ພະແນກສາທາລະນະສຸກແຂວງສາລະວັນສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພະແນກສາທາລະນະສຸກແຂວງສາລະວັນສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພະແນກສາທາລະນະສຸກແຂວງສາລະວັນ ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນວັນທີ 19 ພະຈິກ 2026, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ສະຫາຍ ນາງ ດຣ ບຸນໂຮມ ໂງ່ນກະເສີມສຸກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ນາງ ບຸນທະວີ ດວງງລາສີ ໄດ້ມີຄຳເຫັນຊີ້ນຳ ແລະ ໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານ-ສະມາຊິກພັກ ກຳແໜ້ນແນວທາງ, ຫຼັກການໃນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃຫ້ເລີກເຊີີ່ງ, ກຳແໜ້ນດ້ານເນື້ອໃນ, ຄົ້ນຄິດຢ່າງລະອຽດ, ຖີ່ຖ້ວນ, ມີວິໄສທັດ ທັງວຽກງານຂອງພັກ, ຂອງລັດ ໂດຍສະເພາະເງື່ອນໄຂດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້-ຄວາມສາມາດ ແລະ ປະສົບການຕົວຈິງ ຕອບສະໜອງໃຫ້ແກ່ການກຳນົດຕຳແໜ່ງນຳພາ-ຄຸ້ມຄອງໃນແຕ່ລະຂັ້ນ ຮັບປະກັນການຫັນເປັນໜຸ່ມ, ມີລັກສະນະສືບທອດປ່ຽນແທນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງ ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມບັນດາເນື້ອໃນເອກະສານສຳຄັນ ໂດຍສະເພາະມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 64/ກມສພ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ ແລະ ບັນດານິຕິກຳ, ເອກະສານທີ່ກ່ຽວຂ້ອງ. ເພື່ອໃຫ້ພະນັກງານ ກຳແໜ້ນເນື້ອໃນ, ຫຼັກການ ແລະ ຂັ້ນຕອນການສ້າງແຜນກຳນົດພະນັກງານຢ່າງລະອຽດ, ເປັນພື້ນຖານໃນການຄັດເລືອກບຸກຄະລາກອນທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ ມາຮັບໜ້າທີ່ນຳພາ-ຄຸ້ມຄອງ ພ້ອມທັງກະກຽມພະນັກງານສືບທອດປ່ຽນແທນ ໃຫ້ມີຄວາມຕໍ່ເນື່ອງໃນແຕ່ລະສະໄໝກອງປະຊຸມໃຫຍ່ຂອງພັກ ໂດຍເນັ້ນການຫັນເປັນໜຸ່ມ ແລະ ການພັດທະນາທີ່ຍືນຍົງ. ໄລຍະຜ່ານມາ ພະແນກສາທາລະນະສຸກແຂວງສາລະວັນ ເອົາໃຈໃສ່ໃນການປະຕິບັດ ແຜນກຳນົດສ້າງພະນັກງານນໍາພາ-ຄຸ້ມຄອງຂັ້ນແຂວງຄຸ້ມຄອງ ໄດ້ປະສານສົມທົບກັບຄະນະຈັດຕັ້ງແຂວງ ເພື່ອໃຫ້ສອດຄ່ອງຕາມມະຕິຂອງກົມການເມືອງສູນກາງພັກ, ມີແຜນຮັບຮອງເປົ້າໝາຍທັງໝົດມີ 53 ສະຫາຍ. ມາຮອດປະຈຸບັນ ໄດ້ຮັບການແຕ່ງຕັ້ງເຂົ້າໃນຕາແໜ່ງງານຕົວຈິງ 46 ສະຫາຍ; ເທົ່າກັບ 86,79%. ທັງໄດ້ມີການແຕ່ງຕັ້ງ, ສັບຊ້ອນ, ຈັດວາງພະນັກງານນໍາພາ-ຄຸ້ມຄອງ ສ່ວນຫຼາຍແມ່ນອີງໃສ່ແຜນກຳນົດ ແລະ ແຜນບຳລຸງສ້າງພະນັກງານນໍາພາ-ຄຸ້ມຄອງ ເປັນຕົ້ນຕໍ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ຕາມຄວາມເໝາະສົມ.

ຄະນະພັກ-ຄະນະນຳ ແລະ ພະນັກງານ-ສະມາຊິກພັກ ພາຍໃນພະແນກສາທາລະນະສຸກແຂວງ ໄດ້ຮ່ວມກັນປ່ອນບັດທາບທາມ ຮອບທີ 1, ຮອບທີ 2 ແລະ ຮອບທີ 3. ກອງປະຊຸມດັ່ງກ່າວ ແມ່ນຈະໄດ້ດຳເນີນເປັນເວລາ 2 ວັນ ແຕ່ວັນທີ 19-20 ພະຈິກນີ້ ຈິ່ງສຳເລັດ.

ຂ່າວ-ພາບ: ທິດລານີ ໂຄດໂຍທາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa