ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງສາລະວັນ

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງສາລະວັນ

ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງບັນຊາການທະຫານແຂວງສາລະວັນ, ໃນວັນທີ 22 ກັນຍາ 2026 ນີ້, ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ໂສພາ ໂພໄຊຍະວົງ ກໍາມະການພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງສາລະວັນ, ມີ ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮັກສາການຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍຄະນະພັກ – ຄະນະບັນຊາອົງການ 5 ຫ້ອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຕີລາຄາສູງຕໍ່ຜົນງານ ທີ່ຄະນະພັກ – ຄະນະບັນຊາກອງບັນຊາການທະຫານແຂວງສາລະວັນ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືຢູ່ໃນປະເທດເຮົາໃນປັດຈຸບັນ, ໂດຍອີງໃສ່ສະພາບການດັ່ງກ່າວ ສະຫາຍໄດ້ຮຽກຮ້ອງໃຫ້ຄະນະພັກ – ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ເຮັດວຽກງານຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ເປັນເຈົ້າການຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ທັບມ້າງໃຫ້ໄດ້ໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ – ນັກຮົບ ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຍົກສູງສະຕິປະຕິບັດກົດໝາຍ, ຂໍ້ກຳນົດກົດລະບຽບຂອງກອງທັບ ໃຫ້ເຂັ້ມງວດ, ພ້ອມທັງເອົາໃຈໃສ່ກໍ່ສ້າງພະນັກງານສືບທອດປ່ຽນແທນ ໃຫ້ໄດ້ 3 ຮຸ່ນ, ດ້ວຍການທົດສອບຢູ່ໃນໜ້າທີ່ວຽກງານຕົວຈິງ. ນອກຈາກນັ້ນ, ໄດ້ເນັ້ນໃຫ້ເອົາໃຈໃສ່ຈັດຕັ້ງເຝິກແອບຮໍ່າຮຽນຍົກລະດັບດ້ານສີລະປະຍຸດ-ຍຸດທະວິທີ, ທາງດ້ານວິຊາສະເພາະໃຫ້ຊຳນິຊຳນານ, ຍູ້ແຮງການສ້າງພະລາທິການກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ຊອກທຸກວິທີທາງຕາມທ່າແຮງຂອງກົມກອງ ເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນ ດ້ວຍປະຕິບັດ 4 ປູກ 4 ລ້ຽງ, ເພີ່ມທະວີການພົວພັນຮ່ວມມືຕາມແນວທາງການຕ່າງປະເທດຂອງພັກ, ພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ ແລະ ປະຕິບັດໜ້າທີ່ການເມືອງຂອງກອງທັບ ໃຫ້ມີໝາກຜົນດີຂຶ້ນເປັນກ້າວໆ.

ຂ່າວ-ພາບ: ສຸຂາວພອນ ສອນນາລີ (ທະຫານແຂວງສາລະວັນ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa