ຊາວກະສິກອນເມືອງລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້ສຳເລັດແລ້ວ ແລະ ກຽມສຸມໃສ່ປູກພືດລະດູແລ້ງໃນ 75 ບ້ານ

ຊາວກະສິກອນເມືອງລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້ສຳເລັດແລ້ວ ແລະ ກຽມສຸມໃສ່ປູກພືດລະດູແລ້ງໃນ 75 ບ້ານ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງ ໃຫ້ສຳພາດໃນວັນທີ 20 ພະຈິກ 2026 ນີ້ວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບມ້ຽນເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3,7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98,4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93,07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103,4% (ລື່ນແຜນ 3,4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9,3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປະຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.

ທ່ານຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງ ໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງທີ່ຊາວກະສິກອນ ສຳເລັດການເກັບມ້ຽນເຂົ້ານາປີ, ຍັງໄດ້ເອົາໃຈໃສ່ສົ່ງເສີມການປູກພືດລະດູແລ້ງ ເພື່ອໃຫ້ການນຳໃຊ້ເນື້ອທີ່ດິນ ແລະ ແຫຼ່ງນ້ຳເກີດປະໂຫຍດສູງສຸດ ໂດຍຕາມແຜນການຂອງຂະແໜງການ ຈະສຸມໃສ່ 75 ບ້ານ ໃນເນື້ອທີ່ລວມ 591 ເຮັກຕາ, ຄາດຄະເນຜົນຜະລິດ 3,428 ໂຕນ ສະເລ່ຍ 5,8 ໂຕນຕໍ່ເຮັກຕາ; ພ້ອມທັງສືບຕໍ່ຊຸກຍູ້ປະຊາຊົນໃຫ້ຜະລິດຢ່າງຕໍ່ເນື່ອງ, ນຳໃຊ້ທີ່ດິນ ແລະ ແຫຼ່ງນ້ຳຢ່າງເໝາະສົມ ເພື່ອຍົກສູງຜົນຜະລິດ, ສ້າງລາຍຮັບ ແລະ ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະຊາຊົນໃນທ້ອງຖິ່ນ.

ການຜະລິດກະສິກຳ ຖືເປັນຂະແໜງການພື້ນຖານທີ່ສຳຄັນຕໍ່ການສ້າງລາຍຮັບ, ຍົກລະດັບຊີວິດການເປັນຢູ່ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ປະຊາຊົນ. ສຳລັບເມືອງລະຄອນເພັງ ແຂວງສາລະວັນ ຊຶ່ງເປັນເມືອງເຂດທົ່ງພຽງທີ່ມີສະພາບພູມສັນຖານເໝາະສົມຕໍ່ການປູກຝັງ ແລະ ລ້ຽງສັດ, ປະຊາຊົນສ່ວນໃຫຍ່ ໄດ້ຍຶດຖືອາຊີບກະສິກຳເປັນຫຼັກ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກ້າວໄປສູ່ການພັດທະນາເສດຖະກິດຄອບຄົວ ຕາມແນວທາງນະໂຍບາຍຂອງພັກ ໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ.

ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa