ງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໄຂຂື້ນຢ່າງເປັນທາງການ

ງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ໄຂຂື້ນຢ່າງເປັນທາງການ

ງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ 13 ທັນວາ 2024 ທີ່ແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ທັງເປັນປະທານຈັດງານ ສາລະວັນເກມ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຮ່ວມຈັດງານ ສາລະວັນ ເກມ ພ້ອມດ້ວຍການນໍາຂັ້ນສູງກາງ ແລະ ທ້ອງຖິ່ນ ຕະຫຼອດຮອດແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ ກໍຄືຊາວແຂວງສາລະວັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ພາຍຫຼັງກ້ອນຂະບວນສວນສະໜາມຂອງຄະນະນັກກິລາ ທັງ 17 ແຂວງ ແລະ ນະຄອນຫຼວງ ກວ່າ 2.500 ຄົນ ໄດ້ເຄື່ອນເຂົ້າສູ່ສະໜາມ ແລະ ເຊີນທຸງຊາດ ແລະ ທຸງກິລາຂຶ້ນສູ່ຍອດເສົາແລ້ວ, ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ກໍໄດ້ກ່າວຕ້ອນຮັບ ແລະ ລາຍງານຕໍ່ພິທີ ວ່າ: ການຈັດງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ມີກຳນົດຈັດຂຶ້ນທຸກໆ 3 ປີ ຊຶ່ງແຂວງສາລະວັນ ໄດ້ຮັບທຸງເປັນເຈົ້າພາບງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຖັດຈາກແຂວງບໍລິຄໍາໄຊ ໃນປີ 2017, ຕາມກໍານົດໝາຍແລ້ວ ແມ່ນຈະຈັດຂຶ້ນໃນປີ 2020 ແຕ່ເນື່ອງຈາກປະເທດຂອງພວກເຮົາໄດ້ພົບກັບຫຼາຍວິກິດດ້ານເສດຖະກິດ ທີ່ສົ່ງຜົນກະທົບຕໍ່ການກໍ່ສ້າງສະໜາມເປີດ-ປິດ, ການປັບປຸງພື້ນຖານໂຄງລ່າງສະໜາມແຂ່ງຂັນປະເພດຕ່າງໆ ບວກກັບການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ຈຶ່ງເຮັດໃຫ້ບໍ່ສາມາດຈັດການແຂ່ງຂັນຕາມແຜນການທີ່ກໍານົດໄວ້. ແຕ່ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນໃນການສົ່ງເສີມ ແລະ ການພັດທະນາຄວາມສາມາດໃນການຫຼິ້ນກິລາ ແລະ ພັດທະນາທັກສະ-ພອນສະຫວັນຂອງນັກຮຽນສາຍສາມັນສຶກສາ ໃຫ້ຂະບວນການແຂ່ງຂັນກິລາຕາມ 5 ຫຼັກມູນການສຶກສາແຫ່ງຊາດ ແນໃສ່ສົ່ງເສີມການຮັກສາສຸຂະພາບ ແລະ ຕິດພັນກັບການສະກັດກັ້ນບັນຫາຢາເສບຕິດໃຫ້ຫ່າງໄກຈາກຊາວໜຸ່ມ-ເຍົາວະຊົນ, ເປັນການສ້າງນັກກິລາຮຸ່ນສືບທອດໃຫ້ທີມຊາດໃນອະນາຄົດ. ສະນັ້ນ, ລັດຖະບານ ເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວ ຈຶ່ງຕົກລົງເຫັນດີອະນຸມັດໃຫ້ແຂວງສາລະວັນ ເປັນເຈົ້າພາບຈັດງານແຂ່ງຂັນກິລາໃນຄັ້ງນີ້ ໂດຍມອບໝາຍໃຫ້ແຂວງສາລະວັນ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການໃນການກະກຽມຄວາມພ້ອມຮອບດ້ານ ແລະ ຈັດການແຂ່ງຂັນໃຫ້ມີຜົນສຳເລັດໃນປີ 2024.

ສຳລັບງານແຂ່ງຂັນກິລາໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 2.595 ຄົນ, ຄະນະນຳ 93 ທ່ານ, ກອງເລຂາ ແລະ ເຈົ້າໜ້າທີ່ຕິດຕາມ 198 ຄົນ, ຄູຝຶກ 434 ຄົນ, ຄະນະສະຫະພັນ 168 ຄົນ ແລະ ອື່ນໆ ລວມແລ້ວ ມີຜູ້ເຂົ້າຮ່ວມຈາກຕ່າງແຂວງ ແລະ ສູນກາງ ປະມານ 4.023 ຄົນ. ຊຶ່ງມີການແຂ່ງຂັນທັງໝົດ 12 ປະເພດກິລາ ຄື: ກິລາແລ່ນ-ລານ, ບານເຕະ, ບານບ້ວງ, ບານສົ່ງໃນຮົ່ມ-ຫາດຊາຍ, ກະຕໍ້, ດອກປີກໄກ່, ປິ່ງປ່ອງ, ເປຕັງ, ໝາກແລ້, ໜ້າເກັກ, ເທຄວັນໂດ ແລະ ກິລາໝາກເສິກ ໂດຍຈະມີການຊີງໄຊກັນທັງໝົດ 452 ຫຼຽນ ໃນນີ້ແບ່ງເປັນ 134 ຫຼຽນຄໍາ, 134 ຫຼຽນເງິນ ແລະ 184 ຫຼຽນທອງ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວເປີດງານ ຊຶ່ງມີຄຳເຫັນບາງຕອນວ່າ: ງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໄດ້ໄຂຂຶ້ນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນ ຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ເບີກບານມ່ວນຊື່ນສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 104 ປີ ແລະ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ວັນສຳຄັນຕ່າງໆຂອງຊາດ.

ຄຽງຄູ່ກັນນີ້, ງານມະຫາກໍາກິລາດັ່ງກ່າວ ຍັງມີຈຸດປະສົງເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນວິຊາພະລະ ສຶກສາ ແລະ ກິລາໃນໂຮງຮຽນ ທັງເປັນເງື່ອນໄຂສ້າງຄວາມສົນໃຈໃຫ້ນັກຮຽນມັດທະຍົມສຶກສາ ເກີດແນວຄິດສະຫງວນມັກຮັກໃນການຫຼິ້ນກິລາໃຫ້ເປັນຂະບວນການຟົດຟື້ນ, ກວ້າງ ຂວາງ ແລະ ເປັນການພັດທະນາຊັບພະຍາ ກອນມະນຸດ ແນໃສ່ເຮັດໃຫ້ຄົນຮຸ່ນໃໝ່ມີການພັດທະນາທາງດ້ານຮ່າງ ກາຍ ແລະ ສະຕິປັນຍາ, ຝຶກໃຫ້ນັກຮຽນມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄຸນສົມບັດ, ມີຄວາມສາ ມັກຄີ-ມິີດຕະພາບ ແລະ ມີສຸຂະພາບແຂງແຮງ. ອັນສຳຄັນແມ່ນເປັນການສ້າງໜໍ່ແໜງຂອງນັກກິລາລາວໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ສະນັ້ນ, ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ໃນນາມລັດຖະບານ ຂ້າພະເຈົ້າ ຂໍປະກາດເປີດງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຂຶ້ນຢ່າງເປັນທາງການນັບແຕ່ເວລານີ້ເປັນຕົ້ນໄປ.

ຫຼັງຈາກນັ້ນ ໄດ້ມີການແລ່ນທວນໄຟເຂົ້າສູ່ສະໜາມ, ຈູດທວນໄຟໃສ່ອ່າງໄຟ, ພິທີກ່າວປະຕິຍານຂອງກຳມະການຕັດສິນ ແລະ ນັກກິລາ ແລ້ວ, ໃນພິທີ ຍັງມີການສະແດງສິລະປະ-ວັນນະຄະດີ 4 ລາຍການ ຄື: ວິຖີຖິ່ນດິນແດນສາລະວັນ 2. ສຽງແຄນແດນສາລະວັນ, 3. ຊາວໜຸ່ມຮ່ວມພະລັງ ແລະ 4. ສາລະວັນຍິນດິ ຕ້ອນຮັບ ກ່ອນຈະອັດທ້າຍດ້ວຍການຈຸດບັ້ງໄຟດອກຢ່າງສວຍງາມ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນຂອງບັນດາແຂກ ແລະ ມວນຊົນຊາວສາລະວັນເຈົ້າພາບ ທີ່ເຂົ້າຮ່ວມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa