ແຂວງສາລະວັນເປີດຂະບວນການຜະລິດລະດູແລ້ງສຸມໃສ່ສະໜອງນ້ຳຫົດເນື້ອທີ່ການຜະລິດ 15 ພັນກວ່າເຮັກຕາ

ແຂວງສາລະວັນເປີດຂະບວນການຜະລິດລະດູແລ້ງສຸມໃສ່ສະໜອງນ້ຳຫົດເນື້ອທີ່ການຜະລິດ 15 ພັນກວ່າເຮັກຕາ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງສາລະວັນ ສົມທົບກັບອົງການປົກຄອງເມືອງວາປີ ຈັດພິທີເປີດຂະບວນການຜະລິດລະດູແລ້ງ ສົກປີ 2026-2027 ຢ່າງເປັນທາງການ, ເຊິ່ງເປັນຂະບວນການຂອງແຂວງ ຕິດພັນກັບຂະບວນການຂອງເມືອງ, ຈັດຂຶ້ນໃນວັນທີ 17 ພະຈິກ 2026, ຢູ່ທີ່ຈຸດບ້ານສະພາດ ເມືອງວາປີ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງດີ ຈັນທະວົງ ປະທານແນວລາວສ້າງຊາດແຂວງສາລະວັນ; ທ່ານ ສີວັນພະກອນ ວົງບຸນທັນ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ບຸນຍູ້ ຈັນທະລັງສີ ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງວາປີ, ມີບັນດາທ່ານການນໍາຂອງແຂວງ, ເມືອງ ແລະ ພະແນກການ, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ຕາແສງ ແລະ ການຈັດຕັ້ງບ້ານ ທີ່ກ່ຽວຂ້ອງ, ປະຊາຊົນບ້ານສະພາດ ແລະ ນັກຮຽນ ເຂົ້າຮ່ວມ.

ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດ, ພ້ອມທັງໄດ້ຍົກໃຫ້ເຫັນຄວາມສຳຄັນຂະບວນການຜະລິດລະດູແລ້ງ ຕິດພັນກັບການສະເຫຼີມສະຫຼອງ 4 ວັນສຳຄັນ ຂອງວຽກງານຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຄື: ວັນເປີດນ້ຳຊົນລະປະທານແຫ່ງຊາດ ວັນທີ 3 ພະຈິກ, ວັນສັກຢາປ້ອງກັນພະຍາດສັດ 11 ພະຈິກ, ວັນເປີດລະດູການຜະລິດລະດູແລ້ວ 15 ພະຈິກ ແລະ ວັນດິນໂລກ 5 ທັນວາ ໃຫ້ເປັນຂະບວນການຟົດຟື້ນ ເປັນການປຸກລະດົມ, ສ້າງຈິດສຳນຶກ ແລະ ກຳລັງແຮງທົ່ວປວງຊົນ ສ້າງຂະບວນການຈັດຕັ້ງໃຫ້ມີຜົນສຳເລັດ ແລະ ຊຸກຍູ້ການປູກພຶດລະດູແລ້ງ ທົດແທນການນຳເຂົ້າ, ສະໜອງການບໍລິໂພກພາຍໃນກຸ້ມຕົນເອງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນເອົາການຈັດຕັ້ງມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍ: ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດຢ່າງແທ້ຈິງ ໂດຍສະເພາະແມ່ນໃນຂົງເຂດວຽກງານກະສິກຳ ແລະ ສິ່ງແວດລ້ອມ.

ສຳລັບການຜະລິດລະດູແລ້ງ ປີນີ້ ແມ່ນໄດ້ສຸມໃສ່ການສະໜອງນ້ຳເຂົ້າໃສ່ພື້ນທີ່ການຜະລິດ ໃຫ້ໄດ້ 218 ໂຄງການ, ໃນນັ້ນ ໂຄງການຊົນລະປະທານນ້ຳໄຫຼເຂົ້າເອງ 165 ໂຄງການ ແລະ ນຳໃຊ້ພະລັງງານໄຟຟ້າ 53 ໂຄງການ ໃນເນື້ອທີ່ທັງໝົດ 15,200 ເຮັກຕາ, ໃນນັ້ນເນື້ອທີ່ຜະລິດເຂົ້ານາແຊງ 14 ພັນເຮັກຕາ, ຄາດຄະເນຜົນຜະລິດ 67 ພັນກວ່າໂຕນ, ປູກພືດ 1,200 ເຮັກຕາ ຄາດຄະເນຜົນຜະລິດ 68 ພັນກວ່າໂຕນ. ການສັກຢາປ້ອງກັນພະຍາດສັດ ງົວ ຄວາຍ ໝູ ແບ້ ແລະ ສັດປີກ ໃຫ້ໄດ້ 2,800,000 ກວ່າໂຕ, ໄຖກົບຕໍເຟືອງ ໃຫ້ໄດ້ 1 ແສນກວ່າເຮັກຕາ. ນອກນ້ັນ, ໄດ້ວາງແຜນວຽກຈຸດສຸມການຜະລິດ ຮັບປະກັນດ້ານສະບຽງອາຫານ ໃຫ້ພຽງພໍ ແລະ ມີສ່ວນເຫຼືອ ເພື່ອຂາຍເປັນສິນຄ້າສົ່ງອອກ. ສຳລັບການຜະລິດລະດູແລ້ງ ຢູ່ເມືອງວາປີ ມີເນື້ອທີ່ປະມານ 3,100 ເຮັກຕາ, ໃນນັ້ນເນື້ອທີ່ປູກເຂົ້າ 2,825 ເຮັກຕາ, ປູກພຶດ 230 ເຮັກຕາ. ມີ 30 ໂຄງການຊົນລະປະທານ ທີ່ຈະໜອງນ້ຳເຂົ້າໃສ່ພື້ນທີ່ການຜະລິດ.

ຈາກນັ້ນ, ບັນດາທ່ານກໍ່ໄດ້ຮ່ວມກິດຈະກຳເປີດຂະບວນການຢ່າງເປັນທາງການ, ພ້ອມທັງສັກຢາປ້ອງກັນພະຍາດໃຫ້ສັດ, ຫວ່ານກ້າ ແລະ ໄດ້ຮ່ວມຂະບວນການອື່ນໆຕື່ມອີກ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa