ສະພາປະຊາຊົນແຂວງສາລະວັນ ກຽມໄຂກອງປະຊຸມສະໄໝສາມັນເທື່ອທີ 2 ຊຸດທີ V,

ສະພາປະຊາຊົນແຂວງສາລະວັນ ກຽມໄຂກອງປະຊຸມສະໄໝສາມັນເທື່ອທີ 2 ຊຸດທີ V,

ທ່ານ ບຸນທະວີ ພິມມະສານ ຄະນະປະຈຳສະພາ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງສາລະວັນ ໄດ້ຖະແຫຼງຂ່າວກ່ຽວກັບແຜນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V, ໃນວັນທີ 20 ພະຈິກນີ້ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ຈະໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 25 ພະຈິກ ແລະ ດຳເນີນໄປເຖິງວັນທີ 27 ພະຈິກ 2026 ລວມເວລາ 3 ວັນ ທີ່ສະໂມສອນຂອງແຂວງສາລະວັນ ໂດຍມີຜູ້ເຂົ້າຮ່ວມປະມານ 100 ກວ່າທ່ານ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນແຂວງ.

ກອງປະຊຸມສະໄໝສາມັນເທື່ອທີ 2 ຊຸດທີ V ຄັ້ງນີ້ ຈະໄດ້ຮັບຟັງການລາຍງານ ພ້ອມທັງພິຈາລະນາ ແລະ ຮັບຮອງບັນດາເນື້ອຫາສຳຄັນ ປະກອບມີ:

  1. ບົດລາຍງານ ໂດຍສັງເຂບຂອງທ່ານ ປະທານຄະນະກໍາມະການປົກຄອງແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈໍາປີ 2026 ແລະ ແຜນການ ປະຈໍາປີ 2027 (ໂດຍສະແດງໃຫ້ເຫັນບັດດາຄາດໝາຍທີ່ປະຕິບັດສໍາເລັດ ແລະ ບໍ່ສໍາເລັດ);
  2. ບົດລາຍງານຂອງພະແນກການເງິນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງ ປະຈໍາປີ 2026 ແລະ ແຜນການ ປະຈໍາປີ 2027 (ລົງເລີກຕົວເລກໃຫ້ເຫັນແຕ່ລະເມືອງ);
  3. ບົດປະກອບຄຳເຫັນຂອງຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027
  4. ບົດລາຍງານຂອງອົງການກວດສອບແຫ່ງລັດ ປະຈໍາພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປີ 2027; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງສາລະວັນ ປະຈຳປີ 2025;
  5. ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ແຜນການ ປີ 2027; ບົດລາຍງານຜົນການກວດກາ ຕາມຜົນການກວດສອບຂອງແຂວງສາລະວັນ;
  6. ບົດປະກອບຄຳເຫັນຂອງຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ບົດລາຍງານຂອງອົງການກວດສອບແຫ່ງລັດ ປະຈຳພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປີ 2027; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ ປະຈຳພາກໃຕ້ ແລະ ບົດລາຍງານຂອງອົງການກວດກາແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027;
  7. ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈໍາປີ 2027.
  8. ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈໍາປີ 2027;
  9. ບົດປະກອບຄຳເຫັນ ຂອງຄະນະປະຈໍາສະພາປະຊາຊົນແຂວງຕໍ່ການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2026 ແລະ ແຜນການປະຈໍາປີ 2027 ຂອງ ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ;
  10. ບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ແຜນການ ປະຈຳປີ 2027;

ຮັບຟັງ

  1. ບົດປະກອບຄໍາເຫັນ ຂອງແນວລາວສ້າງຊາດແຂວງສາລະວັນ ຕໍ່ການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງສາລະວັນ ປະຈຳປີ 2026 ແລະ ແຜນການ ປະຈຳປີ 2027;
  2. ພິຈາລະນາ, ຮັບຮອງເອົາການສ້າງນິຕິກໍາທີ່ສໍາຄັນຂອງແຂວງ ຈໍານວນ 2 ສະບັບ ທີ່ມີຄວາມພ້ອມ ຄື:

– ຮ່າງ ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງຕະຫຼາດວັນນັດ (ປັບປຸງ);

– ຮ່າງຂໍ້ຕົກລົງ ວ່າດ້ວຍ ການສົ່ງເສີມ ແລະ ການຄຸ້ມຄອງການລົງທືນໃນກິດຈະການສໍາທານຢູ່ແຂວງສາລະວັນ (ປັບປຸງ);

ເພື່ອເປີດໂອກາດໃຫ້ປະຊາຊົນບັນດາເຜົ່າຊາວແຂວງສາລະວັນ ໄດ້ຕິດຕາມ ແລະ ມີສ່ວນຮ່ວມ, ຫ້ອງວ່າການສະພາປະຊາຊົນແຂວງ ຈະມີການຖ່າຍທອດສົດບາງເນື້ອຫາສຳຄັນ ຜ່ານສະຖານີວິທະຍຸກະຈາຍສຽງແຂວງ ແລະ ເພຈ ສື່ມວນຊົນແຂວງສາລະວັນ ພ້ອມທັງຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ໝາຍເລກ 034 156 (ໂທຟຣີ) ແລະ ຮັບຄຳຄິດເຫັນ-ຄຳສະເໜີ ເປັນລາຍລັກອັກສອນ ຫຼື ຊ່ອງທາງອື່ນໆ ຕາມໂມງລັດຖະການ.

ສື່ມວນຊົນແຂວງສາລະວັນ

ສະພາປະຊາຊົນແຂວງສາລະວັນ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa