ຄະນະໂຄສະນາອົບຮົມແຂວງສາລະວັນ ແລກປ່ຽນບົດຮຽນວຽກງານໂຄສະນາ-ອົບຮົມ ກັບຄະນະໂຄສະນາສຶກສາພັກ ແຂວງເທື່ອທຽນເຫ້ວ ສສ ຫວຽດນາມ.

ຄະນະໂຄສະນາອົບຮົມແຂວງສາລະວັນ ແລກປ່ຽນບົດຮຽນວຽກງານໂຄສະນາ-ອົບຮົມ ກັບຄະນະໂຄສະນາສຶກສາພັກ ແຂວງເທື່ອທຽນເຫ້ວ

ສສ ຫວຽດນາມ.

 

ໃນວັນທີ 26 ກໍລະກົດ 2024 ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີພົບປະແລກປ່ຽນບົດຮຽນວຽກງານໂຄສະນາອົບຮົມ ຮ່ວມກັບຄະນະໂຄສະນາສຶກສາພັກ ແຂວງເທື່ອທຽນເຫັວ ສສ ຫວຽດນາມ ຂື້ນທີ່ຫ້ອງປະຊຸມ ຂອງຫ້ອງວ່າການແຂວງ ເຊິ່ງໃຫ້ກຽດເຂົ້າຮ່ວມໃນພິທີພົບປະແລກປ່ຽນບົດຮຽນ ປະກອບມີ ສອງຝ່າຍຄື: ຝ່າຍຄະນະຜູ້ແທນ ຄະນະໂຄສະນາສຶກສາພັກແຂວງ ເທື່ອທຽນເຫວ້ ສສ ຫວຽດນາມ ນໍາໂດຍ ທ່ານ ຮ່ວງ ແຂັງ ຮຸ່ງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາພັກແຂວງ ເທື່ອທຽນເຫວ້ ພ້ອມດ້ວຍຄະນະ ແລະ ຝ່າຍຄະນະຜູ້ແທນ ຄະນະໂຄສະນາອົບຮົມແຂວງສາລະວັນ ນໍາໂດຍ ທ່ານ ຈັນສະໝອນ ພົມມະແສງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ພ້ອມດ້ວຍຄະນະ.

​ໃນ​ພິທີ​ພົບ​ປະ, ທັງສອງ​ຝ່າຍ​ໄດ້​ລາຍ​ງານ​ ໃຫ້​ກັນຊາ​ບກ່ຽວກັບສະພາບ​ການ​ພັດທະນາ​ເສດ​ຖະກິດ-ສັງຄົມ, ​ ຜົນສໍາເລັດຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ແຂວງ​ ​ເທື່ອ​ທຽນ​ເຫ້ວ-ສາລະ​ວັນ, ​ກໍ່ຄືຜົນສໍາເລັດ​ຂອງການເຄື່ອນໄຫວ​ວຽກ​ງານ​ໂຄສະນາ​ສຶກສາ-ໂຄສະນາ​ອົບຮົມ​ໃນ​ໄລຍະ​ຜ່ານມາ ຂອງ​ແຕ່ລະ​ແຂວງ​ ພ້ອມທັງຕີ​ລາຄາ​ຜົນ​ການ​ຮ່ວມ​ມື​ໃນ​ປີຜ່ານມາ ​ແລະ ປຶກສາ​ຫາລື​ ກ່ຽວ​ກັບ​ທິດ​ທາງ​ແຜນການ​ຮ່ວມ​ມື​ໃນ​ຕໍ່ໜ້າ.

ສອງ​ຝ່າຍ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ສູງ ທີ່​ໄດ້ຮັບ​ຮູ້​ວ່າ​ ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມືຮ​ອບດ້ານ ລະຫວ່າງ​ສອງ​ຊາດ ລາວ-ຫວຽດນາມ ​ເວົ້າ​ລວມ; ​ເວົ້າ​ສະ​ເພາະ ລະຫວ່າງ ​ສອງ​ແຂວງ ເທື່ອທຽນເຫວ້-ສາລະວັນ ​ໃນ​ໄລຍະໃໝ່ ນັບ​ມື້​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ຂື້ນ​ເທື່ອ​ລະ​ກ້າວ.

​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​ໄລຍະ​ຕໍ່​ໜ້າ, ​​ໂດຍ​ສະ​ເພາະ ​ແມ່ນ​ການ​ປະກອບສ່ວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ​ ແລະ​ ກັນ ລະຫວ່າງ​ຄະນະ​ໂຄສະນາ​ສືກສາພັກແຂວງເທື່ອທຽນເຫວ້​ ກັບຄະນະ​ໂຄສະນາ​ອົບຮົມແຂວງສາລະວັນ, ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ຮ່ວມກັນໃນບາງ​ບັນຫາ​ ທີ່​ຈຳ​ເປັນຕ້ອງ​ໄດ້​ຮ່ວມ​ມື​ກັນ ​ໃນ​ໄລຍະ​ຕໍ່​ໜ້າ, ດັ່ງ​ນີ້ :

1.ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ປະສານສົມທົບກັນ ໃນການເຄື່ອນໄຫວວຽກງານໂຄສະນາ ລະຫວ່າງຄະນະໂຄສະນາສຶກສາພັກແຂວງເທື່ອທຽນເຫວ້ ກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ເປັນຕົ້ນ: ແລກປ່ຽນບົດຮຽນ, ປະສົບການທາງດ້ານວິຊາສະເພາະ, ກໍ່ສ້າງ ຊັບພະຍາກອນມະນຸດ ແລະ ຊ່ວຍເຫຼືອອຸປະກອນຮັບໃຊ້ ຕາມທ່າແຮງຂອງຕົນ.

2.ສືບຕໍ່ຍູ້ແຮງ ແລະ ຫັນວຽກງານໂຄສະນາ, ສຶກສາອົບຮົມ ໃນຖັນແຖວພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນຂອງສອງແຂວງ ໃຫ້ມີຄວາມຫຼາກຫຼາຍ ແນໃສ່ຍົກລະດັບຄວາມຮັບຮູ້ເຂົ້າໃຈກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນລະຫວ່າງສອງແຂວງ ສາລະວັນ-ເທື່ອທຽນເຫວ້ ໃຫ້ເລິກເຊິ່ງຍິ່ງກວ່າເກົ່າ, ໂດຍສະເພາະ ເນື່ອງໃນໂອກາດວັນຊາດຫວຽດນາມ, ວັນຊາດລາວ, ວັນສ້າງຕັ້ງການພົວພັນທາງ ການທູດ ຫວຽດນາມ-ລາວ (ວັນທີ 05 ກັນຍາ) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ-ລາວ (ວັນທີ 18 ກໍລະກົດ), ວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ..

ສອງຝ່າຍ ສືບຕໍ່ຊຸກຍູ້, ສະໜັບສະໜູນ ແລະ ໂຄສະນາເຜີຍແຜ່ກ່ຽວກັບຜົນສໍາເລັດ ຂອງການຈັດຕັ້ງ ປະຕິບັດບັນດາເນື້ອໃນຂໍ້ຕົກລົງ ລະຫວ່າງການນໍາຂັ້ນສູງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ລະຫວ່າງແຂວງສາລະວັນ ແລະ ແຂວງເທື່ອທຽນເຫົວ ໄລຍະ 2022 – 2026. ສອງຝ່າຍ ສືບຕໍ່ປຸກລະດົມຂົນຂວາຍພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ພ້ອມກັນຈັດຕັ້ງປະຕິບັດ, ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືດັ່ງກ່າວໃຫ້ໄດ້ຮັບຜົນສໍາເລັດ.

3.ສອງຝ່າຍເຫັນດີເປັນເອກະພາບກັນ ຈັດຕັ້ງການແລກປ່ຽນຄະນະຜູ້ແທນ ເຊິ່ງນໍາໂດຍ ສະຫາຍຫົວ ໜ້າ ຫຼື ຮອງຫົວໜ້າຄະນະໂຄສະນາສຶກສາພັກແຂວງ ແລະ ຄະນະໂຄສະນາອົບຮົມແຂວງເປັນຫົວໜ້າຄະນະ ໄປຢ້ຽມຢາມ, ແລກປ່ຽນບົດຮຽນ ແລະ ວາງອອກທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍກຳນົດເປົ້າໝາຍ ຄະນະ ຜູ້ແທນແຕ່ 7 ຫາ 10 ສະຫາຍ, ກຳນົດເວລາ 03 ວັນ.

ໃນກໍລະນີທີ່ສອງຝ່າຍ ບໍ່ສາມາດດໍາເນີນການແລກປ່ຽນຄະນະຜູ້ແທນ ຕາມກຳນົດເວລາທີ່ວາງໄວ້ແບບ ເຊິ່ງໜ້າ, ແມ່ນຈະປະຕິບັດການແຈ້ງ, ແລກປ່ຽນຂໍ້ມູນໃຫ້ກັນຊາບ ແລະ ດໍາເນີນກອງປະຊຸມໃນຮູບແບບກອງ ປະຊຸມທາງໄກ (ອອນລາຍ).

4.ສອງຝ່າຍໄດ້ເຫັນດີເປັນເອກະພາບກັນວ່າ ຕ້ອງໄດ້ຊຸກຍູ້ການພົວພັນຮ່ວມມື ໃຫ້ນັບມື້ນັບກ້າວໄປສູ່ ລວງເລິກ. ນອກຈາກການແລກປ່ຽນຄະນະຜູ້ແທນແລ້ວ, ກໍ່ອາດຈະສົມທົບກັນ ຄົ້ນຄວ້າສ້າງຕັ້ງ ແລະ ຜັນ ຂະຫຍາຍບັນດາກົນໄກຮ່ວມມື ເຊັ່ນ: ກອງປະຊຸມທາງໄກ (ອອນລາຍ) ເພື່ອລາຍງານກ່ຽວກັບສະພາບການ, ສໍາມະນາດ້ານທິດສະດີ, ແລກປ່ຽນບົດຮຽນດ້ານພຶດຕິກຳຕົວຈິງ, ພິມຈຳໜ່າຍເອກະສານໂຄສະນາ… ໃນກໍລະນີ ມີບັນຫາໃໝ່ເກີດຂຶ້ນ ແລະ ເຫັນວ່າມີຄວາມຈໍາເປັນຮີບດ່ວນ, ສອງຝ່າຍຈະປຶກສາຫາລື ແລະ ແຈ້ງໃຫ້ກັນຊາບ ເພື່ອດໍາເນີນການພົບປະ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ຈັດຕັ້ງຜັນຂະຫຍາຍໄດ້ຢ່າງທັນການ.

5.ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບຮ່ວມກັນ ໃນການຈັດກອງປະຊຸມພົບປະຄັ້ງຕໍ່ໄປ, ແມ່ນ ຄະນະໂຄສະນາສຶກສາພັກແຂວງເທື່ອທຽນເຫວ້ ເປັນເຈົ້າພາບ, ຄາດຄະເນໃນຊ່ວງເຄິ່ງກາງຂອງທ້າຍປີ 2025 ຄະນະໂຄສະນາສຶກສາພັກແຂວງເທື່ອທຽນເຫວ້ ຮຽນເຊີນ ຄະນະໂຄສະນາອົບຮົມແຂວງສາລະວັນ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ແຂວງ ເທື່ອທຽນເຫວ້ (ສໍາລັບວັນ, ເວລາ ລະອຽດສອງຝ່າຍຈະປຶກສາຫາລື, ເປັນເອກະພາບກັນພາຍຫຼັງ ແລະ ລາຍງານໃຫ້ກັນຊາບກ່ອນລ່ວງໜ້າກອງປະຊຸມ 30 ວັນ).

ໃນຕອນທ້າຍ ຂອງພິທີທັງສອງຝ່າຍຮ່ວມກັນລົງນາມເຊັນບົດບັນທຶກຄວາມຊົງຈໍາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa