ຄະນະໂຄສະນາອົບຮົມແຂວງສາລະວັນ ເຂົ້າຮ່ວມສ່ອງແສງລາຍງານ ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ( ເວັບໄຊສ ) ປະຈໍາໄຕມາທີ III ຮ່ວມກັບຄະນະໂຄສະນາອົບຮົມທົ່ວປະເທດ ຜ່ານກອງປະຊຸມທາງໄກ.

ຄະນະໂຄສະນາອົບຮົມແຂວງສາລະວັນ ເຂົ້າຮ່ວມສ່ອງແສງລາຍງານ ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ( ເວັບໄຊສ ) ປະຈໍາໄຕມາທີ III ຮ່ວມກັບຄະນະໂຄສະນາອົບຮົມທົ່ວປະເທດ ຜ່ານກອງປະຊຸມທາງໄກ.

ໃນຕອນເຊົ້າຂອງ ວັນທີ 15 ຕຸລາ 2024, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານ ການເຄື່ອນໄຫວວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ III ແລະ ທິດທາງແຜນການປະຈໍາໄຕມາດ IV ປີ 2024 ຮ່ວມກັບຄະນະໂຄສະນາອົບຮົມທົ່ວປະເທດ ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ໃຫ້ກຽດເຂົ້າຮ່ວມມີ: ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າຄະນະໂຄສະນາອົບຮົມທົ່ວປະເທດ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງການ, ຮອງຫົວຫນ້າຂະແໜງການ, ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງຄະນະໂຄສະນາອົບຮົມທົ່ວປະເທດ ແລະ ພະນັກງານພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ. ສໍາລັບຄະນະໂຄສະນາອົບຮົມແຂວງສາລະວັນ ມີທ່ານ ນາງ ບຸຜາ ສຸດທິຈັກຄະນະພັກ,  ຫົວໜ້າຫ້ອງການບໍລິຫານ ແລະ ຕາງໜ້າຂະແໜງສັງລວມຫາງສຽງສັງຄົມ-ຂໍ້ມູນຂ່າວສານ ເຂົ້າຮ່ວມ.

ໃນພິທີ ບັນດາຕາງໜ້າຄະນະໂຄສະນາອົບຮົມທົ່ວປະເທດ ກໍ່ໄດ້ລາຍງານ ສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊ) ປະຈໍາໄຕມາດ III ແລະ ທິດທາງແຜນການປະຈໍາໄຕມາດ IV ປີ 2024 ແນ່ໃສ່ເພື່ອເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ ກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງ ທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນ ໃຫ້ແກ່ການນໍາຂັ້ນແຂວງ, ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ. ສໍາລັບຄະນະໂຄສະນາອົບຮົມແຂວງສາລະວັນ ຕາງໜ້າຂະແໜງສັງລວມຫາງສຽງສັງຄົມ-ຂໍ້ມູນຂ່າວສານ ກໍ່ໄດ້ຂຶ້ນລາຍງານ ວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ.

ໃນຕອນທ້າຍ, ພິທີ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກ ດັ່ງນີ້:

  1. ໃຫ້ສືບຕໍ່ຕິດຕາມກວດກາການເຄື່ອນໄຫວໜ້າເວັບໄຊສຂອງແຂວງຕົນ ບັນດາຄໍລຳຕ່າງໆ ໃຫ້ມີເນື້ອໃນອຸດົມສົມບູນ, ມີການເຜີຍແຜ່ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງເປັນຕົ້ນ: ພາລະບົດບາດ, ກົງຈັກການຈັດຕັ້ງ, ບັນດາຂ່າວສານ, ເອກະສານຕ່າງໆ.
  2. ສືບຕໍ່ຍົກສູງຄຸນນະພາບດ້ານເນື້ອໃນເປັນຕົ້ນແມ່ນການຂຽນບົດຂ່າວ, ບົດຄວາມ, ສາລະໜ້າຮູ້ບັນດາແອັດມິນທົ່ວປະເທດ ຕ້ອງໄດ້ຝຶກຝົນຕົນເອງ ຕັ້ງໜ້າຕິດຕາມຂ່າວສານຈາກຫຼາຍໆແຫຼ່ງ ຊອກຮູ້ຊອກອ່ານ, ຄະນະບັນດາທິການ ກໍ່ຕ້ອງໄດ້ໃຫ້ທິດທາງເພື່ອກໍ່ສ້າງເປັນລຸ້ນສືບທອດ.
  3. ເອົາໃຈໃສ່ກຳແໜ້ນບັນດາເນື້ອໃນ ຂອງບົດຂ່າວ, ບົດຄວາມ, ເອກະສານຕ່າງໆ, ສາລະໜ້າຮູ້ ແລະ ອື່ນໆ ໃຫ້ມີຫຼາກຫຼາຍຂື້ນກວ່າເກົ່າ ເພີ່ມທະວີການຊອກຮູ້ບັນດາຂໍ້ມູນທີ່ເປັນປະໂຫຍດ ໃຫ້ມີວາລະມີແຜນການ.
  4. ເພີ່ມທະວີການຍາດແຍ່ງເອົາການຊ່ວຍເຫຼືອ ທາງດ້ານທຶນຮອນ ແລະ ອຸປະກອນຮັບໃຊ້ ຈາກຄະນະນຳຂອງແຂວງ ກ່ອນອື່ນໝົດແມ່ນການສະໜອງ ກ່ຽວກັບລະບົບອິນເຕີເນັດໃນຄວາມໄວທີ່ເໝາະສົມເປັນເຈົ້າການ ມີແຜນການລະອຽດນຳສະເໜີ ຊີ້ແຈ້ງບັນຫາ ໂດຍອີງໃສ່ການຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ທາງສື່ເອເລັກໂຕຣນິກ ເຊິ່ງຢູ່ເວັບໄຊໂຄສະນາອົບຮົມແຂວງ ກໍ່ມີຄໍລຳການເຄື່ອນໄຫວຂອງຄະນະນຳຂັ້ນແຂວງ ແລະ ເມືອງ ເພື່ອອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ວຽກງານຂອງພັກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa