ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ສຶບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ຄະນະຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ

ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ສຶບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ຄະນະຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ

ໃນວັນທີ 4 ກໍລະກົດ 2024 ນີ້, ອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍ ຂັ້ນແຂວງ ພ້ອມຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ເພື່ອກະກຽມດໍາເນີນປະຊຸມໃຫ່ຍ 3 ຂັ້ນຂອງພັກ ຢູ່ທີ່ຫ້ອງປະຊຸມ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໂດຍພາຍ ໃຕ້ການນໍາພາ ແລະ ຊີ້ນໍາຂອງທ່ານ ຈັນສະໝອມ  ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ຂອງກອງປະຊຸມໃຫ່ຍ ຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານສົມຄິດ ແສນທະວີ ເລຂາຄະນະພັກ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງສາລະວັນ; ມີບັນດາທ່ານອະນຸກໍາມະການໂຄສະນາອົບຮົມ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ, ເລຂາໜ່ວຍພັກຮາກຖານ ທີ່ຂື້ນກັບຄະນະພັກຮາກຖານ ພະແນກການເງິນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວທ່ານສົມຄິດ ແສນທະວີ ເລຂາຄະນະພັກ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ເຊິ່ງມີຫຼາຍດ້ານສໍາເລັດ. ພ້ອມດຽວກັນນີ້, ບັນດາອະນຸກໍາມະການຂັ້ນແຂວງ ແລະ ບັນດາທ່ານຜູ້ເຂົ້າຮ່ວມ, ຍັງໄດ້ຜັດປ່ຽນກັນປະກອບຄໍາເຫັນ, ສົນທະນາແລກປ່ຽນແນວຄວາມຄິດ, ເພື່ອວາງແຜນໃນຕໍ່ໜ້າ, ເຮັດໃຫ້ວຽກງານການກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ, ຄືຂັ້ນຄະນະພັກຮາກຖານ ແລະ ຂັ້ນແຂວງ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດພື້ນ.

ໃນຕອນທ້າຍຈັນສະໝອມ  ພົມມະແສງ ຄະນະປະຈໍາພັກແຂວງ, ຮອງຫົວຫນ້າອະນຸກໍາມະການໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໄດ້ມີທິດຊີ້ນໍາເນັ້ນໜັກຄື:

  1. ໃຫ້ຄະນະຮາກຖານພັກ, ເລຂາໜ່ວຍພັກ ທີ່ຂຶ້ນກັບພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຈົ່ງເອົາໃຈໃສ່ໃນຫຼາຍວຽກທີ່ສໍາຄັນ ເນັ້ນໜັກການເຮັດເປັນຈຸດສຸມ, ເປັນຂະບວນ ແລະ ຕໍ່ເນື່ອງ, ມີແຜນການລະອຽດ, ພ້ອມລາຍງານໃຫ້ຂັ້ນເທິງຮັບຊາບໃນແຕ່ລະໄລຍະ, ສໍາຄັນຕ້ອງເອົາໃຈໃສ່ວຽກງານໂຄສະນາໃຫ້ກ້ວາງຂວາງ, ເຊື່ອມຊືມເອກະສານ-ມະຕິຄໍາສັ່ງຕ່າງໆ ໃຫ້ເລິກເຊີ່ງໜັກແໜ້ນ.
  2. ເອົາໃຈໃສ່ເພີ່ມທະວີໃນການສຶກສາອົບຮົມວຽກການເມືອວ-ແນວຄິດ ພາຍໃນຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທີ່ຂຶ້ນກັບພະແນກ ໃຫ້ຕໍ່ເນື່ອງ.
  3. ຕິດປ້າຍຢາຍຄໍາຂັວນຕາມເນື້ອໃນທີ່ກໍານົດໄວ້.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa