ແຂວງສາລະວັນ ສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງ ໄລຍະ 5 ປີ 2021-2025

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງ ໄລຍະ 5 ປີ 2021-2025 ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 23 ກັນຍານີ້, ຢູ່ທີ່ສະໂມສອນແຂວງສາລະວັນ ໂດຍການເປັນປະທານຂອງ ສະຫາຍ ຈັນສີລອນ ສີສົມບູນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນ ແຂວງສາລະວັນ ແລະ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ; ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ, ຄະນະກຳມະການປົກຄອງແຂວງ; ບັນດາຫົວ ໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ; ສະຫາຍເລຂາພັກເມືອງ; ຄະ ນະຈັດຕັ້ງ 8 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ເປັນໂອກາດສໍາຄັນໃນການທົບທວນຄວາມຮັບຜິດຊອບດ້ານການເມືອງຂອງຄະນະພັກ ແລະ ຄະນະຈັດຕັ້ງແຕ່ລະຂັ້ນ ໃນການນໍາພາ-ຊີ້ນໍາວຽກງານຈັດຕັ້ງ ແລະ ການປົກຄອງໃຫ້ຮອບດ້ານ, ກວ້າງຂວາງ ແລະ ເລິກເຊິ່ງ, ພ້ອມທັງຜັນຂະຫຍາຍມະຕິຂອງພັກ ໃຫ້ເກີດຜົນເປັນຈິງ. ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 2021–2025 ແລະ ທິດທາງ 2026–2030, ພ້ອມທັງບົດລາຍງານສະພາບການສ້າງຕັ້ງຕາແສງ ແລະ ຜົນການກະກຽມ-ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນໄລຍະຜ່ານມາ; ພ້ອມນັ້ນ ໄດ້ຕີລາຄາດ້ານຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ບາງບົດຮຽນຖອດຖອນໄດ້ ເພື່ອຊອກຫາມາດຕະການແກ້ໄຂດ້ານຄົງຄ້າງ, ບັນຫາທີ່ຍັງຕ້ອງປັບປຸງ ປະກອບມີ: ການຜັນຂະຫຍາຍແນວທາງ ແລະ ນິຕິກໍາຂອງພັກ ໃຫ້ເປັນອັນລະອຽດ; ຄວາມເຂົ້າໃຈຂອງສະມາຊິກພັກ ແລະ ຄະນະພັກບາງຂັ້ນ ຕໍ່ວຽກງານຈັດຕັ້ງ-ປົກຄອງ; ຄຸນນະ ພາບ ແລະ ປະສິດທິພາບບາງວຽກ; ການສ້າງໜ່ວຍພັກໃຫ້ເຂັ້ມແຂງ; ການຄຸ້ມຄອງພະນັກງານ-ລັດຖະກອນ; ລວມເຖິງການປັບປຸງກົງຈັກ ແລະ ການກະກຽມບຸກຄະລາກອນ ໃຫ້ສອດຄ່ອງກັບວຽກງານໃນໄລຍະໃໝ່.

ໃນໄລຍະ 5 ປີ ຜ່ານມາ, ຄະນະພັກ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ແຜນຍຸດທະສາດ, ມະຕິ, ຄໍາສັ່ງ, ຄໍາແນະນໍາ, ບັນດານິຕິກຳຕ່າງໆຂອງພັກ-ລັດ ຢ່າງຕໍ່ເນື່ອງ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ: ວຽກກໍ່ສ້າງພັກ ໄດ້ສຸມໃສ່ການສ້າງຕັ້ງອົງຄະນະພັກຮາກ ຖານຕາແສງ ທັງໝົດ 38 ອົງຄະນະພັກ. ໃນທົ່ວແຂວງສາລະວັນ ມີການຈັດຕັ້ງຮາກຖານພັກທັງໝົດ 1,217 ຮາກຖານ; ໃນນັ້ນຄະນະພັກຮາກຖານ 93 ຄະນະພັກຮາກຖານ, ມີໜ່ວຍພັກທັງໝົດ 1,124 ໜ່ວຍພັກ; ສາມາດກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 4,003 ເທື່ອໜ່ວຍ ທຽບໃສ່ປີ 2020 ເພີ່ມຂຶ້ນ 3,322 ເທື່ອໜ່ວຍ; ການກໍ່ສ້າງພັກທາງດ້ານແບບແຜນນໍາພາ ເອົາໃຈໃສ່ ແລະ ປະຕິບັດແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ທັງໝົດ 43 ພາກສ່ວນ; ສ້າງແຜນບຳລຸງ-ກໍ່ສ້າງພະນັກງານທີ່ຢູ່ໃນສິດ ແລະ ຄວາມຮັບຜິດຊອບ ຂອງຕົນ ນໍາສົ່ງພະນັກງານນໍາພາ-ຄຸ້ມຄອງ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ທີ່ຈະສືບທອດປ່ຽນແທນໄປຍົກລະດັບບຳລຸງ-ກໍ່ສ້າງທາງດ້ານທິດສະດີ ທັງໄລຍະສັ້ນ ແລະ ໄລຍະຍາວຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍທຶນຂອງຄະນະຈັດຕັ້ງສູນກາງພັກ, ທຶນຂອງແຂວງ ແລະ ທຶນຊ່ວຍເຫຼືອຈາກ ປະເທດເພື່ອນມິດ ໂດຍສະເພາະແມ່ນ ສສ ຫວຽດນາມ ໄດ້ທັງໝົດ 971 ສະຫາຍ, ຍິງ 235 ສະຫາຍ; ນອກ ຈາກນີ້ຍັງມີວຽກງານອື່ນໆ ທີ່ກ່ຽວພັນກັນ ມີຜົນສໍາເລັດຕາມຄາດໜາຍທີ່ວາງໄວ.

ສໍາລັບທິດທາງຕໍ່ໜ້າ, ກອງປະຊຸມເຫັນດີໃຫ້ເລັງສ້າງ ແລະ ປັບປຸງນິຕິກໍາດ້ານຈັດຕັ້ງ-ປົກຄອງໃຫ້ຄົບຊຸດ, ລະອຽດ ແລະ ຊັດເຈນ; ຍົກສູງວຽກບໍາລຸງສ້າງສະມາຊິກພັກ ແລະ ພະນັກງານ; ເພີ່ມທະວີການສຶກສາອົບຮົມດ້ານການເມືອງ-ແນວຄິດ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ອົງການພັກແຕ່ລະຂັ້ນ; ປັບປຸງກົງຈັກໃຫ້ກະທັດຮັດ, ສົມ ເຫດສົມຜົນ ແລະ ຫຼຸດຜ່ອນພາລະບົດບາດຊໍ້າຊ້ອນ. ພ້ອມນີ້ໄດ້ເນັ້ນການແບ່ງຂັ້ນຄຸ້ມຄອງ ໃຫ້ຈະແຈ້ງ, ທັນສະໄໝ ແລະ ງ່າຍແກ່ການບໍລິຫານ-ບໍລິການ, ໂດຍສະ ເພາະການບໍລິການປະຊາຊົນຢູ່ຮາກຖານຕາແສງ; ສົ່ງເສີມພະນັກງານໄປສຶກສາຄົ້ນຄວ້າທັງພາຍໃນ ແລະ ຕ່າງປະເທດ; ຕິດຕາມ-ກວດກາຜົນງານ, ຍ້ອງຍໍອົງການ ແລະ ບຸກຄົນທີ່ມີຜົນງານດີ.

ພາບ-ຂ່າວ: ສ.ພະຈັນ