາຊົນ ທີ່ປອດໄພ.
ພາບ-ຂ່າວ: ສທ ຄຳພັນ ເພັງສີປະເສີດ
ຂ່າວກອງບັນຊາການ ປກສ ແຂວງສາລະວັນ