ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງຊາດ, ຂອງພັກ ໃນເດືອນຕຸລາ

ໃນຕອນເຊົ້າ ຂອງວັນທີ 16 ຕຸລາ 2024 ທີ່ສະໂມສອນໃຫຍ່ຂອງແຂວງສາລະວັນ ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງຊາດ, ຂອງພັກ ເປັນຕົ້ນແມ່ນ ວັນສ້າງຕັ້ງການທູດລາວ, ວັນປະກາດເອກະລາດ ຄົບຮອບ 79 ປີ ( 12/10/1945-12/10/2024) ແລະ ລະນຶກວັນສາກົນເພື່ອລົບລ້າງຄວາມທຸກຍາກ ຂອງ ສປປ ລາວ  ຄົບຮອບ 37 ປີ ແລະ 21 ປີ ( 17/10/1987-17/10/2024), ( ​17/10/2003-17/10/2024) ໂດຍໃຫ້ກຽດຫວນຄືນມູນເຊື້ອວັນສຳຄັນດັ່ງກ່າວ ໂດຍທ່ານທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ມີທ່ານ ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ ແລະ ຮອງພະແນກການອ້ອມຂ້າງແຂວງ, ພະນັກງານ-ຫຼັກແຫຼ່ງ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອ ວັນສ້າງຕັ້ງການທູດລາວ, ວັນປະກາດເອກະລາດ ຄົບຮອບ 79 ປີ ທ່ານ ກ່າວວ່າ: ວັນການທູດລາວ ວັນທີ 12 ຕຸລາ 1945 ເປັນວັນດຽວກັບ ວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກ ຮັບຮູ້ເຖິງຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງປະເທດລາວ; ເປັນວັນແຫ່ງຄວາມພາກພູມໃຈ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດ ຄັ້ງທໍາອິດຂອງປະເທດລາວ ເຊິ່ງເປັນການໄຂສັງກາດໃໝ່ ທີ່ໄດ້ເຮັດໃຫ້ສາກົນ ຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນ ມາເປັນເວລາຫລາຍຮ້ອຍປີ ເນື່ອງຈາກໄດ້ຕົກເປັນຫົວເມືອງຂຶ້ນ ຂອງພວກຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ຄວາມສາມັກຄີຕໍ່ສູ້ສັດຕູໂຕດຽວກັນ ຂອງສາມຊາດອິນດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດ ສາດການພົວພັນສາກົນຂອງໂລກ. ເຫດການວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງ ຄວາມສະຫລາດສ່ອງໃສ ໃນການນໍາພາການຕໍ່ສູ້ ຂອງການນໍາລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກຊາດ ຮັກຄວາມເປັນເອກະລາດ ຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກຄອບຄອງ ຂອງພວກຮຸກຮານຕ່າງຊາດ, ເຊິ່ງ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແມ່ນແກນນໍາລາວຮຸ່ນບຸກເບີກ ໃຫ້ແກ່ວຽກງານການທູດລາວເຮົາ.

ມາຮອດປັດຈຸບັນ, ສປປ ລາວ ໄດ້ມີການພົວພັນການທູດກັບ 148 ປະເທດໃນໂລກ, ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ. ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ ຈໍານວນ 3 ແຫ່ງ, ສະ ຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ.

ໃນຕອນທ້າຍ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ເລົ່າຄືນວັນສາກົນເພື່ອລົບລ້າງຄວາມທຸກຍາກ ຂອງ ສປປ ລາວ ຄົບຮອບ 37 ປີ ແລະ 21 ປີ ( 17/10/1987-17/10/2024), ( ​17/10/2003-17/10/2024) ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa