ແຂວງສາລະວັນ ເຜີຍແຜ່ເຊື່ອມຊຶມເອກະສານ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ 2024-2028

ແຂວງສາລະວັນ ເຜີຍແຜ່ເຊື່ອມຊຶມເອກະສານ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ 2024-2028

ໃນຕອນເຊົ້າວັນທີ 25 ກັນຍາ 2024 ນີ້, ທີ່ສະໂມສອນໃຫຍ່ຂອງແຂວງສາລະວັນ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊືມເອກະສານ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈິນ 2024-2028, ໂດຍໃຫ້ກຽດເຂົ້າຮ່ວມເຜີຍແຜ່ເອກະສານດັ່ງກ່າວຂອງທ່ານ ສົມໃຈ ອຸ່ນຈິດ  ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນພິທີ, ທ່ານ ສົມໃຈ ອຸ່ນຈິດ  ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ໄດ້ຍົກໃຫ້ເຫັນຜົນສຳເລັດການພົບປະສອງຝ່າຍລະຫວ່າງສະຫາຍ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ກັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ເຊິ່ງໄດ້ເນັ້ນໜັກວ່າ: ຄູ່ຮ່ວມຊາຕາກຳລາວ-ຈີນ ເປັນຄູ່ຮ່ວມຊາຕາກຳແບບພິເສດໃນຂອບການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ພິເສດຢູ່ບ່ອນວ່າ ຈີນ ແລະ ລາວ ລ້ວນແຕ່ເປັນປະເທດສັງຄົມນິຍົມ ທີ່ນຳພາໂດຍ ພັກກອມມູນິດ, ຍຶດໝັ້ນການນຳພາຂອງພັກ ແລະ ເສັ້ນທາງສັງຄົມນິຍົມແມ່ນທາດແທ້ຂອງສາຍພົວພັນ ຈີນ-ລາວ, ທັງແມ່ນລັກສະນະຈະແຈ້ງຂອງການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ສະນັ້ນສອງຝ່າຍຕ້ອງຖືເອົາແຜນແມ່ບົດສະບັບໃໝ່ເປັນ ບ່ອນອິງໃນການຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳ ກ້າວເຂົ້າສູ່ລວງເລິກ, ເປັນຮູບປະທຳ ແລະ ເພີ່ມເນື້ອໃນໃໝ່ຂອງການພົວພັນຮ່ວມມືສອງພັກ, ສອງລັດ ລາວ-ຈີນ ໃນຕໍ່ໜ້າ ແລະ ສ້າງຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບຄວາມໝາຍ ແລະ ເນື້ອໃນຂອງການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ດຳເນີນໄປຢ່າງໝັ້ນທ່ຽງ ແລະ ຍາວນານ, ບົນພື້ນຖານຢືດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈທາງການເມືອງ, ມີຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ, ຊ່ວຍເຫຼືອ ແລະ ປົກປ້ອງທາງດ້ານຄວາມໝັ້ນຄົງ, ເຂົ້າໃຈ ແລະ ໃກ້ສິດກັນທາງດ້ານວັດທະນະທຳ-ສັງຄົມ, ຢູ່ຮ່ວກັນ ແລະ ຄຸ້ມຄອງຮ່ວມກັນທາງດ້ານລະບົບນິເວດ ແລະ ສິ່ງແວດລ້ອມ, ສອງຝ່າຍເຫັນດີເປັນເອກະພາບໃນການສືບຕໍ່ລົງນາມ ແລະ ຈັດຕັ້ງປະຕິບັດແຜນແມ່ບົດສະບັບໃໝ່ ທີ່ກຳນົດ 5 ປີ ເພື່ອພ້ອມກັນສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ມີມາດຕະຖານສູງ ແລະ ມີຄຸນນະພາບສູງ, ມີລະດັບສູງ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ກາຍເປັນຕົວແບບໃນການສ້າງຄູ່ຮ່ວມຊາຕາກຳຂອງມວນມະນຸດໃນໂລກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa