#ທັບສີພາຍຍິງ_ເຮືອບ້ານຈານລານເຊ ແຮງບໍ່ຕົກເໝົາສອງແຊ້ມ, ເຮືອສຸລິຍະເທບ ປ້ອງກັນແຊ້ມໄດ້ສົມສັກສີ ແລະ ເຮືອວາປີ ໜຸ່ມສາລະວັນ x ລາຊາສະປອດ ຄວ້າແຊ້ມເຮືອໃຫຍ່ມາຄອງ

#ທັບສີພາຍຍິງ_ເຮືອບ້ານຈານລານເຊ ແຮງບໍ່ຕົກເໝົາສອງແຊ້ມ, ເຮືອສຸລິຍະເທບ ປ້ອງກັນແຊ້ມໄດ້ສົມສັກສີ ແລະ ເຮືອວາປີ ໜຸ່ມສາລະວັນ x ລາຊາສະປອດ ຄວ້າແຊ້ມເຮືອໃຫຍ່ມາຄອງ

ການແຂ່ງຂັນເຮືອຊ່ວງປະເພນີ ປະຈຳປີ 2026 ທີ່ເມືອງສາລະວັນ ແຂວງສາລະວັນ ໄດ້ປິດສາກລົງຢ່າງຈົບງາມ, ໃນວັນທີ 26 ກັນຍານີ້ ທີ່ຝາມໄຊ ບ້ານເຕົາປູນ (ຝັ່ງຊຽງຍືນ) ທ່າມກາງບັນຍາກາດຟົດຟື້ນ, ມ່ວນຊື່ນ ແລະ ສຽງເຊຍ ໃຫ້ກຳລັງໃຈຈາກມວນຊົນ. ຕະຫຼອດການແຂ່ງຂັນຊິງໄຊຢ່າງດຸເດືອດ, ສົມສັກສີຂອງທັບສີພາຍເຮືອຊ່ວງແຕ່ລະຄະນະ, ໃນນັ້ນ, ທີມສີພາຍຍິງ ເຮືອບ້ານຈານລານເຊ ສ້າງຜົນງານດີເດັ່ນດ້ວຍການເໝົາແຊ້ມທັງ 2 ລາຍການ (12 ສີພາຍ ແລະ 20-29 ສີພາຍ), ສ່ວນປະເພດ 20-29 ສີພາຍ(ຊາຍ) ເຮືອສຸລິຍະເທບ (ບັງຄານ້ຳ) ຍັງຄົງຄວາມແຂງແກ່ນ ສາມາດຮັກສາແຊັມໄວ້ໄດ້ເປັນປີທີ 3 ແລະ ເຮືອໃຫຍ່ 30-35 ສີພາຍ ເຮືອວາປີ ໜຸ່ມສາລະວັນ x ລາຊາສະປອດ ໄດ້ປະກາດສັກດາຄວ້າແຊ້ມຊະນະເລີດ ໄປຄອງຢ່າງສົມສັກສີ ທ່າມກາງຄວາມຊື່ນຊົມຂອງມວນຊົນ.

ຜ່ານການແຂ່ງຂັນໃນສະໜາມ ປະເພດເຮືອໃຫຍ່ 30-35 ສີພາຍ ເຮືອວາປີ ໜຸ່ມສາລະວັນ x ລາຊາສະປອດ ໃຊ້ທັກສະ ທີ່ໄດ້ຝຶກຊ້ອມມາ, ວັດພາລະກຳລັງ ບຽດຊິງເອົາຊະນະເຮືອແກ້ວມັງກອນ (ທະຫານແຂວງ) ໄປແບບດຸເດືອດ ຄວ້າແຊ້ມລາຍການໃຫຍ່ ໄປຄອງ, ສ່ວນເຮືອແກ້ວມັງກອນ ໄດ້ຮອງຊະນະເລີດ, ທີ 3 ແມ່ນເຮືອບ້ານບົວລະພາ ແລະ ທີ 4 ເຮືອສຸລິຍະເທບ (ບັງຄານ້ຳ). ສ່ວນເຮືອ 12 ສີພາຍ (ຍິງ) ຊະນະເລີດໄດ້ແກ່ເຮືອ ບ້ານຈານລານເຊ, ຮອງຊະນະເລີດໄດ້ແກ່ເຮືອ ບັງຄານ້ຳ, ທີ 3 ເຮືອບ້ານບຶງໄຊ ແລະ ທີ 4 ເຮືອບ້ານຕານສຸມ. ປະເພດເຮືອ 20-29 ສີພາຍ (ຍິງ) ຊະນະເລີດໄດ້ແກ່ ເຮືອບ້ານຈານລານເຊ, ຮອງຊະນະເລີດ ແມ່ນເຮືອບ້ານໜອງໂພ-ບັງຄານ້ຳ, ທີ 3 ໄດ້ແກ່ເຮືອແກ້ວມັງກອນ ແລະ ທີ 4 ເຮືອບ້ານຕານປ່ຽວ. ສຳລັບປະເພດຊາຍ ເຮືອ 12 ສີພາຍ: ຊະນະເລີດໄດ້ແກ່ເຮືອ ວາປີ ໜຸ່ມສາລະວັນxຊາລາສະປອດ, ທີ 2 ເຮືອໂພນແພງ, ທີ 3 ເຮຶອບ້ານສະເໝັຍ ແລະ ທີ 4 ເຮືອນ້ອງອາຊາ. ປະເພດ 20-29 ສີພາຍ, ຊະນະເລີດໄດ້ແກ່ເຮືອ ສຸລິຍະເທບ(ບັງຄານ້ຳ), ທີ 2 ເຮືອວາປີ ໜຸ່ມສາລະວັນ x ລາຊາສະປອດ, ທີ 3 ແກ້ວມັງກອນ, ທີ 4 ຈານລານເຊ.

