ຄະນະນໍາ ຄະນະໂຄສະນາອົບຮົມແຂວງສາລະວັນ ເຂົ້າຮ່ວມພິທີຂໍໄຟສັກສິດ ທີ່ວັດກາງ ເມືອງສາລະວັນ ໄປສະໜາມກິລາຂອງແຂວງ ເນື່ອງໃນງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ.

ຄະນະນໍາ ຄະນະໂຄສະນາອົບຮົມແຂວງສາລະວັນ ເຂົ້າຮ່ວມພິທີຂໍໄຟສັກສິດ ທີ່ວັດກາງ ເມືອງສາລະວັນ  ໄປສະໜາມກິລາຂອງແຂວງ ເນື່ອງໃນງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ.

   

ພິທີຂໍໄຟສັກສິດ ໄດຈັດຂື້ນທີ່ວັດກາງ, ເມືອງ ແລະ ແຂວງສາລະວັນ ໄປຫາສະໜາມກິລາຂອງແຂວງ. ພິທີດັ່ງກ່າວ ເຊິ່ງເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ປະທານຈັດງານມະຫາກຳກິລານັກຮຽນມັດທະຍົມ ສຶກສາທົ່ວປະເທດ ຄັ້ງທີ VII, ບັນດາທ່ານ ຄະນະນໍາຂອງແຂວງ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວນ້າຄະນະໂຄສະນາອົບຮົມແຂວງ, ມີຮອງເຈົ້າແຂວງ, ຄະນະນໍານັກກິລາບັນດາແຂວງ, ນະຄອນຫຼວງ, ຄະນະຮັບຜິດຊອບຈັດງານ, ບັນດາກຳມະການຝ່າຍຕ່າງໆ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ ກ່າວວ່າ: ມື້ນີ້ ເປັນວັນສີລິມຸງຄຸນ, ເປັນໂອກາດເລີກງາມຍາມດີ ທີ່ຄະນະພັກ, ຄະນະນໍາຂັ້ນຕ່າງໆ, ອົງການປົກຄອງທຸກຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ຊາວເມືອງສາລະວັນ ໄດ້ຮັບກຽດຈັດພິທີທາງສາດສະໜາ ໃນສະຖານທີ່ສັກສິດ ວັດກາງ (ຫໍໄຕ) ແຫ່ງນີ້ ເພື່ອຂໍໄຟສັກສິດ ໃຫ້ແກ່ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII. ການຂໍໄຟສັກສິດ ໃນງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງນີ້, ຄະນະຮັບຜິດຊອບລະດັບຊາດ ໄດ້ມອບໝາຍໃຫ້ອໍານາດການປົກຄອງເມືອງ ພ້ອມດ້ວຍການຈັດຕັ້ງຮາກຖານບ້ານ ແລະ ປະຊາຊົນລາວບັນດາເຜົ່າຊາວແຂວງສາລະວັນ ຈັດພິທີທາງສາດສະໜາ ຂໍໄຟສັກສິດ ໃນສະຖານທີ່ສັກສິດແຫ່ງນີ້. ເພື່ອໄປສະຖານທີ່ແສງສະຫວ່າງ, ເປັນສັນຍາລັກ ທີ່ສ່ອງແສງເຖິງຄວາມສາມັກຄີມິດຕະພາບອັນເປັນປຶກແຜ່ນ ແຫຼ່ງການເປັນກ້ອນກໍາລັງ. ການຈັດກິລາຄັ້ງນີ້, ກໍ່ເພື່ອຫ່າງໄກກັບສິ່ງເສບຕິດ, ຫ່າງໄກຈາກບັນຫາສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ ຊຶ່ງເປັນໜຶ່ງໃນ 5 ຫຼັກມູນການສຶກສາແຫ່ງຊາດ ແລະ ສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນຮຸ້ນສືບທອດ ໃນວົງການກິລາລາວ, ທີ່ເປັນໜຶ່ງໃນ 5 ຫຼັກມູນ ແລະ ຄວາມເຂັ້ມແຂງ ໃຫ້ນັກກິລາລາວຮຸ້ນສືບທອດ ດ້ວຍຫຼາຍຮູບການ, ສ້າງເງື່ອນໄຂຍົກລະດັບຄວາມສາມາດຂອງນັກກິລາ ໃຫ້ກາຍເປັນນັກກິລາລະດັບຊາດ ໃນອານາຄົດ ກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນໃນລະດັບອະນຸພາກພື້ນ, ມີຄວາມເຂັ້ມແຂງ ເປັນການສ້າງຂະບວນການຢ່າງຕໍ່ເນື່ອງ ແລະ ຟົດພື້ນ.

ຫຼັງຈາກນັ້ນ, ກໍ່ໄດ້ດໍາເນີນພິທີແຫ່ ທວນໄຟ ຈາກວັດກາງໄປສູ່ສະໜາມກິລາຂອງແຂວງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa