ສ່ວຍສາອາກອນແຂວງສາລະວັນ ເປີດນຳໃຊ້ລະບົບທັນສະໄໝ ເກັບເງິນແບບເອເລັກໂຕຣນິກ ແລະ ລະບົບຄຸ້ມຄອງການເບີກຈ່າຍງົບປະມານ

ສ່ວຍສາອາກອນ ແຂວງສາລະວັນ ຈັດກອງປະຊຸມເປີດການນຳໃຊ້ລະບົບໃບເກັບເງິນແບບເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ການເບີກຈ່າຍງົບປະມານຂອງຂະແໜງການພາກລັດ ແບບເອເລັກໂຕຣນິກ ( D-Filing) ຢ່າງເປັນທາງການ ເພື່ອຍົກລະດັບການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃຫ້ມີໂປ່ງໃສ, ວ່ອງໄວ ແລະ ສາມາດກວດກາຕິດຕາມໄດ້ຢ່າງມີປະສິດທິພາບ.

ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ກ່າວໃຫ້ຮູ້ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເປັນການຈັດຕັ້ງຜັນຂະຫຍາຍ ພ້ອມທັງເປີດຕົວການນໍາໃຊ້ 2 ລະບົບ ຄື: ລະບົບຄຸ້ມຄອງໃບເກັບເງິນແບບເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (D-Filing) ຊຶ່ງປະຈຸບັນ ລະບົບໄດ້ສໍາເລັດການພັດທະນາ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານຈັດເກັບລາຍຮັບຄ່າທໍານຽມ, ຄ່າບໍລິການ ພາກລັດ ໃຫ້ມີປະສິດທິພາບ, ປະສິດທິຜົນ, ຫັນປ່ຽນຈາກການຂຽນໃບເກັບເງິນ ແບບເຈ້ຍທີ່ຂະແໜງສ່ວຍສາອາກອນ ເປັນຜູ້ສະໜອງ ແລະ ຈຳໜ່າຍ. ຜ່ານການເກັບກຳຂໍ້ມູນ, ດຳເນີນການເຮັດທົດລອງລະບົບ ແລະຈັດຝຶກອົບຮົມໃຫ້ຜູ້ເຮັດວຽກຕົວຈິງ ໂດຍໄດ້ເລີ່ມທົດລອງໃຊ້ຕັ້ງແຕ່ທ້າຍປີ 2025 ເປັນຕົ້ນມາ ຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ເຊິ່ງສາມາດຕິດຕັ້ງ ແລະ ເຊື່ອມຕໍ່ໄດ້ແລ້ວ 2,156 ຫົວໜ່ວຍ ຈາກເປົ້າໝາຍເບື້ອງຕົ້ນ 5,396 ຫົວໜ່ວຍ. ດ້ານ D-Filing: ໃນໄລຍະ 9 ເດືອນຕົ້ນປີ 2026 ສາມາດເກັບຄ່າທຳນຽມ ແລະ ຄ່າບໍລິການໄດ້ຈຳນວນ 2,543 ຕື້ກີບ ຫຼື ເທົ່າກັບ 6% ຂອງລາຍຮັບທີ່ກົມສ່ວຍສາອາກອນຈັດເກັບທັງໝົດ. ການຜັນຂະຫຍາຍ ແລະ ຍົກລະດັບການ ຈັດເກັບລາຍຮັບຜ່ານລະບົບເອເລັກໂຕຣນິກ ຖືເປັນຫົວໃຈສຳຄັນໃນການຫັນເປັນທັນສະໄໝຂອງລັດຖະບານ, ທາງກະຊວງການເງິນ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນຮ່ວມມືກັນ ພ້ອມທັງเລັ່ງປັບປຸງບັນດາຫົວໜ່ວຍທຸລະກິດທີ່ຍັງບໍ່ທັນເຂົ້າລະບົບ ໃຫ້ ມອບ-ຮັບ ສົ່ງຂໍ້ມູນໃຫ້ທັນຕາມກຳນົດເວລາພາຍໃນເດືອນ 11/2026 ນີ້ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງເຕັມຮູບແບບໃນຕົ້ນປີ 2027 ນີ້ຢ່າງມີປະສິດທິຜົນສູງສຸດ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ພະຈິກ 2026 ທີ່ສະໂມສອນແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພອນປະເສີດ ລາຊະໂພ ຫົວໜ້າພະແນກການເງິນແຂວງ, ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີບັນດາທ່ານຈາກກະຊວງການເງິນ, ຄະນະຮັບຜິດຊອບຂອງກົມສ່ວຍສາອາກອນ, ຕາງໜ້າຈາກຂະການພາກລັດອ້ອມຂ້າງແຂວງ, ຫົວໜ່ວຍທຸລະກິດພາຍໃນແຂວງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.