ເມືອງຕະໂອ້ຍ ທາບທາມບຸກຄະລາກອນ ເພື່ອບົ່ງຕົວແຕ່ງຕັ້ງເຂົ້າເປັນກຳມະການພັກເມືອງ

ວັນທີ 11 ກັນຍາ 2026, ເມືອງຕະໂອ້ຍ, ໄດ້ທາບທາມບຸກຄະລາກອນ ເພື່ອບົ່ງຕົວແຕ່ງຕັ້ງເຂົ້າເປັນກຳມະການພັກເມືອງ ປ່ຽນແທນຈຳນວນກຳມະການທີ່ຫວ່າງລົງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳຂົງເຂດວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ; ມີ ສະຫາຍ ຄຳສະໄຫວ ວິລະກອນ ກຳມະການພັກແຂວງ, ເລຂາພັກເມືອງ ຫົວຫນ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາ ເມືອງຕະໂອ້ຍ, ມີບັນດາຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການອ້ອມຂ້າງເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ທອງວັນ ພອນສະຫວັດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມາດຕະຖານ, ເງື່ອນໄຂ ພ້ອມທັງເງື່ອນໄຂຂອງບຸກຄະລາກອນ ທີ່ຈະໄດ້ຮັບການບົ່ງຕົວແຕ່ງຕັ້ງເຂົ້າເປັນຄະນະບໍລິຫານງານພັກເມືອງ, ບຸກຄະລາກອນ ທີ່ຈະໄດ້ຮັບການຄັດເລືອກນັ້ນ ມີຄຸນທາດການເມືອງ ໜັກແໜ້ນ; ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ ປອດໃສ, ມີຄວາມສາມາດປະຕິບັດໜ້າທີ່; ມີແບບແຜນການນຳພາ ແລະ ວິທີເຮັດວຽກ ຖືກຕ້ອງຕາມຫຼັກການ ແລະ ດ້ານສຸຂະພາບ ມີຄວາມເຂັ້ມແຂງ, ແຂງແຮງ ເພື່ອເຮັດສຳເລັດບັນດາໜ້າທີ່ການເມືອງ.

ສຳລັບການດຳເນີນການທາບທາມບຸກຄະລາກອນ ແມ່ນໄດ້ດຳເນີນການທາບທາມ 3 ຮອບ. ໃນນັ້ນ, ຮອບທີ 1 ມີບຸກຄະລາກອນຖືກສະເໜີທັງໝົດ 89 ສະຫາຍ, ຍິງ 13 ສະຫາຍ; ຮອບທີ 2, ມີ 33 ສະຫາຍ, ຍິງ 7 ສະຫາຍ ແລະ ຮອບທີ 3, ມີ 7 ສະຫາຍ, ຍິງ 1 ສະຫາຍ. ການດຳເນີນທາບທາມໃນຄັ້ງນີ້ ມີເປົ້າໝາຍເພື່ອຄັດເລືອກ ແລະ ບົ່ງຕົວບຸກຄະລາກອນ ສະເໜີຂັ້ນເທິງພິຈາລະນາແຕ່ງຕັ້ງເຂົ້າເປັນກຳມະການພັກເມືອງ ປ່ຽນແທນຈຳນວນກຳມະການພັກເມືອງ ທີ່ຫວ່າງລົງ ເພື່ອໃຫ້ຄະນະບໍລິຫານງານພັກເມືອງຕະໂອ້ຍ ສະໄໝ XIII ຄົບຖ້ວນ.
—————————-
#ພາບ-ຂ່າວ: ອ່ອນໃຈ ໄຊຍະແຮດ