ສຳລັບລາງວັນ ປະເພດເຮືອ 12 ສີພາຍ (ຍິງ-ຊາຍ) ທີ 1 ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 15 ລ້ານກີບ, ທີ 2 ໄດ້ຮັບເງິນ 10 ລ້ານກີບ, ທີ 3 ໄດ້ຮັບເງິນ 6 ລ້ານກີບ ແລະ ທີ 4 ໄດ້ຮັບເງິນ 4 ລ້ານກີບ, ປະເພດເຮືອ 25-29 ສີພາຍ (ຍິງ-ຊາຍ) ທີ 1 ໄດ້ຮັບເງິນ 20 ລ້ານກີບ ພ້ອມຂັນລາງວັນ 1 ໜ່ວຍ, ທີ 2 ໄດ້ຮັບ 15 ລ້ານກີບ, ທີ 3 ໄດ້ຮັບເງິນ 10 ລ້ານກີບ ແລະ ທີ 4 ໄດ້ຮັບເງິນ 5 ລ້ານກີບ. ສ່ວນເຮືອໃຫຍ່ ປະເພດ 30-35 ສີພາຍ ລາງວັຮຊະນະເລີດ ໄດ້ຮັບເງິນລາງວັນ 30 ລ້ານກີບ ພ້ອມຂັນລາງວັນ 1 ໜ່ວຍ, ທີ 2 ໄດ້ຮັບເງິນ 20 ລ້ານກີບ, ທີ 3 ໄດ້ຮັບເງິນ 15 ລ້ານກີບ ແລະ ທີ 4 ໄດ້ຮັບເງິນ 10 ລ້ານກີບ.

ໃນພິທີມອບເງິນລາງວັນ ແລະ ຂັນລາງວັນ, ໃຫ້ກຽດມອບໂດຍ: ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງສາລະວັນ ປະເພດເຮືອໃຫຍ່ 35 ສີພາຍ, ປະເພດ 29 ສີພາຍ (ຊາຍ), ມອບໂດຍ: ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ທ່ານ ປອ ສະໄໝ ໂພທິສານ ຄະນະປະຈຳພັກແຂວງ, ເລຂາພັກເມືອງ, ປະທານຈັດງານບຸນຊ່ວງເຮືອ ປະຈຳປີ 2026 ໃຫ້ກຽດມອບລາງວັນປະເພດ 20-29 ສີພາຍ (ຍິງ) ແລະ ບັນດາທ່ານການນໍາຂອງແຂວງ, ເມືອງ ກໍໄດ້ໃຫ້ກຽດມອບລາງວັນອື່ນໆ ຕາມດໍາລັບ ໃຫ້ແກ່ທີມສີພາຍເຮືອຊ່ວງ ແຕ່ລະຄະນະ.

ສໍາລັບເຮືອຕີຊ້າງນ້ຳນອງ (ເຮືອງາມ) ທີ 1 ໄດ້ແກ່ເຮືອບ້ານບຶງໄຊ ໄດ້ຮັບເງິນສົດ 2 ລ້ານກີບ, ທີ 2 ເຮືອບ້ານເຕົາປູນ ໄດ້ຮັບເງິນ 1,500,000 ກີບ ແລະ ທີ 3 ເຮືອບ້ານໂພນບົກ ໄດ້ຮັບເງິນ 1 ລ້ານກີບ.

—————————

ຂ່າວ-ພາບ: ວິໄລວອນ ສິດທິໄຊ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa